ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ຄົນ​ສຳ​ຄັນ ເຊື່ອ​ວ່າ ອົງ​ມົງ​ກຸດ ຊາ​ອຸ ເປັນ​ຜູ້​ຢູ່​ເບື້ອງຫຼັງ​ ການ​ສັງ​ຫານ​ນັກ​ຂ່າວ


ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ບັອບ ຄອກ​ເກີ, ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ລັດ ເທັນ​ເນັ​ສ​ຊີ, ຂວາ, ກັບ​ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ ລິນ​ຊີ ແກ​ຣມ, ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ລັດຄາ​ໂຣ​ໄລ​ນາ​ໃຕ້, ກ່າວຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ກັ​ນ​ຍາ, 2017.
ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ບັອບ ຄອກ​ເກີ, ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ລັດ ເທັນ​ເນັ​ສ​ຊີ, ຂວາ, ກັບ​ສະ​ມາ​ຊິກ​ສະ​ພາ​ສູງ​ທ່ານ ລິນ​ຊີ ແກ​ຣມ, ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ລັດຄາ​ໂຣ​ໄລ​ນາ​ໃຕ້, ກ່າວຄຳ​ປາ​ໄສ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ກັ​ນ​ຍາ, 2017.

ບັນ​ດາສະ​ມາ​ຊິກ​ສາ​ພາ​ສູງ ສະ​ຫະ​ລັດ ຄົນ​ສຳ​ຄັນ​ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ
ມັນມີຫຼັກຖານຢ່າງຫຼວງຫຼາຍ ວ່າ ອົງມົງກຸດ ຊາອຸດີ ອາຣາເບຍ ໂມຮຳເມັດ ບິນ ຊາລ
ມານ ເປັນຜູ້ຢູ່ເບື້ອງຫຼັງການສັງຫານນັກຂ່າວ ຊາອຸ ຜູ້ຕໍ່ໍຕ້ານລະບອບການປົກຄອງ
ຢູ່ໃນສະຖານກົງສຸນຂອງລັດຖະບານ ຣີຢາດ ໃນນະຄອນ ອິສຕັນບູລ, ເຊິ່ງເປັນການ
ປະຕິເສດການກ່າວອ້າງຂອງປະທານາທິບໍດີ ດໍໂນລ ທຣຳ ທີ່ວ່າ ການກ່າວຫາອົງມົງ
ກຸດແມ່ນບໍ່ໜ້າເຊື່ອຖື.

ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ ບັອບ ຄອກ​ເກີ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ສາ​ກົນ​
ສະພາສູງ ສັງກັດພັກຣີພັບບລີກັນ ໄດ້ກ່າວຕໍ່ບັນດານັກຂ່າວຫຼັງຈາກການຟັງຄຳໃຫ້
ການ ໂດຍຜູ້ອຳນວຍການສູນກາງອົງການສືບລັບ ທ່ານນາງ ຈີນາ ແຮສໂປລ (Gina
Haspel) ທີ່ເພິ່ນໄດ້ອະທິບາຍຫຼັກຖານ ຈາກບັນດານັກສືບສວນສອບສວນ ສະຫະ
ລັດ ທີ່ເກັບກຳມາໄດ້ ກ່ຽວກັບການສັງຫານ ແລະ ຕັດສົບຂອງທ່ານ ຈາມາລ ຄາຊອກ
ກີ ເມື່ອວັນທີ 2 ຕຸລາທີ່ຜ່ານມາວ່າ “ຖ້າອົງມົງກຸດຢືນຢູ່ຕໍ່ໜ້າຄະນະຕຸລາການ, ເພິ່ນ
ຈະຖືກຕັດສິນວ່າມີຄວາມຜິດພາຍໃນ 30 ນາທີ.”

ທ່ານ ຄອກ​ເກີ ໄດ້​ກ່າວ​ວ່າ “ມັນ​ຈະ​ງ່າຍຫຼາຍ​ສຳ​ລັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ຈະ​ກ້າວ
ອອກມາ” ແລະ ເວົ້າວ່າ ອົງມົງກຸດ “ໄດ້ສັງຫານນັກຂ່າວ”. ທ່ານ ຄອກເກີ ໄດ້ເວົ້າວ່າ
ໃນທາງກົງກັນຂ້າມ, ທ່ານ ທຣຳ “ເວົ້າວ່າມັນບໍ່ເປັນຫຍັງທີ່ຈະເຮັດແນວນັ້ນ.”

ສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ຄົນ​ສຳ​ຄັນ​ອີກ​ຜູ້​ນຶ່ງ, ທ່ານ ລິນ​ຊີ ແກ​ຣມ ຈາກ
ລັດ ຄາໂຣໄລນາໃຕ້ ກ່າວວ່າ, ມັນບໍ່ໄດ້ມີຫຼັກຖານຫຍັງ, ແຕ່ມັນມີຫຼັກຖານທີ່ເປັນ
ເລື່ອຍ,” ເຊິ່ງອີງໃສ່ເຈົ້າໜ້າທີ່ ຊາອຸ ຜູ້ທີ່ໄດ້ໃຊ້ເລື່ອຍເພື່ອຕັດສົບຂອງທ່ານ ຄາຊອກກີ
ອາຍຸ 59 ປີ ນັ້ນ.

ນັກ​ຂ່າວ​ຜູ້​ທີ່​ໄດ້​ອາ​ໄສ​ຢູ່​ໃນ ສະ​ຫະ​ລັດ ແລະ ໄດ້​ຂຽນ​ບົດ​ຂໍ້​ຄິດ​ເຫັນ​ໃຫ້​ໜັງ​ສື​ພິມ ວໍ​ຊິງ​
ຕັນ ໂພສ ໄດ້ຕຳນິອົງມົງກຸດ ແລະ ການມີສ່ວນຮ່ວມໃນສົງຄາມ ເຢເມັນ ຫຼາຍປີຂອງ
ລັດຖະບານ ຣີຢາດ. ລາວໄດ້ເດີນທາງໄປສະຖານກົງສຸນເພື່ອເອົາເອກະສານທີ່ລາວ
ຕ້ອງການ ເພື່ອແຕ່ງງານກັບຄູ່ໝັ້ນຊາວ ເທີກີ ຂອງລາວ.

ທ່ານ ແກ​ຣມ ໄດ້​ເອີ້ນ​ອົງ​ມົງ​ກຸດ​ວ່າ “ຜີ​ບ້າ”, ແລະ ປະ​ກາດ​ວ່າ, “ທຸ​ລະ​ກິດ​ທີ່​ມີ​ມາ​ເປັນ​
ປົກກະຕິນັ້ນ ແມ່ນໄດ້ສິ້ນສຸດລົງແລ້ວສຳລັບຂ້າພະເຈົ້າ.”

ທ່ານ ແກ​ຣມ ​ເວົ້າ​ວ່າ ທ່ານໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ລາຍ​ງານ​ກັບ​ທ່ານ​ນາງ

ແຮັ​ສ​ໂປ​ລ, “ເຊື່​ອ​ວ່າ​ມັນ​ເປັນ​ໄປ​ບໍ່​ໄດ້​ຢ່າງ​ສິ້ນ​ເຊີງ” ທີ່ການ​ສັງ​ຫານ​ທ່ານ ຄາ​ຊອກ​ກີ
ຈະຖືກດຳເນີນຂຶ້ນ ໂດຍປາສະຈາກການຮັບຮູ້ຂອງອົງມົງກຸດ. ທ່ານໄດ້ເດີນທາງອອກ
ຈາກກອງປະຊຸມລາຍງານພ້ອມກັບ “ຄວາມໝັ້ນໃຈຢ່າງສູງ” ວ່າ ການປະເມີນຜົນ
ຂອງທ່ານແມ່ນ “ຖືກຕ້ອງ.”

ກອງ​ປະ​ຊຸມ​ລາຍ​ງານ​ຂອງທ່ານນາງ ແຮັສ​ໂປ​ລ ໄດ້​ຈັດ​ຂຶ້ນຫຼັງ​ຈາກ​ອົງ​ການ​ສືບ​ລັບ
ໄດ້ຖືກລະເວັ້ນໃນອາທິດແລ້ວນີ້ ເມື່ອລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌
ພອມພຽວ ແລະ ລັດຖະມົນຕີປ້ອງກັນປະເທດ ທ່ານ ຈິມ ແມັດຕິສ ໄດ້ລົມກັບບັນດາ
ສະມາຊິກສະພາສູງ ກ່ຽວກັບ ການສັງຫານນັກຂ່າວຄົນດັ່ງກ່າວ. ເຂົາເຈົ້າໄດ້ສະໜັບ
ສະໜູນການກ່າວອ້າງຂອງທ່ານ ທຣຳ ກ່ຽວກັບ ຄວາມບໍ່ແນ່ນອນໃນການຮັບຜິດ
ຊອບຕໍ່ການສັງຫານນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG