ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໜ່ວຍສືບລັບຊີໄອເອ ຂອງສະຫະລັດ ກໍາລັງປະຕິບັດການ ຢູ່ໃນລີເບຍແລ້ວ


ເຄຶ່ອງໝາຍຂອງອົງການສືບລັບຊີໄອເອຂອງສະຫະລັດ
ເຄຶ່ອງໝາຍຂອງອົງການສືບລັບຊີໄອເອຂອງສະຫະລັດ

ລາຍງານຂ່າວ ທີ່ລົງພິມເຜີຍແຜ່ເວົ້າວ່າ ພວກເຈົ້າໜ້າທີ່ສືບລັບ ຊີໄອເອ ຂອງສະຫະລັດ ກໍາລັງປະຕິບັດງານຢູ່ໃນລີເບຍ ແຕ່ພວກເຂົາເຈົ້າເຮັດຫຍັງ ແທ້ນັ້ນກໍຍັງບໍ່ເປັນທີ່ແຈ້ງຂາວ ເທື່ອເພື່ອຮັກສາໄວ້ຊຶ່ງແນວທາງທີ່ເຄີຍປະຕິບັດມາ ອົງການສືບລັບຊີໄອເອສະຫະລັດຈະບໍ່ໃຫ້ ຄວາມຄິດເຫັນໃດໆ ກ່ຽວກັບລາຍງານເຫຼົ່ານີ້. ລັດຖະບານໂອບາມາກ່າວວ່າ ສະຫະລັດຍັງບໍ່ ໄດ້ຕັດສິນໃຈເທື່ອວ່າ ຈະປະກອບຫຼືຕິດອາວຸດໃຫ້ພວກກະບົດຫລືບໍ່ ແຕ່ອີງ ຕາມທີ່ຜູ້ສື່ຂ່າວ ວີໂອເອອາວຸໂສ Gary Thomas ລາຍງານນັ້ນກໍແມ່ນວ່າ ເວລານີ້ອົງການສືບລັບຊີໄອເອ ອາດກໍາລັງປະຕິບັດການຫລາຍສິ່ງຫລາຍປະການຢູ່ໃນລີເບຍ ທອງປານ ມີເລຶ່ອງນີ້ມາ ສະເໜີທ່ານໃນອັນດັບຕໍ່ໄປ

ພວກນັກວິເຄາະກ່າວວ່າ ມັນບໍ່ເປັນສິ່ງປະຫລາດໃຈຫຍັງ ເລີຍທີ່ ວ່າເວລານີ້ອົງການສືບລັບຂອງສະຫະລັດໄດ້ເຂົ້າໄປ ປະຕິບັດການຢູ່ໃນລີ ເບຍແລ້ວ. ນາງ Reva Bhalla ນັກວິເຄາະຂົງເຂດຕາເວັນອອກກາງ ປະຈໍາບໍລິສັດສືບລັບ ເອກະຊົນ Stratfor ກ່າວວ່າ ການເກັບກໍາຂໍ້ມູນລັບນັ້ນ ແມ່ນພາລະໜ້າທີ່ພື້ນຖານທີ່ສຸດຂອງອົງການຊີໄອເອ.

//ສຽງ// ນາງ Bhalla ກ່າວວ່າ “ມັນເປັນທີ່ຈະແຈ້ງ ເມື່ອໃດຫາກມີການປະຕິບັດການທາງທະຫານ ດັ່ງທີ່ ດໍາເນີນໄປຢູ່ໃນຂະນະນີ້ເກີດຂຶ້ນ ກໍຕ້ອງໄດ້ມີໜ່ວຍ ປະຕິບັດການຢູ່ພາກພື້ນດິນ ໄປພ້ອມໆກັນ ເພື່ອຊີ້ບອກເປົ້າໝາຍສໍາລັບການ ໂຈມຕີທາງອາກາດ ຄືບໍ່ແມ່ນແຕ່ຮູບການດ້ານທະຫານພຽງຝ່າຍດຽວເທົ່ານັ້ນ ແຕ່ຍັງຈະຕ້ອງ ພະຍາຍາມສຶກສາເບິ່ງວ່າຜູ້ໃດເປັນຝ່າຍຄ້ານ ພວກເຂົາຕິດຕໍ່ ກັບຝ່າຍໃດ ແລະມີຜູ້ນໍາຄົນໃດແດ່ທີ່ສະແດງໃຫ້ເຫັນເຖິງຄວາມສາມາດບົ່ມຊ້ອນ ໃນ ການຈະທ້ອນໂຮມປະເທດ ທີ່ມີຫຼາຍພັກຫຼາຍຝ່າຍນີ້ເຂົ້າເປັນອັນນຶ່ງອັນ ດຽວກັນໄດ້.”

ອີງຕາມລາຍງານຂ່າວທີ່ພິມເຜີຍແຜ່ນັ້ນ ພວກເຈົ້າໜ້າທີ່ສືບລັບຊີໄອທີ່ບໍ່ ຮູ້ຈໍານວນວ່າມີ ເທົ່າໃດຄົນ ພ້ອມກັບໜ່ວຍສືບລັບແລະກໍາລັງພິເສດຂອງອັງກິດແມ່ນກໍາລັງປະຕິບັດງານ ກັບພວກກະບົດລີເບຍ. ຊີໄອເອ ມີໜ່ວຍປະຕິບັດງານທາງທະຫານຂອງຕົນ ທີ່ຮູ້ກັນວ່າ ໜ່ວຍກິດຈະກໍາ ພິເສດນັ້ນ ແຕ່ສິ່ງທີ່ຊີໄອເອກໍາລັງປະຕິບັດການຢູ່ໃນລີເບຍ ນອກເໜືອໄປ ກວ່າການເກັບກໍາຂໍ້ມູນລັບນັ້ນແລ້ວ ກໍບໍ່ຮູ້ເປັນທີ່ແຈ້ງຂາວເລີຍ.

ແຕ່ເລຶ່ອງທັງໝົດແລ້ວ ພວກກະບົດລີເບຍແມ່ນໄດ້ຮັບການເຝິກແອບແລະມີອາວຸດທີ່ບໍ່ຄ່ອຍ ດີ ພວກເຂົາເຈົ້າສາມາດບຸກຄືບໜ້າໄດ້ຈຳນວນນຶ່ງ ແຕ່ພວກເຂົາເຈົ້າກໍຖືກຂັບໄລ່ໃຫ້ລ່າ ຖອຍຄືນ ໂດຍກອງກໍາລັງທະຫານຂອງຝ່າຍລັດຖະບານລີເບຍ. ລັດຖະບານໂອບາມາ ກ່າວວ່າ ຕົນຍັງບໍ່ທັນຕັດສິນໃຈ ທີ່ຈະປະກອບອາວຸດໃຫ້ຝ່າຍກະບົດເທື່ອ ແຕ່ກໍກ່າວຢືນຢັນວ່າ ສະຫະລັດຈະບໍ່ສົ່ງກໍາລັງທະຫານບົກໄປຍັງລີເບຍ ໂດຍພຽງແຕ່ຈະຕັ້ງໝັ້ນຢູ່ກັບການ ຈັດຕັ້ງປະຕິບັດເຂດຫ້າມບິນຢ່າງດຽວເທົ່ານັ້ນ.

ໃນການໃຫ້ຄວາມເຫັນທີ່ທ່ານເວົ້າວ່າເປັນທັດສະນະສ່ວນຕົວຂອງທ່ານນັ້ນ ອະດີດເຈົ້າໜ້າທີອາວຸໂສຊີໄອເອທ່ານ Emile Nakhleh ກ່າວວ່າ ມັນເບິ່ງ ຄືວ່າຊີໄອເອກໍາລັງໃຫ້ການຊ່ວຍເຫລືອບາງຢ່າງ ແກ່ພວກກະບົດໂດຍສະ ເພາະແລ້ວແມ່ນໃນດ້ານສື່ສານແລະການຈັດຕັ້ງນັ້ນ.

//ສຽງ// ທ່ານ Nakhleh ກ່າວວ່າ

“ບາງທີພວກຊີໄອເອອາດສະໜອງໃຫ້ການຊ່ວຍເຫລືອເຄຶ່ອງອຸປະກອນການ ສື່ສານ ປະການທີ່ນຶ່ງ ນັບຕັ້ງແຕ່ອຸປະກອນຂັ້ນພື້ນຖານທີ່ສຸດນັ້ນກໍຄື ວິທະຍຸຕິດຕໍ່ມືຖື ຫລື Walkie Talkie ຫລືອຸປະກອນທີ່ສະດວກວ່ອງໄວ ດີກວ່ານັ້ນ ຄືໂທລະສັບມືຖື ປະການທີ່ສອງ ຊີໄອເອອາດຊ່ວຍເຝິກອົບລົມ ໃຫ້ແກ່ພວກກະບົດວິທີທໍາການໂຈມຕີ ຫລືວິທີຮັບມືກັບການໂຈມຕີຂອງ ກາດດາຟີ. ທີ່ຈິງແລ້ວ ຂ້າພະເຈົ້າໝາຍຄວາມວ່າ ພວກກະບົດກໍຄືພວກ ຝ່າຍຄ້ານທີ່ຫ້າວຫັນເຂົ້າໄປປະກອບສ່ວນເພື່ອຕໍ່ຕ້ານລັດຖະບານເທົ່ານັ້ນ ແຕ່ພວກເຂົາເຈົ້າບໍ່ມີແນວຄິດຫຍັງເລີຍເຖິງວິທີການຈັດຕັ້ງນັ້ນຢ່າງໃດ.”

ແຕ່ແນວໃດກໍດີ ທ່ານ Nakhleh ກໍເຊື່ອວ່າ ບໍ່ມີສິ່ງໃດທີ່ຈະມາຂັດຂວາງ ຫລືຢຸດພວກເຈົ້າໜ້າທີ່ຊີໄອເອບໍ່ໃຫ້ຊ່ວຍເຝິກແອບພວກກະບົດ ກ່ຽວກັບ ວິທີການນຳໃຊ້ອາວຸດທີ່ຍຶດໄດ້ນັ້ນແຕ່ຢ່າງໃດ. ຊຶ່ງທ່ານ Nakhleh ກ່າວຊີ້ແຈງຕໍ່ໄປວ່າ:

//ສຽງ// ທ່ານ ນາກເລ ກ່າວວ່າ

“ພວກເຮົາຕ້ອງໄດ້ເຝິກແອບພວກກະບົດເຖິງວິທີໃຊ້ພວກອາວຸດທີ່ຍຶດໄດ້ ຈາກກໍາລັງຂອງກາດດາຟີ ພວກກະບົດບາງຄົນກໍຍຶດໄດ້ລູກສອນໄຟ ແຕ່ກໍບໍ່ຮູ້ວິທີຍິງ ດັ່ງນັ້ນ ຂ້າພະເຈົ້າຄິດວ່າ ຕ້ອງໄດ້ສິດສອນພວກເຂົາເຈົ້າ ທຸກສິ່ງທຸກຢ່າງກ່ອນ ເຖິງແມ່ນຢູ່ໃນຂັ້ນທີ່ຍັງຕໍ່າກວ່າລະດັບທີ່ຈະປະກອບ ອາວຸດພວກເຂົາເຈົ້າດ້ວຍອາວຸດສະຫະລັດກໍຕາມ.”

ແຕ່ພວກນັກວິເຄາະເຊຶ່ອວ່າ ກ່ອນທີ່ພວກກະບົດຈະສາມາດເອົາຊະນະຕາມ ທີ່ພວກເຂົາເຈົ້າຄາດຫວັງໄວ້ແລ້ວນັ້ນ ພວກເຂົາເຈົ້າຈະຕ້ອງມີອາວຸດທີ່ມີ ປະສິດທິຜົນຫລາຍກວ່ານັ້ນ ເຊັ່ນພວກອາວຸດທີ່ສະຫະລັດສະໜອງໃຫ້ພວກ ກະບົດອາຟການີສຖານສູ້ລົບກັບການຍຶດຄອງໂຊວຽດໃນຄັ້ງຊຸມປີ 1980 ນັ້ນ ແລະໃຫ້ການເຝິກອົບລົມພິເສດໃນວິທີການໃຊ້ມັນ.

ອີງຕາມາລາຍງານຂ່າວທີ່ພິມເຜີຍແຜ່ທີ່ໄດ້ອ້າງເອົາຄໍາເວົ້າຈາກແຫລ່ງຂ່າວ ລັດຖະບານໂອມາມານັ້ນ ປະທານາທິບໍດີບາຣັກ ໂອບາມາ ໄດ້ເຊັນໜັງສື ອະນຸຍາດລັບສະບັບນຶ່ງ ທີ່ຮູ້ກັນວ່າ “ການຕັດສິນ” ຂອງປະທານາທິບໍດີ ທີ່ອາດໃຫ້ການອະນຸຍາດໃນການເຝິກແລະຕິດຫຼືປະກອບອາວຸດໃຫ້ແກ່ພວກກະບົດໃນໃນອະນາຄົດນັ້ນ.

ແຕ່ໂຄງການທີ່ວ່ານີ້ ແມ່ນມີຄວາມສ່ຽງສູງ. ຕົວຢ່າງໃນປີ 1961 ກໍາລັງ ທີ່ໄດ້ຮັບການຝຶກແອບໂດຍຊີໄອເອ ໄດ້ພະຍາຍາມແຕ່ປະສົບຄວາມສຳເລັດ ໃນການຍົກພົນຂຶ້ ບົກຢູ່ທີ່ອ່າວໝູຫຼື Bay of Pig ຂອງຄິວບາ ເພື່ອໂຄ່ນ ລົ້ມ ຟິເດລ ຄັສໂຕຣ ທີ່ໄດ້ສ້າງຄວາມອັບອາຍຂາຍໜ້າໃຫ້ແກ່ມື້ລາງປະທາ ນາທິບໍດີ ຈອນ ເອັຟ ເຄນເນດີ້ ຊຶ່ງກຳລັງເຂົ້າຮັບຕຳແໜ່ງໃໝ່ໆ ໃນເວລາ ນັ້ນ.

ໄລຍະຕໍ່ມາ ໃນຊຸມປີ 1980 ຊີໄອເອ ຮ່ວມກັບປາກີສຖານ ໄດ້ປະກອບ ອາວຸດ ແລະເຝິກແອບພວກກະບົດອາຟການີສຖານຕໍ່ຕ້ານໂຊຫວຽດ. ພວກ ກະບົດດັ່ງກ່າວ ທີ່ຮູ້ກັນໃນນາມ Mujahedin ໄດ້ຂັບໄລ່ກໍາລັງທະຫານ ຂອງໂຊຫວຽດອອກຈາກອາຟການີສຖານໄດ້. ແຕ່ສະມາຊິກຫລາຍໆຄົນ ຂອງພວກກະບົດດັ່ງກ່າວພາກັນອອກໄປຈັດຕັ້ງກຸ່ມຕາລິບານ ແລະກຸ່ມ ອາລຄາອີດາ ແລະພວກອາວຸດທັນສະໄໝຫລາຍຊະນິດທີ່ພວກກະບົດ Mujahedin ໄດ້ຮັບນັ້ນ ເຊັ່ນ ລູກສອນໄຟປະເພດແບບໃສ່ບ່າໄຫລ່ ຍິງຈາກພື້ນດິນໄປເທິງອາກາດນັ້ນ ໄດ້ຫາຍສາບສູນໄປໃນຕອນສົງຄາມ ຂັບໄລ່ໂຊຫວຽດໃນອາຟການີສຖານສິ້ນສຸດລົງ.

ນາງ Reva Bhalla ກ່າວວ່າ ພວກລັດຖະບານທີ່ໄດ້ພົວພັນ ໃນການ ຮ່ວມຕໍ່ຕ້ານກາດດາຟີນັ້ນ ແມ່ນເປັນຫ່ວງກ່ຽວກັບເຫດການທັງສອງຢ່າງ ຄື ວິທີການທີ່ໃຊ້ຢູ່ອ່າວ Bay of Pig ໃນທະເລຊາຍ ບ່ອນທີ່ພວກກະບົດ ປາໄຊ ແລະອາດມີການແຊກຊຶມເຂົ້າໃນພວກກະບົດ ໂດຍພວກຫົວຮຸນ ແຮງອີສລາມນັ້ນ. ນາງ Bhalla ກ່າວຕໍ່ໄປວ່າ:

//ສຽງ// ນາງ Bhalla ກ່າວວ່າ

“ເລຶ່ອງນີ້ ຂ້າພະເຈົ້າຄິດວ່າ ມັນເປັນຂໍ້ຂ້ອງໃຈອັນໃຫຍ່ຫລວງ ທີ່ມີຢູ່ໃນໃຈ ຂອງຫລາຍລັດຖະບານເຫລົ່ານີ້ຢູ່ ເພາະວ່າມັນຍັງບໍ່ແຈ່ມແຈ້ງເທື່ອ ນີ້ມັນບໍ່ ແມ່ນເລຶ່ອງສະລັບຊັບຊ້ອນຫລາຍປານໃດ ຫລືແມ່ນກໍາລັງຝ່າຍຄ້ານທີ່ມີ ສະມັດທະພາບທາງທະຫານ ແລະແລ້ວກໍມີຄວາມເປັນຫ່ວງຢູ່ບ່ອນວ່າ ມີ ພວກປະເພດຫົວຮຸນແຮງອີສລາມບາງພວກປະປົນຢູ່ໃນກຸ່ມຝ່າຍຄ້ານ ແລະ ຖ້າຫາກວ່າພວກຝ່າຍຄ້ານຈະທໍາການເຄຶ່ອນເພື່ອປະກອບອາວຸດແລະສະ ບຽງຕ່າງໆໃຫ້ແກ່ພວກກະບົດເຫລົ່ານີ້ແລ້ວ ກໍຖືວ່າເປັນບາງສິ່ງທີ່ຈະສົ່ງ ຜົນກະທົບອັນຮ້າຍແຮງຄືນແກ່ພວກເຮົາໃນຂັ້ນຕໍ່ໄປໄດ້.”

ໃນສິ່ງທີ່ຊີໄອເອໄດ້ປະຕິບັດການແທ້ໆຢູ່ໃນລີເບຍໃນທີ່ສຸດນັ້ນນັ້ນ ອາດ ບໍ່ມີໃຜຮູ້ຢ່າງເປັນການເປີດເຜີຍ ແຕ່ດັ່ງທີ່ອະດີດເຈົ້າໜ້າທີ່ຊີໂອເອຊີ້ໃຫ້ ເຫັນນັ້ນກໍແມ່ນ ການປະຕິບັດການທີ່ໃຫຍ່ເທົ່າໃດ ມັນກໍຍິ່ງຈະເປັນການ ຍາກລໍາບາກທີ່ຈະເກັບກໍາໄວ້ເປັນຄວາມລັບໄດ້.

XS
SM
MD
LG