ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້​ອຳ​ນວຍ​ການ​ອົງ​ການ CIA ເດີນ​ທາງ​ໄປ ໂດ​ຮາ ເພື່ອ​ການເຈ​ລະ​ຈາ ກ່ຽວ​ກັບ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ແລະ ຕົວ​ປະ​ກັນ


ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ CIA ທ່ານ ວິ​ລ​ລຽມ ເບີນ​ສ໌, ຊ້າຍ, ໃຫ້​ປາ​ຄຳ​ໃນ​ລະ​ຫວ່າງ​ການ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ ກ່ຽວ​ກັບ ໄພ​ຂົ່ມ​ຂູ່​ທົ່ວ​ໂລກ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 8 ມີ​ນາ 2023.
ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ CIA ທ່ານ ວິ​ລ​ລຽມ ເບີນ​ສ໌, ຊ້າຍ, ໃຫ້​ປາ​ຄຳ​ໃນ​ລະ​ຫວ່າງ​ການ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ສະ​ພາ​ສູງ ກ່ຽວ​ກັບ ໄພ​ຂົ່ມ​ຂູ່​ທົ່ວ​ໂລກ​ໃນ​ນະ​ຄອນຫຼວງ ວໍ​ຊິງ​ຕັນ, 8 ມີ​ນາ 2023.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ສົ່ງ​ນຶ່ງ​ໃນ​ບັນ​ດາ​ເຈົ້າ​ໜ້າ​ທີ່ໆ​ທີ່​ທ່ານ​ໄວ​ເນື້ອເຊື່ອ​ໃຈທີ່​ສຸດ ແລະ ອາດເປັນ​ໄປ​ໄດ້​ວ່າ​ມີ​ອິດ​ທິ​ພົນ, ໄປ​ພາກ​ຕາ​ເວັນ​ອອກ​ກາງ ດ້ວຍ​ຄວາມ​ຫວັງ​ທີ່​ຈະ​ຫັນ​ປ່ຽນ​ການ​ຢຸດ​ຕໍ່​ສູ້​ທີ່​ແຕກ​ຫັກ​ໄດ້​ງ່າຍ​ລະ​ຫວ່າງ ອິ​ສ​ຣາ​ແອ​ລ ແລະ ກຸ່ມ​ຮາ​ມາ​ສ ເປັນ​ບາງ​ຢ່າງຫຼາຍກວ່າ​ນັ້ນ.

ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ຄົນ​ນຶ່ງ​ໄດ້​ຢືນ​ຢັນ​ຕໍ່​ວີ​ໂອ​ເອ​ວ່າ​ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລັບ ສະ​ຫະ​ລັດ ຫຼື CIA ທ່ານ ວິ​ລ​ລຽມ ເບີນ​ສ໌ ໄດ້​ເດີນ​ທາງ​ໄປ​ປະ​ເທດ ກາ​ຕ້າ ໃນ​ວັນ​ອັງ​ຄານ​ວານນີ້​ສຳ​ລັບ​ການ​ເຈ​ລະ​ຈາ​ລະ​ດັບ​ສູງ, “ລວມ​ທັງ​ການ​ປຶກ​ສາ​ຫາ​ລື ກ່ຽວ​ກັບ ຕົວ​ປະ​ກັນ.”

ເຈົ້າ​ໜ້າ​ທີ່​ຄົນ​ດັ່ງ​ກ່າວໄດ້​ເວົ້າ​ໂດຍ​ປະ​ສົງ​ບໍ່​ອອກ​ຊື່​ເພື່ອ​ທີ່​ຈະເວົ້າກ່ຽວ​ກັບ​ການ​ເຈ​ລະ​ຈາ​ທີ່​ລະ​ອຽດ​ອ່ອນ​ນັ້ນ. ອົງ​ການ​ CIA, ເຊິ່ງ​ບໍ່​ຄ່ອຍ​ຈະ​ເວົ້າ ກ່ຽວ​ກັບ ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ​ຂອງ​ຜູ້​ອຳ​ນວຍ​ການ​ຂອງ​ເຂົາ​ເຈົ້າ​ນັ້ນ, ໄດ້​ປະ​ຕິ​ເສດ​ທີ່​ຈະ​ໃຫ້​ຄຳ​ເຫັນ ກ່ຽວ​ກັບ ການ​ເດີນ​ທາງ​ດັ່ງ​ກ່າວ, ເຊິ່ງ​ຖືກ​ລາຍ​ງານ​ທຳ​ອິດ​ໂດຍ​ໜັງ​ສື​ພິມ Washington Post.

ສື່ມວນ​ຊົນ ອິ​ສ​ຣາ​ແອ​ລ, ພ້ອມ​ກັບ​ສື່ມວ​ນ​ຊົນ​ອື່ນໆ, ໄດ້​ກ່າວ​ຢ້ຳ​ແຫຼ່ງ​ຂ່າວ​ການ​ທູດ​ວ່າ, ໃນ​ຂະ​ນະ​ທີ່​ຢູ່​ນະ​ຄອນຫຼວງ ໂດ​ຮາ, ທ່ານ ເບີນ​ສ໌ ໄດ້​ພົບ​ປະ​ກັບ​ຫົວ​ໜ້າ​ອົງ​ການ​ສືບ​ລັບ ໂມ​ຊາດ ຂອງ​ອິ​ສ​ຣາ​ແອ​ລ ພ້ອມ​ກັບ​ບັນ​ດາ​ເຈົ້າ​ໜ້າ​ທີ່ ກາ​ຕ້າ ແລະ ອີ​ຈິບ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ລະ​ດັບ​ສູງ ສະ​ຫະ​ລັດ ໄດ້​ໜູນຫຼັງ ອິ​ສ​ຣາ​ແອ​ລ ດ້ວຍ​ຄຳ​ເວົ້າ ແລະ ອາ​ວຸດ ຫຼັງ​ຈາກ​ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ຂອງ​ກຸ່ມ​ຮາ​ມາ​ສ ໃນ​ວັນ​ທີ 7 ຕຸ​ລາ ທີ່​ໄດ້​ສັງ​ຫານ​ປະ​ມານ 1,200 ຄົນ​ໃນ ອິ​ສ​ຣາ​ແອ​ລ, ເຊິ່ງ​ສ່ວນຫຼາຍ​ແມ່ນ​ພົນ​ລະ​ເຮືອນ.

ແຕ່​ທຳ​ນຽບ​ຂາວ​ຍັງ​ໄດ້​ຜັກ​ດັນ​ສຳ​ລັບ​ການ​ປ່ອຍ​ຕົວ​ປະ​ຊາ​ຊົນ​ທັງ​ໝົດ​ປະ​ມານ 240 ຄົນທີ່​ຖືກ​ຈັບ​ເປັນ​ຕົວ​ປະ​ກັນ​ໂດຍ​ກຸ່ມ​ຮາ​ມາ​ສ​ໃນ​ລະ​ຫວ່າງ​ການ​ໂຈມ​ຕີ, ໄດ້​ຍົກ​ຍ້ອງ​ການ​ຢຸດ​ຕໍ່​ສູ້​ທີ່​ຕອນນີ້​ແກ່​ຍາວ​ມາ​ໄດ້ 5 ວັນ​, ເຊິ່ງ​ໄດ້​ເຮັດ​ໃຫ້​ຕົວ​ປະ​ກັນຫຼາຍກວ່າ 70 ຄົນ​ ກັບ​ຄືນ​ໄປ​ຫາ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ​ ໃນ​ການ​ແລກ​ປ່ຽນ​ກັບ​ການ​ປ່ອຍ​ຕົວ​ຊາວ​ປາ​ແລັ​ສ​ໄຕ​ນ໌ 150 ຄົນ​ທີ່​ຖືກ​ຂັງ​ໃນ​ຄຸກ ອິ​ສ​ຣາ​ແອ​ລ.

ທ່ານ ພອ​ລ ພິ​ລ​ລາ, ອະ​ດີດ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ຂອງ CIA ຜູ້​ທີ່​ຕອນ​ນີ້​ເປັນ​ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຈອຣຈ໌​ທາວ ໃນ​ນະ​ຄອນຫຼວງວໍ​ຊິງ​ຕັນ ກ່າວ​ວ່າ “ຈຸດ​ປະ​ສົງ​ຂອງ​ລັດ​ຖະ​ບານ​ໃນ​ເວ​ລານີ້, ເຫັນໄດ້​ຊັດ, ວ່າ​ແມ່ນ​ການ​ພະ​ຍາ​ຍາມ​ທີ່​ຈະ​ຕໍ່​ເວ​ລາ​ການ​ຢຸດ​ຕໍ່​ສູ້ ຫຼື ຢຸດ​ຍິງໃຫ້ດົນ​ເທົ່າ​ທີ່​ຈະ​ດົນ​ ແລະ ເຮັດ​ໃຫ້​ຕົວ​ປະ​ກັນ​ຖືກ​ປ່ອຍ​ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້.”

ແລະ​ທ່ານ ພິ​ລ​ລາ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ທ່ານ ເບີນ​ສ໌, ອະ​ດີດ​ນັກ​ການ​ທູດ​ທີ່​ໄດ້​ກາຍ​ເປັນ​ຫົວ​ໜ້າ​ນັກ​ສອດ​ແນມ, ແມ່ນ​ຢູ່​ໃນ​ຖາ​ນະ​ທີ່​ດີ ​ທີ່​ຈະ​ຊ່ວຍ​ໃຫ້​ມັນ​ເກີດ​ຂຶ້ນ.

ອ່ານ​ຂ່າວ​ນີ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG