ໜັງສືພິມທີ່ມີຊື່ສຽງສະບັບນຶ່ງຂອງສະຫະລັດລາຍງານວ່າ
ວໍຊິງຕັນຢາກຂະຫຍາຍ ການປະຕິບັດງານລັບ ຂອງອົງ
ການຊີໄອເອຢູ່ໃນປາກິສຖານທີ່ມີເປົ້າໝາຍແນໃສ່ເພື່ອກຳ
ຈັດບ່ອນຫຼົບລີ້ຂອງພວກມຸສລິມຫົວຮຸນແຮງ ໃນບໍລິເວນ
ໃກ້ໆຊາຍແດນອັຟການິສຖານນັ້ນ.
ໜັງສືພິມ Wall Street Journal ລາຍງານໃນແລງວັນ
ສຸກວານນີ້ວ່າ ສະຫະລັດໄດ້ຮ້ອງຂໍຕໍ່ປາກິສຖານໃນໄລຍະ
ສອງສາມອາທິດມານີ້ ໃຫ້ອະນຸຍາດໃຫ້ສະຫະລັດ ສົ່ງເຈົ້າ
ໜ້າທີ່ຊີໄອເອແລະຄູຝຶກກຳລັງພິເສດ ໃນຈຳນວນເພີ້ມຂຶ້ນ
ເຂົ້າໄປໃນປາກິສຖານເພື່ອປະກອບສ່ວນເຂົ້າຮ່ວມໃນການດຳເນີນຄວາມພະຍາຍາມຂອງ
ວໍຊິງຕັນໃນການເພີ່ມທະວີຄວາມກົດດັນ ຕໍ່ພວກຫົວຮຸນແຮງ.
ລາຍງານເວົ້າວ່າ ປາກິສຖານໄດ້ປະຕິເສດຕໍ່ການຮ້ອງຂໍຂອງສະຫະລັດ ທີ່ຈະສົ່ງພະນັກງານ
ເຂົ້າໄປໃນປາກິສຖານເພີ່ມຕື່ມ ຍ້ອນປາກິສຖານຍັງມີຄວາມລະມັດລະວັງເປັນທີ່ສຸດກ່ຽວກັບ
ການມີໜ້າໃນຈຳນວນເພີ້ມຂຶ້ນຂອງສະຫະລັດ ຢູ່ໃນດິນແດນປາກິສຖານ.
ໜັງສືພິມສະບັບນີ້ລາຍງານວ່າ ຈຳນວນຂອງເຈົ້າໜ້າທີ່ຊີໄອເອໃນປາກິສຖານ ແມ່ນຖືເປັນ
ຄວາມລັບສຳຄັນ ແຕ່ກໍເວົ້າວ່າ ມີຈຳນວນເພີ່ມຂຶ້ນຢ່າງຫຼວງຫຼາຍໃນໄລຍະສອງສາມປີຜ່ານ
ມານີ້.
ໜັງສືພິມ Wall Street Journal ກ່າວວ່າ ວໍຊິງຕັນຢາກໃຫ້ປາກິສຖານດຳເນີນມາດຕະ
ການໜັກມືຂຶ້ນຕື່ມ ຕໍ່ບັນດາກຸ່ມທີ່ເປັນພັນທະມິດກັບພວກກໍ່ການຮ້າຍອາລກາຍດານັ້ນ.