ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະພາ​ສູງ ​ສຫລ ເຜີຍ​ແຜ່ ​ລາຍງານກ່ຽວກັບ ວິທີການສືບສວນ ທີ່ໂຫດຮ້າຍ ຂອງ ຊີ​ໄອ​ເອ


US Releases Report on CIA Interrogation Methods
please wait

No media source currently available

0:00 0:03:03 0:00

ຄະນະ​ກຳມາ​ທິການສືບ​ລັບ ລັດຖະສະພາ ສະຫະລັດ ​ໄດ້
​ເຜີຍແຜ່ລາຍ​ງາ​ນ ທີ່​ຄາດໝາຍ​ກັນໄວ້​ສູງ​ ​ແລະ​ຂັດ​ແຍ້ງກັນ
ກ່ຽວ​ກັບວິທີ ການ​ສອບສວນຂອງອົງການ​ສືບ​ລັບ CIA ຢູ່​ໃນ​
ສົງຄາມຕໍ່ຕ້າ​ນພວກກໍ່​ການ​ຮ້າຍຂອງປະ​ເທດນັ້ນ. ບົດລາຍ
​ງານສະຫລຸບ ທີ່ຍາວປະມານ 500 ໜ້າ ໄດ້ບັນ​ລະ​ຍາຍຢ່າງ
​ລ​ະອຽດ ​ເຖິງ​ການ​ຖອກ​ນ້ຳ​ໃສ່​ໜ້ານັກ​ໂທດ ​ເຮັດ​ໃຫ້​ຮູ້ສຶກຄື
ກັບ​ວ່າ ກຳລັງ​ຈະ​ຈົມ​ນໍ້າ​ຕາຍ ​ແລະ​ມາດ​ຕະການທີ່ໂຫດຮ້າຍ
​ອື່ນໆອີກ ​ໃນ​ຄວາມພະຍາ​ຍາມ​ເພື່ອ​ເຄ້ນ​ເອົາ​ຂໍ້​ມູນ ​ຈາກ
ພວກ​ຕ້ອງ​ສົງ​ໄສກໍ່​ການ​ຮ້າຍ ​ແລະ​ເພື່ອ​ປ້ອງ​ກັນ​ການ​ໂ​ຈມຕີ
ຢູ່ໃນສະຫະລັດ ​ໃນ​ອະນາຄົດ. Jeff Seldin ນັກ​ຂ່າວ
ວີ​ໂອ​ເອ ມີລາຍ​ງານ ຊຶ່ງ ​ກິ່ງສະຫັວນ ຈະ​ນຳ​ມາສະ​ເໜີ​ທ່ານ. .

ລາຍ​ງານ​ ທີ່​ມີການ​ລໍຖ້າກັນ​ມາ​ເປັນ​ເວລາດົນ​ນານ ​ແມ່ນຕ້ອງ​
ຕິ​ຢ່າງ​ສູງ ຕໍ່​ວີ​ທີ​ການ​ປະຕິບັດ​ງານ​ສອບ​ສວນຂອງ​ອົງການສືບ​
ລັບ CIA​ໂດຍ​ບັນ​ລະ​ຍາຍຢ່າງລະອຽດ​ ​ເຖິງ​ວິທີ​ທີ່ປະ​ເທດຊາດ ທີ່ໄດ້​ຮັບ​ຄວາມເສຍ​ຫາຍ
​ຢ່າງ​ໜັກ ຈາກການ​ໂຈມຕີ​ຂອງພວກ​ກໍ່ການ​ຮ້າຍ ໃນວັນ​ທີ 11 ​ເດືອນ​ກັນຍາ ປີ 2001 ນັ້ນ
ຕອບໂຕ້​ຄືນ​ແນວໃດ.

​ແລະໃນ​ການ​ຕອບ​ໂຕ້​ຄືນ​ດັ່ງກ່າວນັ້ນ ປະທານ ຄະນະ​ກຳມາ​ທິການ​ສືບ​ລັບ ຂອງສະພາ
ສູງທ່ານ​ນາງ Dianne Feinstein ຈາກພັກ​ເດ​ໂມ​ແຄຣັດ ກ່າວ​ວ່າ CIA ​ໄດ້ປະຕິບັດເກີນ
​ຂອບ​ເຂດ.

ທ່ານ​ນາງ Dianne Feinstein ກ່າວ​ວ່າ “ລາຍ​ງານທີ່​ນຳ​ອອກ​ເຜີຍ​ແຜ່​ໃນ​ມື້​ນີ້ ພິຈາ
ລະນາ​ເບິ່ງ​ການ​ກັກ​ຂັງລັບ ​ນັກ​ໂທດ ຢ່າງໜ້ອຍ 119 ຄົນ ຂອງ CIA ຢູ່​ບ່ອນຄຸມ​
ຂັງ​ນອກ​ປະ​ເທດ​ ​ແລະວິທີການສອບ​ປາກ ຄຳແບບບີບບັງ​ຄັບ​ ຊຶ່ງຢູ່​ໃນ​ບາງ​ກໍລະ
ນີ ​ແມ່ນ​ເທົ່າ​ກັບ​ເປັນການທາ​ລຸນ ​ແລະ​ທຳ​ລະ​ມານ.”

ທ່ານ​ນາງ Dianne Feinstein ຜູ້​ແທນ​ສະພາ​ສູງ ​ກ່າວວ່າ ຮ້າຍ​ແຮງ​ໄປ​ກວ່່າ​ນັ້ນ​ອີກ ກໍ
​ແມ່ນ​ວ່າ “​ເທັກນິກການ​ສອບ​ສວນສອບ​ປາກຄຳ ​ແບບບັງຄັບນັ້ນ ບໍ່​ໄດ້ນຳ​ມາ​ໃຫ້​
ຊຶ່ງ​ຂໍ້ມູນ​ລັບທີ່​ສຳຄັນ​ເປັນຕາ​ຍ ​ທີ່ CIA ​ໄດ້​ອ້າງ​ເອົານັ້ນ​ເລີຍ.”

​ແລະ​ຫລັງ​ຈາກການ​ເກັບ​ກຳ ທີ່​ໃຊ້​ເວລາ ​ຫ້າ​ປີ ​ແລະ​ເງິນ​ເຖິງ 40 ລ້ານ​ໂດ​ລາ ລາຍ​ງານ​ໄດ້
​ສະຫລຸບ​ແບບ​ດຽວ​ກັບທີ່ ປະທານາທິບໍດີ Barack Obama ​ໄດ້​ກ່າວ​ເມື່ອ​ຫລາຍ​ເດືອນ
​ກ່ອນ. ນັ້ນ​ກໍ​ຄື: “ພວກ​ເຮົາ​ໄດ້​ທໍລະມານ ຄົນ​ຈຳນວນນຶ່ງ.”

ໃນ​ຂະນະດຽວ​ກັນ ລາຍ​ງານ​ຍັງ​ໄດ້​ກ່າວ​ຫາ CIA ​ວ່າ ຫລອກ​ລວງ​ ທຳນຽບຂາວ ​ແລະ​
ສາທາລະນະ​ຊົນ ກ່ຽວ​ກັບສິ່ງ​ທີ່​ໄດ້​ດຳ​ເນີນ​ໄປ ​ຢູ່ໃນ​ບັນດາ​ຄຸກ​ລັບ ​ໃນ​ບ່ອນ​ຕ່າງໆ​ເຊັ່ນ​ໃນ​
ປະ​ເທດ ​ໂປ​ແລນແລະໂຣ​ເມ​ເນຍ ຮວມທັງເທັກ​ນິກການ​ສອບ​ສວນ ​ໂດຍການ​ຖອກ​ນ້ຳ​ໃສ່
​ໜ້າ ​ເຮັດ​ໃຫ້​ຮູ້ສຶກຄືກັບ​ວ່າ ກຳລັງ​ຈະ​ຈົມ​ນໍ້າ​ຕາຍນັ້ນ. ລາຍ​ງານ​ກ່າວ​ວ່າ ຜູ້​ອອກ​ຫົວຄິດ
ແລະວາງ​ແຜນການ​ໂຈມ​ຕີ​ຕໍ່​ສະຫະລັດ ​ເມື່ອ​ວັນ​ທີ 11 ກັນຍາ 2001 ນາຍ Khalid
Sheik Mohammed ​ນັ້ນ ໄດ້​ຖືກຖອກ​ນ້ຳ​ໃສ່​ໜ້າ ​ເຮັດ​ໃຫ້​ຮູ້ສຶກຄືກັບ​ວ່າ ກຳລັງ​ຈະ​ຈົມ​
ນຳ້​ຕາຍ ​ເຖິງ 183 ​ເທື່ອ.

ນອກ​ນັ້ນ​ ພວກ​ອື່ນໆທີ່​ຖືກ​ກັກ​ຂັງ​ ຍັງຖືກ​ຂັດຂວາງ​ບໍ່​ໃຫ້​ໄດ້​ຫ​ລັບໄດ້ນອນ ​ເປັນ​ເວລາ​
ຫລາຍ​ຮ້ອຍ​ຊົ່ວ​ໂມງ ແລະໄດ້​ຖືກ​ບອກ​ວ່າ ຄອບຄົວຂອງ​ພວກເຂົາ​ເຈົ້າ ຈະ​ເປັນ​ອັນ​ຕະ
ລາຍ ​ແລະ​ໃນ​ກໍ​ລະ​ນີ ນຶ່ງຖືກ​ທຳຮ້າຍ​ທາງ​ເພດ.

​CIA ​ຍອມຮັບ ​ໄດ້​ມີ​ການກະທຳ​ຄວາມ​ຜິດພາດ​ໄປ​ແທ້. ​ແຕ່​ທ່ານ John Brennan
ຫົວໜ້າ CIA ກ່າວ​ວ່າ ການ​ສອບ​ສວນ​ໄດ້​ຊ່ວຍ​ຂັດຂວາງ​ການ​ໂຈມ​ຕີ ຊ່ວຍຮັກສາ​ຊີວິດ
ຜູ້​ຄົນ​ໄວ້ ​ແລະ​ອ້າງ​ວ່າ ​ໄດ້​ຊ່ວຍ​ສະຫະລັດພົບ​ເຫັນ ນາຍ Osama bin Laden ຜູ້ນຳ
al-Qada ຊຶ່ງ​ເປັນ​ກ່າວ​ອ້າງ​ທີ່ລາຍ​ງານ​ໄດ້ໂຕ້ແຍ້ງ.

​ໃນ​ຂະນະ​ດຽວ​ກັນ ອະດີດເຈົ້າ​ໜ້າ​ທີ່ CIA ກຸ່ມ​ນຶ່ງ ກໍ​ໄດ້​ເປີດເວັບ​ໄຊ້ໜຶ່ງ​ຂຶ້ນມາ ​ເພື່ອ​ປ້ອງ
​ກັນການ​ປະຕິບັດ​ງານ ຂອງອົງ​ການ​ສືບ​ລັບ ຊຶ່ງ​ສະທ້ອນ​ຄວາມ​ເຫັນ​ຂອງ ທ່ານ George
W. Bush ປະທານາທິບໍດີສະຫະລັດ ​ໃນເວລາ​ນັ້ນ.

ທ່ານ Bush ກ່າວ​ວ່າ “ຖ້າ​ຫາກ​ວ່າ ຜູ້​ກໍ່​ການ​ຮ້າຍທີ່​ຖືກ​ຈັບ​ໄດ້​ຄົນ​ໜຶ່ງ ​ມີ​ລາຍ​ລະອຽດ
​ກ່ຽວ​ກັບ​ການວາງ​ແຜນ​ ໂຈມ​ຕີປະ​ເທດ​ຂອງ​ເຮົາ ​ພວກ​ເຮົາ​ກໍ​ຈຳ​ເປັນ​ຕ້ອງ​ຮູ້ໃຫ້​ໄດ້
ວ່າ ຜູ້ກ່ຽວ​ຮູ້ຫຍັງ​ແດ່.”

ອະດີີດ​ເຈົ້າ​ໜ້າ​ທີ່ CIA Charles Allen ກ່າວ​ວ່າ ​ພວກເຂົາ​ເຈົ້າໄດ້ເຮັດ ​ໃນ​ສິ່ງ​ທີ່​ເຂົາ​ເຈົ້າ
ຈຳ​ເປັນ​ຕ້ອງ​ເຮັດ.

ທ່ານ Allen ​ເວົ້າ​ວ່າ “ຂ້າພະ​ເຈົ້າ​ກໍ​ຮ່ວມຢູ່​ໃນ​ກຸ່ມໜຶ່ງ​ນ້ອຍໆ ຂ້າພະ​ເຈົ້ານັ່ງ​ຢູ່​ໂຕະ.
ຂ້າພະ​ເຈົ້າ​ຄວນໄດ້​ມີ​ຄວາມ​ຂ້ອງ​ໃຈ​ແລະ​ລັງ​ເລ​ໃຈ ​ແຕ່ວ່າ ຄວາມ​ກົດ​ດັນ​ຕໍ່ພວກ​
ເຮົາ ​ແລະ​ຄວາມ​ມຸ້ງ​ໝັ້ນຂອງ​ພວກ​ເຮົາ ທີ່​ຢາກ​ແກ້​ແຄ້ນ​ພວກ al-Qaida ​ແລະ​
ເຂົ້າ​ໄປ​ທາງ​ໃນ ໄປທັບມ້າງ ​ແລະ​ທຳລາຍ​ມັນ ແມ່ນ​ຫລວງຫລາຍ​ອີ່ຫລີ.”

​ແຕ່​ວ່າ ຢູ່​ຫ້ອງ​ປະ​ຊຸມຂອງສະພາ​ສູງນັ້ນ ອະດີດ​ນັກ​ໂທ​ດສົງຄາມ ຜູ້​ແທນ​ສະພາ​ສູງຈາກ
ພັກ​ຣີພັບ​ບລິ​ກັນ ທ່ານ John McCain ​ໄດ້​ຢືນ​ຢັດ​ຢ່າງ​ໜັກ​ແໜ້ນ ​ເອີ້ນ​ພຶດຕິ​ກຳ​ດັ່ງກ່າວ
ຂອງ CIA ວ່າ ​ເປັນ​ມົນທິນ​ແກ່ ກຽດ​ສັກ​ສີ​ຂອງ​ປະ​ເທດ.

ທ່ານ McCain ກ່າວ​ວ່າ “ພວກ​ເຮົາ​ໄດ້​ຍິນ​ຍອມຢ່າງ​ຫລວງ ​ໃນ​ຄວາມ​ຄາດ​ຫວັງ​ວ່າ
​ການ​ທໍລະມານຈະ​ເຮັດ​ໃຫ້​ເຮົາມີ​ຄວາມ​ປອດ​ໄພຂຶ້ນ​ນັ້ນ. ຍິນ​ຍອມ ຫລາຍ​ໂພດ.”

ບັນດາ​ຜູ້​ແທນລັດຖະ​ສະພາ ​ແລະ​ ແມ່ນ​ແຕ່ບັນດາ​ເຈົ້າ​ໜ້າ​ທີ່​ລັດຖະບານ ​ໄດ້​ພາກັນສະ
ແດງຄວາມ​ເປັນ​ຫ່ວງ​ວ່າ ການ​ເຜີຍ​ແຜ່​ລາຍ​ງານສະບັບ​ນີ້ ​ອາດສາ ມາດ ນຳ​ໄປ​ສູ່​ການ​
ໂຈມຕີຕໍ່​ເປົ້າ​ໝາຍຕ່າງໆຂອງ ສະຫະລັດ ​ແລະ​ບັນດາ​ສະຖານທູດ ແລະ​ທີ່​ຕັ້ງ​ຂອງ​ທະ ຫານສະຫະລັດ ​ໄດ້​ຮັບ​ຄຳ​ສັ່ງ​ໃຫ້​ຢູ່​ໃນ​ທ່າ​ຕຽ​ມ ພ້ອມ ຮັບ​ມືຢ່າງ​ເຕັມທີ່.

XS
SM
MD
LG