ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະສະພາ ສຫລ ເປີດເຜີຍ ລາຍງານກ່ຽວກັບ ວິທີການສອບສວນ ທີ່ຮຸນແຮງຂອງ CIA


White House Supports Release of Report On Former CIA Interrogation Program
please wait

No media source currently available

0:00 0:02:43 0:00

ເບິ່ງວີດີໂອ ລາຍງານ ກ່ຽວກັບຂ່າວນີ້.

ສຳນັກງານ​ການ​ທູດ​ແລະ​ຄ້າຍ​ທະຫານສະຫະລັດ ​ໃນ​ຕ່າງປະ​ເທດ
ກຳລັງ​ເພີ້​ມການຮັກສາ​ຄວາມ​ປອດ​ໄພຂຶ້ນ ​ໃນ​ວັນ​ອັງຄານ​ມື້​ນີ້ ​
ໃນ​ຂະນະ​ທີ່​ສະພາ​ສູງ​ສະຫະລັດ ​ຕຽມທີ່​ຈະເປີດ​ເຜີຍລາຍ​ງານ
ທີ່ລໍຄອຍ​ກັນມາ​ເປັນ​ເວລາ​ດົນ​ນານ ທີ່​ຈະ​ບັນ​ລະ​ຍາຍ​ຢ່າງ​ລະອຽດ
ກ່ຽວ​ກັບ ວິທີ​ການສອບ​ສວນຕ່າງໆ ທີ່​ອົງການ​ສືບ​ລັບ CIA ​
ໄດ້​ປະຕິບັດ​ມາ ນັບ​ຕັ້ງ​ແຕ່ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ
ຕໍ່ແຜ່ນດິນ​ສະຫະລັດ ​ເມື່ອວັນ​ທີ 11 ເດືອນກັນຍາ ປີ 2001 ​
ເປັນ​ຕົ້ນ​ມານັ້ນ.

ກ່າວ​ກັນ​ວ່າ ລາຍ​ງານ​ທີ່​ມີ 6 ພັນ​ໜ້າ ​ໄດ້​ລະ​ບຸ​ຢ່າງ​ລະອຽດ
​ເຖິງ​ວິທີການສອບ​ສວນທີ່​ຮຸນ​ແຮງຕ່າງໆ ​ເຊັ່ນ​ການ​ກັກ​ຂັງ
ຜູ້​ຕ້ອງ​ສົງໄສຢູ່​ຫ້ອງ​ແຄບໆ ການ​ບໍ່​ໃຫ້​ໄດ້ຫລັບ​ນອນ ​ແລະ​ການຖອກ​ນ້ຳ​ໃສ່ໜ້າ ຊຶ່ງ​ອາດ
ພາ​ໃຫ້​ສະໝັກ​ນ້ຳ​ຕາຍໄດ້​ນັ້ນ. ​ບັນດາເຈົ້າ​ໜ້າ​ທີ່ລັດຖະບານ ທ່ານ​ໂອບ​າມາ ​ໄດ້​ມີ​ຄວາມ​ເປັນ​ຫ່ວງຢ່າງ​ໃຫຍ່ຫລວງວ່າ ການ​ເປີ​ດ​ເຜີຍ​ລາຍ​ງານ​ນີ້ ຈະ​ສົ່ງ​ຜົນ​ໃຫ້​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ ຕໍ່​ຜົນ​ປະ​ໂຫຍດຕ່າງໆຂອງ​ສະຫະ​ລັດ ຈົນ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ​ໄດ້​ໂທລະສັບ​ຫາ ທ່ານ​ນາງ Diane Feinstein ​ປະທານ ຄະນະ​ກຳມາ​ທິການ​ສືບ​ລັບຂອງ​ສະພາ​ສູງ ໃນສັບປະດາແລ້ວ​ນີ້ ກ່ຽວ​ກັບ​ຜົນ​ສະທ້ອນ​ທີ່​ຈະ ຕິດຕາມ​ມາ​ນັ້ນ.

​ໂຄສົກ​ຂອງ​ທຳນຽບຂາວ ທ່ານ Josh Earnest ​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ໄດ້​ມີ​ການ​ເອົາ “​ບາດກ້າວປ້ອງ​ກັນຢ່າງ​ຮອບ​ຄອບ” ເພື່ອ​ເພີ້​ມທະວີ​ການ​ຮັກສາ​ຄວາມ​ປອດ
ໄພ​ ​ໃຫ້​ແກ່ສຳນັກງານ​ຕ່າງໆຂອງ​ສະຫະລັດ ​ໃນ​ກໍລະນີທີ່​ເກີດການ​ປະ​ທ້ວງ​ຢ່າງ​ຮຸນ​ແຮງ.

ທ່ານ​ໂອ​ບາ​ມາ ​ໄດ້ມີ​ຄຳ​ສັ່ງ​ຫ້າມ​ “​ວິທີ​ການສອບ​ສວນທີ່​ຮຸນ​ແຮງ” ​ເຫລົ່າ​ນັ້ນ ຫຼັງຈາກ​ທີ່
ທ່ານ​ໄດ້​ຂຶ້ນ​ກຳ​ອຳນາດ ​ໃນ​ປີ 2009. ​ໂຄສົກ Earnest ​ກ່າວ​ວ່າ ທ່ານປະທານາທິບໍດີ​ເຊື່ອ​ວ່າ ມັນ​ສຳຄັນ ທີ່​ຊາວ​ອາ​ເມຣິກັນ ​ຈະ​ຕ້ອງໄດ້​ເຫັນຢ່າງ​ຈະ​ແຈ້ງເຖິງສິ່ງທີ່​ໄດ້​ເກີດ​ຂຶ້ນ​ແທ້ໆ.

CIA Torture VOSOT
please wait
Embed

No media source currently available

0:00 0:01:57 0:00

XS
SM
MD
LG