ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ອຳນວຍການອົງການ CIA ເດີນທາງໄປນະຄອນຫຼວງ ມົສກູ ເພື່ອເຈລະຈາ ກ່ຽວກັບສາຍສຳພັນກັບ ຣັດເຊຍ


ຜູ້ອຳນວຍການອົງການສືບລັບ CIA ທ່ານ ວີລລຽມ ເບີນສ໌, ຊ້າຍ, ນັ່ງຢູ່ທາງຂ້າງ ຜູ້ອຳນວຍການອົງການຄວາມໝັ້ນຄົງແຫ່ງຊາດ ນາຍພົນ ພອລ ນາກາສອນ, ກຳລັງໃຫ້ການຕໍ່ຄະນະກຳມະການດ້ານສືບລັບຂອງສະພາຕ່ຳ ເມື່ອວັນທີ 27 ຕຸລາ 2021, ໃນນະຄອນຫຼວງວໍຊິງຕັນ.
ຜູ້ອຳນວຍການອົງການສືບລັບ CIA ທ່ານ ວີລລຽມ ເບີນສ໌, ຊ້າຍ, ນັ່ງຢູ່ທາງຂ້າງ ຜູ້ອຳນວຍການອົງການຄວາມໝັ້ນຄົງແຫ່ງຊາດ ນາຍພົນ ພອລ ນາກາສອນ, ກຳລັງໃຫ້ການຕໍ່ຄະນະກຳມະການດ້ານສືບລັບຂອງສະພາຕ່ຳ ເມື່ອວັນທີ 27 ຕຸລາ 2021, ໃນນະຄອນຫຼວງວໍຊິງຕັນ.

ຜູ້ອຳນວຍການອົງການສືບລັບ CIA ທ່ານ ວີລລຽມ ເບີນສ໌ (William Burns) ກຳລັງເດີນທາງໄປຢ້ຽມຢາມ ມົສກູ ທີ່ເກີດຂຶ້ນໄດ້ຍາກ ເພື່ອປຶກສາຫາລືສາຍສຳພັນລະຫວ່າງ ສະຫະລັດ ແລະ ຣັດເຊຍ ອັນເປັນການຕິດຕໍ່ຂັ້ນສູງຄັ້ງຫຼ້າສຸດໃນຫຼາຍຮອບທີ່ສະແດງໃຫ້ເຫັນວ່າ ທັງສອງຝ່າຍຕ້ອງການຈະທຳການເຈລະກັນຕໍ່ໄປເຖິງແມ່ນວ່າ ສອງຝ່າຍບໍ່ຄ່ອຍໄວ້ວາງໃຈຊຶ່ງກັນແລະກັນ ແລະມີຂໍ້ຂັດແຍ້ງກັນຫຼາຍດ້ານມາຍາວນານກໍຕາມ ອີງຕາມລາຍງານຂອງອົງການຂ່າວຣອຍເຕີສ໌.

ໂຄສົກສະຖານທູດ ສະຫະລັດ ໄດ້ກ່າວວ່າ ທ່ານເບີນສ໌ ໄດ້ນຳພາຄະນະຜູ້ແທນເຈົ້າໜ້າທີ່ອາວຸໂສ ສະຫະລັດ ໄປຍັງມົສກູ ໃນວັນອັງຄານວານນີ້ ແລະວັນພຸດ ຕາມການຮຽກຮ້ອງຂອງປະທານາທິບໍດີ ໂຈ ໄບເດັນ.

ໂຄສົກທ່ານນີ້ ໄດ້ກ່າວວ່າ “ພວກເພິ່ນຈະເຂົ້າປະຊຸມກັບບັນດາສະມາຊິກລັດຖະບານຂອງ ຣັດເຊຍ ເພື່ອປຶກສາຫາລືກັນໃນບັນຫາຕ່າງໆທີ່ຫຼາກຫຼາຍ ກ່ຽວກັບສາຍສຳພັນສອງຝ່າຍ.”

ສະພາຄວາມໝັ້ນຄົງຂອງ ຣັດເຊຍ ໄດ້ກ່າວວ່າ ທ່ານເບີນສ໌ ຜູ້ທີ່ເວົ້າພາສາຣັດເຊຍ ແລະເປັນອະດີດເອກອັກຄະລັດຖະທູດປະຈຳນະຄອນຫຼວງ ມົສກູ ໄດ້ຈັດການເຈລະຈາກັບທ່ານ ນິໂກລາຍ ປາທຣູເຊບວ໌ (Nikolai Patrushev) ຜູ້ທີ່ເປັນເລຂາທິການຂອງສະພາດັ່ງກ່າວ ແລະເປັນອະດີດຫົວໜ້າອົງການສືບລັບ FSB ຂອງຣັດເຊຍ.

ຕ່າງຝ່າຍກໍບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບການສົນທະນາກັນ ແຕ່ໃນດ້ານຄວາມໝັ້ນຄົງແລ້ວ ກໍຍັງຄົງເປັນບັນຫາຂະໜາດໃຫຍ່ ໃນສາຍສຳພັນຂອງພວກເຂົາເຈົ້າຢູ່.

ການພົວພັນກັນ ໄດ້ຕົກຕ່ຳລົງໃນໄລຍະຫລັງສົງຄາມເຢັນ ກ່ຽວກັບບັນຫາຕ່າງໆທີ່ລວມມີ ການໂຈມຕີທາງໄຊເບີຕໍ່ເປົ້າໝາຍຕ່າງໆຂອງສະຫະລັດ ໂດຍມີຫ້ອງການຕັ້ງຢູ່ໃນຣັດເຊຍ, ການສະໜັບສະໜຸນປະທານາທິບໍດີຂອງຊີເຣຍ ບາຊາຣ ອາລ-ອາຊາດ (Bashar al-Assad) ຂອງມົສກູ, ການຄຸມຂັງນັກການເມືອງຝ່າຍຄ້ານ ທ່ານອາແລັກເຊ ນາວາລນີ ແລະພຶດຕິກຳຂອງຣັດເຊຍຕໍ່ຢູເຄຣນ ຊຶ່ງຈາກການກະທຳນີ້ ຕົນໄດ້ເຂົ້າຍຶດເອົາແຫຼມຄຣາຍເມຍ ໃນປີ 2014.

ທ່ານໄບເດັນ ໄດ້ສົ່ງນັກຊ່ຽວຊານດ້ານຣັດເຊຍຂັ້ນສູງ ຮອງລັດຖະມົນຕີການຕ່າງປະເທດ ທ່ານນາງ ວິກຕໍເຣຍ ນູແລນ (Victoria Nuland) ໄປຍັງນະຄອນຫຼວງມົສກູ ເພື່ອການເຈລະຈາເມື່ອເດືອນແລ້ວນີ້ທີ່ບໍ່ສາມາດສ້າງຄວາມຄືບໜ້າໃດໆເລີຍໃນຂໍ້ຂັດແຍ້ງລະຫວ່າງທັງສອງປະເທດດັ່ງກ່າວ ກ່ຽວກັບ ຂະໜາດຂອງສະຖານທູດແຕ່ລະຝ່າຍນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG