ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

CIA ໄດ້ພະຍາຍາມ ຈະຊ່ວຍ ພວກນັກການທູດ ສຫລ ຢູ່ລີເບຍ ໃນມື້ທີ່ຖືກໂຈມຕີ


ອົງການສືບລັບ (CIA) ໄດ້ພະຍາຍາມ ເຂົ້າໄປຊ່ວຍເຫລືອ ບັນດານັກທູດສະຫະລັດ ທີ່ຖືກໂຈມຕີ ທີ່ເມືອງ Benghazi, Libya.
ບັນ​ດາ​ເຈົ້າໜ້າ​ທີ່ອົງການ​ສືບລັບ ຂອງສະຫະລັດ ​ໄດ້​ເຜີ​ຍ​ແຜ່
ລໍາດັບເຫດການຢ່າງ​ລະອຽດຂອງ​ອົງການ CIA ກ່ຽວ​ກັບ​ການ
ໂຈມ​ຕີ​ຢ່າງ​ຮ້າຍ ​ແຮງຕໍ່​ສະຖານ​ກົງສຸນ​ສະຫະລັດ ທີ່​ເມືອງ
Benghazi ​ໃນ​ປະ​ເທດ​ລີ​ເບຍ ​ເມື່ອ​ວັນ​ທີ 11 ​ກັນຍາ​ຜ່ານ​ມາ
ເພື່ອຕອບ​ຕໍ່​ການ​ກ່າວ​ຫາ​ທີ່ວ່າ ບໍ່ມີ​ການປະຕິບັດ​ຢ່າງພຽງພໍ
​ເພື່ອ​ຢຸດ​ຕິ​ການ​ໂຈມ​ຕີນັ້ນ.


​ໃນ​ການຖະ​ແຫລ​ງໂດຍບໍ່ຂໍ​ອອກຊື່ ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອົງ ການ​ສືບ​ລັບກ່າວ​ຕໍ່​ພວກ​ນັກຂ່າວ ​ໃນ​ວັນ​ພະຫັດວານ​ນີ້​ວ່າ ອົງການ CIA ​ໄດ້​ສົ່ງ​ໜ່ວຍ​ກູ້​ໄພ​ຈາກຖານ​ທັບ​ແຫ່ງ​ນຶ່ງ​ທີ່ຢູ່​ໃກ້​ຄຽງພາຍ​ໃນ 25 ນາ​ທີ ຫຼັງຈາກ​ໄດ້​ຮັບ​ຄຳເຕືອນ​ໃຫ້ຮູ້​ກ່ຽວ​ກັບ​ການ​ໂຈມ​ຕີ ທີ່​ໄດ້​ສັງຫານ ​ເອກ​ອັກ​ຄະ​ລັດຖະທູດສະຫະລັດ ປະຈຳ Libya ​ແລະ​ບັນດານັກ​ການ​ທູດອ​າ​ເມຣິກາ ອີກ​ສາມ​ຄົນ.

​ແຕ່​ເຂົາ​ເຈົ້າ​ກ່າວ​ວ່າ ທີມກູ້​ໄພຈໍານວນ 6 ຄົນບໍ່​ໄດ້ໄປ​ເຖິງ​ ຈົນ​ຫລັງ​ຈາກນັ້ນ 25 ນາ​ທີ​ຕໍ່​ມາ ​ສ່ວນ​ນຶ່ງ​ກໍ​ເພາະວ່າ ບໍ່​ສາມາດຮ້ອງ​ຂໍການ​ຊ່ວຍ​ເຫລືອ​ຈາກພວກ​ທະຫານ​ບ້ານ Libya ທີ່​ຕິດ​ອາວຸດ​ໜັກ ​ແລະ​ຍ້ອນວ່າ ​ເຂົາ​ເຈົ້າ​ໄດ້​ຖືກ​ໂຈມ​ຕີ​ໃນ​ຂະນະ​ທີ່​ເຂົາ​ເຈົ້າໄປເຖິງກົງ​ສຸນ.

ມີ​ລາຍ​ງານ​ວ່າ ທີມກູ້​ໄພຂອງ CIA ລາຍ​ງານ​ວ່່າ ໄດ້​ຢູ່​ທີ່ກົງ​ສຸນ ​ເ​ປັນ​ເວລາ​ນຶ່ງ​ຊົ່ວ​ໂມງ ກ່ອນ​ທີ່​ຈະ​ໜີ​ອອກໄປ​ພ້ອມກັບຊາວອາ​ເມຣິກັນ ທັງ​ໝົດ ຍົກ​ເວັ້ນ​ແຕ່​ເອກ​ອັກ​ຄະ​ລັດຖະທູດທີ່​ໄດ້​ຖືກ​ສັງຫານ ​ຜູ້​ຊຶ່ງໄດ້ຖືກ ນໍາພາໄປ​ໂຮງໝໍ ທີ່ຢູ່​ໃກ້ໆ​ນັ້ນ.

ອົງການ​ສືບ​ລັບຊີ​ໄອ​ເອ ​ໄດ້​ປະຕິ​ເສດ​ຕໍ່ລາຍງານຫວ່າງ​ມໍ່ໆຂອງໂທລະ ​ພາບ Fox News ​ແລະ​ແຫ​ລ່ງຂ່າວ​ອື່ນໆ ທີ່​ເ​ວົ້າ​ວ່າ ບັນດາ​ເຈົ້າ​ໜ້າ​ທີ່ CIA ​ໄດ້​ຖືກ​ບອກ​ໃຫ້ “ລໍຖ້າ” ​ໃນ​ເວລາ​ທີ່​ເຂົ້າ​ເຈົ້າ​ຕ້ອງການ​ຢາກ​ໃຫ້​ສົ່ງ​ກຳລັງໄປຊ່ວຍຈາກ​ຖານ​ທັບ​ທີ່ຢູ່​ໃກ້ໆ​ນັ້ນ ​ເພື່ອ​ຂັບ​ໄລ່​ພວກບຸກໂຈມ​ຕີ​ສະຖານກົງສຸນ.

​ແຕ່​ອົງການ​ສືບ​ລັບດັ່ງກ່າວ ​ໄດ້​ຕົກ​ຢູ່​ພາຍ​ໃຕ້​ຄວາມ​ກົດ​ດັນຫຼາຍຂຶ້ນເພື່ອໃຫ້​ເປີດ​ເຜີຍ​ລາຍ​ລະອຽດ​ເພີ້ມຕື່ມກ່ຽວ​ກັບການບຸກໂຈມຕີໃນຄໍ່າຄືນດັ່ງກ່າວ ຊຶ່ງ​ໄດ້​ກາຍ​ມາ​ເປັາບັນຫາ​ອັນ​ສໍາຄັນ ໃນ​ການ​ເລືອກ​ຕັ້ງປະທານ​າທິບໍດີສະຫະລັດ.
XS
SM
MD
LG