ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະຣັດໃຊ້​ເທັກ​ໂນ​ໂລຈີ​ໃໝ່​ໃນ​ການປາບປາມພວກ​ກະບົດ​ໃນປາ​ກີ​ສຖານ


ສະຫະຣັດໃຊ້​ເທັກ​ໂນ​ໂລຈີ​ໃໝ່​ໃນ​ການປາບປາມພວກ​ກະບົດ​ໃນປາ​ກີ​ສຖານ
ສະຫະຣັດໃຊ້​ເທັກ​ໂນ​ໂລຈີ​ໃໝ່​ໃນ​ການປາບປາມພວກ​ກະບົດ​ໃນປາ​ກີ​ສຖານ

ອົງການ​ສືບ​ລັບ​ຂອງສະຫະຣັດກຳລັງ​ນຳໃຊ້​ເທັກ​ໂນ​ໂລຈີ​ໃໝ່​ໃນ​ປາ​ກີ​ສຖານ​ເພື່ອ​ແນ​ເປົ້າໝາຍ​ໃສ່​ພວກ​ກະບົດ​ໃຫ້​ດີ​ຂຶ້ນ​

ໜັງສືພິມ​ໃຫຍ່​ສະບັບ​ນຶ່ງ​ຂອງ​ສະຫະຣັດລາຍ​ງານ​ໃຫ້​ຊາບ​ວ່າອົງການ​ສືບ​ລັບ​ຂອງສະຫະຣັດກຳລັງ​ນຳໃຊ້​ເທັກ​ໂນ​ໂລຈີ​ໃໝ່​ໃນ​ປາ​ກີ​ສຖານ​ເພື່ອ​ແນ​ເປົ້າ ໝາຍ​ໃສ່​ພວກ​ກະບົດ​ໃຫ້​ດີ​ຂຶ້ນ​ໃນ​ຂະນະ​ດຽວ​ກັນກໍ​ລົດ​ຜ່ອນ​ຄວາມ​ເສັຍ​ຫາຍ​ບາດ​ເຈັບ​ລົ້ມ​ຕາຍຂອງພວກ​ພົນລະ​ເຮືອນ​ລົງ.

ໜັງສືພິມ Washington Post ​ລາຍ​ງານ​ໃນ​ວັນ​ຈັນ​ມື້​ນີ້​ວ່າອົງການ ສືບ​ລັບ CIA ກຳລັງ​ຕິດຕັ້ງລະ​ເບີດທີ່​ເອີ້ນ​ວ່າ Small Smart Weaponໃສ່​ພວກ​ເຮືອບິນ​ທີ່​ບໍ່​ມີຄົນ​ຂັບ​ຈຳນວນນຶ່ງ. ລະ​ເບີດດັ່ງກ່າວ​ຍາວ​ຂະໜາດ 55 ຊັງ​ຕິ​ແມັດແລະເອີ້ນ​ກັນ​ວ່າ Scorpion ຫລື​ແມງ​ເງົາ​ນັ້ນ.

ໜັງສືພິມ​ສະບັບ​ນີ້​ອ້າງ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ສະຫະຣັດຈຸ​ນຶ່ງ​ທີ່ບໍ່​ບອກ​ຊື້​ໃຫ້​ຊາບ​ທີ່​ເວົ້າ​ວ່າລະ​ເບີດ​ນ້ຳໜັກ 16 ກິ​ໂລກຣາມທີ່​ວ່າ​ນີ້ສາມາດ​ບັນຈຸ ລະ​ບົບນຳພາໄດ້ຮອດ 4 ຢ່າງ​ ທີ່ສາມາດ​ເຮັດ​ໃຫ້​ລະ​ເບີດ​ຕົກ​ໄປຖືກ​ຄົນ​ຜູ້​ນຶ່ງໂດຍ​ສະ​ເພາະໄດ້​ໃນ​ຍາມ​ມືດ​ມົວນັ້ນ. ບົດ​ຄວາມ​ໜັງສືພິມ​ສະບັບ​ນີ້ຍັງ​ໄດ້​ເວົ້າ​ເຖິງ​ການ​ປັບປຸງ​ອື່ນໆ​ຫວ່າງ​ໄວໆມາ​ນີ້​ເພື່ອ​ລົກ​ຜ່ອນ​ການບາດ​ເຈັບ​ລົ້ມ​ຕາຍ​ຂອງ​ພວກ​ພົນລະ​ເຮືອນ ຮວມທັງ​ຫົວ​ລະ​ເບີດ​ຊະນິດ​ນຶ່ງ​ສຳລັບ​ລະ​ເບີດ
ຂະ​ໜາດ​ໃຫຍ່​ທີ່​ສາມາດສັງຫານ​ຜູ້​ຄົນ​ໄດ້​ໂດຍ​ບໍ່​ຕ້ອງ​ທຳລາຍ​ໂຄງ​ລ່າງ​ພື້ນຖານ​ຫລື​ອາຄານ.

ໜັງສືພິມ Washington Post ອ້າງ​ຄຳ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່ວ່າການ​ທີ່​ບໍ່​ປາກົດ​ມີການ​ຮ້ອງ​ໂຮ​ປະ​ທ້ວງ​ກ່ຽວ​ກຫັບ​ການ​ເສັຍ​ຊີວິດ​ຂອງ​ພວກພົນລະ​ເຮືອນ​ໃນ​ປາ​ກີ​ສຖານ​ໃນ​ໄລຍະ​ຫລັງໆ​ນີ້ຊີ້​ໃຫ້​ເຫັນ​ວ່າການ​ໂຈມ​ຕີ​ເຫລົ່າ​ນີ້​ໄດ້​ຫລີກ​ລ້ຽງ​ການ​ສ້າງຄວາມ​ເສັຍ​ຫາຍ​ໃຫ້ແກ່​ສິ່ງ​ທີ່ຢູ່​ໃກ້ໆກັບ​ເປົ້າໝາຍ​ການ​ໂຈມ​ຕີນັ້ນ​ໄດ້ຢ່າງ​ສຳ​ເລັດຜົນ.

XS
SM
MD
LG