ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານນາງແຮສແປລ ເໝາະສົມ ກັບຕຳແໜ່ງ ຜູ້ອຳນວຍການ ອົງການ CIA ທີ່ສຸດ


ຜູ້ທີ່ຖືກສະເໜີຊື່ ໃຫ້ເປັນຜູ້ອຳນວຍການອົງການ​ສືບ​ລັບ CIA ຂອງ​ສະຫະລັດ ທ່ານ​ນາງ ຈີ​ນາ ແຮ​ສ​ແປລ (Gina Haspel) ກາງ, ເຂົ້າຮ່ວມ ໃນພິທີສາບານຕົວ ເຂົ້າຮັບຕຳແໜ່ງ ຂອງ
ທ່ານໄມຄ໌ ພອມພຽລ (Mike Pompeo) ເປັນລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ ທີ່ວໍຊີງຕັນ. 2 ພຶດສະພາ 2018.
ຜູ້ທີ່ຖືກສະເໜີຊື່ ໃຫ້ເປັນຜູ້ອຳນວຍການອົງການ​ສືບ​ລັບ CIA ຂອງ​ສະຫະລັດ ທ່ານ​ນາງ ຈີ​ນາ ແຮ​ສ​ແປລ (Gina Haspel) ກາງ, ເຂົ້າຮ່ວມ ໃນພິທີສາບານຕົວ ເຂົ້າຮັບຕຳແໜ່ງ ຂອງ ທ່ານໄມຄ໌ ພອມພຽລ (Mike Pompeo) ເປັນລັດຖະມົນຕີ ກະຊວງການຕ່າງປະເທດສະຫະລັດ ທີ່ວໍຊີງຕັນ. 2 ພຶດສະພາ 2018.

ກ່ອນ​ໜ້າຄຳໃຫ້ການເພື່ອຮັບຮອງ​ເອົາ​ການແຕ່ງຕັ້ງ​ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ​ທຳນຽບຂາວ​ໄດ້ກ່າວປົກປ້ອງ​ຜູ້ຮັກສາການ ​ຜູ້ອຳນວຍການອົງການ​ສືບ​ລັບ CIA ຂອງ​ສະຫະລັດ
ທ່ານ​ນາງ ຈີ​ນາ ແຮ​ສ​ແປລ (Gina Haspel) ນັ້ນວ່າ ເປັນບຸກຄົນທີ່​ດີ​ທີ່​ສຸດ​ສຳລັບ
​ຕຳ​ແໜ່​ງນີ້.

ໂຄສົກ​ຂອງ​ທຳນຽບຂາວ ທ່ານ​ນາງ​ຊາຣາ ຮັກ​ກາ​ບີ ​ແຊນ​ເດີຣ໌ສ ​ໄດ້​ບອກ​ກັບ​ພວກ
​ນັກ​ຂ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ທ່ານ​ນາງ​ແມ່ນ​ມີ​ຄວາມ​ໝາຍ​ໝັ້ນ 100 ​ເປີ​ເຊັນ ​ກ່ຽວກັບຂັ້ນຕອນໃນການຢືນຢັນເພື່ອຖືກ​ຮັບຮອງ​ໃຫ້​ເປັນ​ຫົວໜ້າ​ຂອງ​ອົງການ​
CIA ຄົນ​ຕໍ່​ໄປ.”

​ອະດີດເຈົ້າ​ໜ້າ​ທີ່​ຂອງ​ອົງການດັ່ງກ່າວ ​ໄວ 61 ປີ ​ແມ່ນໄດ້​ສະ​ເໜີ​ທີ່ຈະ​ຖອນ​ຕົວ
ອອກ​ຈາກ​ການຖືກພິຈາລະ​ນາ​ເພື່ອເຂົ້າຮັບຕຳ​ແໜ່​ງ​ຖາວອນນີ້ ທ່າມກາງ​ຄວາມ
​ເປັນ​ຫ່ວງ​ກ່ຽວກັບການ​ ​ພົວພັນຂອງທ່ານນາງ ​ໃນໂຄງ​ການສອບປາກຄຳ​ທີ່ໂຫດ​
ຮ້າຍ​ ​ແຕ່​ວ່າ ປະທານາທິບໍດີ​ດໍ​ໂນ​ລ ທຣຳ ອີງ​ຕາມ​ເຈົ້າໜ້າ​ທີ່​ຂອງ​ທຳນຽບຂາວແລ້ວ
ແມ່ນ​ໄດ້​ຊຸກຍູ້ໃຫ້ທ່ານ​ນາງ​ ບໍ່ໃຫ້ຖອນຕົວ.

ທ່ານນາງແຊນ​ເດີຣ໌ສ ​ໄດ້ໃຫ້​ອະທິບາຍວ່າ “ທ່ານ​ນາງ​ຕ້ອງການ​ ເຮັດ​ທຸກ​ສິ່ງ​ຢ່າງ​
ເທົ່າ​ທີ່​ທ່ານ​ນາງ​ສາມາດ​ເຮັດ​ໄດ້ ​ເພື່ອ​ໃຫ້ເປັນທີ່ແນ່ໃຈວ່າກຽດສັກສີຂອງ​ອົງການ
CIA ​ບໍ່​ໄດ້​ຮັບຄວາມ ເສຍຫາຍ ໃນການໂຈມຕີ ທີ່ບໍ່ຈຳເປັນ ແລະຖ້າທ່ານນາງ​ຮູ້
ສຶກ​ວ່າການ​ສະ​ເໜີ​ຊື່​ ຂອງ​ທ່ານ​ນາງ ອາດ​ມີ​ບັນຫາ​ ສຳລັບ​ອົງການ​ນີ້ແລ້ວ​ ສະ​ນັ້ນ​
ທ່ານ​ນາງຈຶ່ງ​ຢາກ​ທີ່​ຈະ​ເຮັດ​ສຸດ​ຄວາມ​ສາ ມາດ​ຂອງ​ທ່ານ​ນາງ ​ເພື່ອ​ປົກ​ປ້ອງ​ຊື່​ສຽງ
​ຂອງ​ອົງການ​ດັ່ງກ່າວ.”

ອົງການ​ສືບ​ລັບ CIA ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້​ມອບ “​ເອກະສານ​ລັບ​ຊຸດ​ນຶ່ງ​ໃຫ້​ສະພາ​ສູງ
ສະຫະລັດ ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອໃຫ້​ທາງ​ສະພາ​ສູງ​ກວດສອບ ​ກ່ຽວ​ກັບ ປະຫວັດທີ່
ແທ້ຈິງ​ແລະໂດດເດັ່ນ ຂອງຜູ້ຮັກສາການຜູ້ອຳນວຍການ​ແຮສແປລ”
ອີງຕາມ​ໂຄສົກ
​ຂອງ​ອົງການCIA​. “​ເອກ​ກະສາ​ນພວກ​ນີ້​ແມ່ນ​ເອກກະສານທັງໝົດກ່ຽວກັບໜ້າທີ່​ຂອງ
​ທ່ານ​ນາງ​, ຊຶ່ງ​ຮວມທັງຊ່ວງ​ເວລາໃນ​ປະຕິບັດ​ໜ້າ​ທີ່ ​ຢູ່​ສູນ​ກາງ​ສື​ບລັບ​ຕໍ່ຕ້ານພວກກໍ່​
ການ​ຮ້າຍ​ຂອງອົງການ CIA ​ຫຼາຍໆ​ປີ ຫຼັງ​ຈາກ​ໂສກ​ນາດຕະກຳເມື່ອວັນ​ທີ 11 ກັນຍາ​
ນຳ. ພວກ​ເຮົາ​ຂໍ​ແນະ​ນຳ​ໃຫ້​ສະ​ມາ​ຊິກ​ສະພາ​ສູງ​ທຸກໆ​ທ່ານ​ໄດ້​ອ່ານ​ລາຍ​ລະອຽດ
​ຕ່າງໆ​ຂອງເອກ​ກະສາ​ນທັງ​ໝົດນີ້ ຢ່າງ​ທ່ອງແທ້.”

ມີ​ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ທຳນຽບຂາວ ​ໄດ້​ໄປ​ຫາ​ທ່ານ​ນາງ ​ແຮ​ສ​ແປວ ຢ່າງ​ໄວວາ
ທີ່​ສູນ​ກາງ​ໃຫຍ່​ຂອງອົງການ CIA ​ໃນ​ເມືອງ​ແລງລີລັດ​ເວີ​ຈີ​ເນຍ ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້
ເພື່ອຊຸກຍູ້ ​ບໍ່​ໃຫ້​ທ່ານ​ນາງ​ຖອນ​ຕົວ ​ອອກ​ຈາກ​ການ​ຖືກ​ສະ​ເໜີ​ຊື່ ​ເພື່ອ​ພິ​ຈາລະ​ນາ​.
ທ່ານ​ທຣຳ ​ໃນ​ວັນ​ຈັນ​ວານ​ນີ້ ​ໄດ້ກ່າວ​ຢ້ຳ ກ່ຽວກັບທ່ານ​ນາງ ແຮ​ສ​ແປລ ວ່າ “ທ່ານ​ນາງ​
ແມ່ນ​ຖືກ​ໂຈມຕີ ຍ້ອນ​ວ່າ ​ທ່ານ​ນາງ​ເຮັດ​ວຽກ​ຢ່າງ​ແຂງ​ຂັນ​ໂພດຕໍ່ພວກກໍ່​ການ​ຮ້າຍ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

CIA Haspel
please wait
Embed

No media source currently available

0:00 0:01:01 0:00

XS
SM
MD
LG