ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສືບລັບ CIA ສະຫະລັດ ນຳໃຊ້ຕາໜ່າງ ສື່ສັງຄົມ


ອົງການສືບລັບ CIA ຂອງສະຫະລັດ
ອົງການສືບລັບ CIA ຂອງສະຫະລັດ
ອົງການ​ສືບ​ລັບ CIA ຂອງສະຫະລັດ​ໄດ້ນຳໃຊ້ຕາໜ່າງ​ສື່​ສັງຄົມ ​
ແລະ​ສາທາລະນະຊົນ ກໍໄດ້ພາກັນຫຼັ່ງໄຫຼ ​ເຊັນ​ເຂົ້າເບິ່ງ​ຕາໜ່າງ
ຂອງອົງການ​ສືບ​ລັບດັ່ງກ່າວ.

ອົງການ​ສືບ​ລັບ CIA ​ໄດ້​ປະ​ກາດ​ ໃນ​ວັນ​ສຸກ​ວານ​ນີ້​ວ່າ ຕົນ​ຈະ
​ເລີ້ມ​ເປີດ​ບັນຊີ​ ທັງການນຳໃຊ້ Facebook ​ແລະ Twitter.

ການສົ່ງ tweeter ​ເທື່ອທຳ​ອິດຂອງອົງການ CIA ທີ່ມີໃຈຄວາມ
ວ່າ “ພວກ​ເຮົາ​ບໍ່ສາມາດ ​ໃຫ້ການຢືນຢັນ ຫລືປະຕິ​ເສດວ່າ ນີ້
ແມ່ນການສົ່ງ tweeter ​ເທື່ອທຳ​ອິດ​ຂອງ​ພວກ​ເຮົາ” ​ໄດ້ມີການ
ສົ່ງ tweeter ຕໍ່ກັນຊ້ຳແລ້ວຊ້ຳອີກກວ່າ 75,000 ​ເທື່ອພາຍໃນ
​ບໍ່ພໍ​ເທົ່າໃດ​ຊົ່ວ​ໂມງ.

ບັນດາ​ແຟນໆ​ຂອງວົງ​ການ​ສືບ​ລັບ ສາມາດ​ຕິດຕາມ​ອົງການ​ສືບ​ລັບ CIA ໄດ້ ທາງ
Twitter@CIA ​ແລະທາງ Facebook ໃນອັນ​ທີ່​ທາງອົງການດັ່ງກ່າວ ເວົ້າວ່າ ຈະ​ເປັນ
“​ລາຍ​ງານຫ​ລ້າ​ສຸດ ​ຮູບ​ພາບ​ຂອງ​ວັນ​ພະຫັດ ສະທ້ອນ​ເຖິງ​ປະຫວັດ​ກ່ຽວກັບການ​ສືບ​ລັບ
​ແລະ​ມ່ວນຊື່ນ ກັບ​ຄວາມ​ຈິງ​ຈາກ World Factbook ຂອງອົງການ CIA.”

ນອກນັ້ນ ອົງການ​ສືບ​ລັບ​ CIA ຍັງ​ກ່າວ​ອີກວ່າ ບັນຊີ​ຕາໜ່າງສື່​ມ​ວນ​ຊົນຈະ​ສະ​ເໜີ​ລາຍ
​ລະອຽດ ກ່ຽວ​ກັບ​ວຽກ​ການ ​ແລະ​ສະ​ເໜີ​ໃຫ້​ຮູ້ກ່ຽວກັບພິພິດ​ທະພັນ ອົງການ​ CIA.

ຜູ້ອຳນວຍການ ອົງການ​ສືບ​ລັບ CIA ທ່ານ John Bennan ກ່າວ​ວ່າ “​ໃນ ການຂະ
ຫຍາຍບັນດາເວ​ທີເຫຼົ່ານີ້ ອົງການ​ CIA ຈະ​ມີ​ຄວາມ​ສາມາດ​ເຂົ້າ​ເຖິງ ສາທາລະນະຊົນ
ໄດ້ໂດຍກົງຫລາຍ​ຂື້ນ ​ແລະ​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບການ​ປະ ຕິບັດ​ງານ​ ຂອງອົງການ​
CIA ປະຫວັດຄວາມເປັນມາ ​ແລະ​ການ​ພັດທະນາ​ຕ່າງໆ.
XS
SM
MD
LG