ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການ CIA ເກັບ​ກໍາ ​ບັນທຶກ​ ການ​ໂອນ​ເງິນ​ ລະຫວ່າງ ປະ​ເທດ


ອົງການສືບ​ລັບ CIA ຂອງສະຫະລັດ ກໍ​າລັງ​ເກັບ​ກໍາ​ບັນທຶກ​ການ​ໂອນ​ເງິນ​ລະຫວ່າງປະ​ເທດ
ອົງການສືບ​ລັບ CIA ຂອງສະຫະລັດ ກໍ​າລັງ​ເກັບ​ກໍາ​ບັນທຶກ​ການ​ໂອນ​ເງິນ​ລະຫວ່າງປະ​ເທດ
ໜັງສືພິມສະຫະລັດ ສອງ​ສະບັບ ລາຍງານ​ວ່າ ອົງການສືບ​ລັບ
CIA ຂອງສະຫະລັດ ກໍ​າລັງ​ເກັບ​ກໍາ​ບັນທຶກ​ການ​ໂອນ​ເງິນ​ລະ
ຫວ່າງປະ​ເທດ ​ໂດຍ​ໃຊ້​ກົດໝາຍ​ດຽວ​ກັນ​ກັບທີ່ອົງການ​ຮັກສາ​
ຄວາມ​ປອດ​ໄພແຫ່ງ​ຊາດຫລື NSA ​ໄດ້​ໃຊ້ໃນ​ການ ເກັບ​ກໍາ
ບັນທຶກ​ໂທລະສັບ ​ແລະ​ອິນ​ເຕີ​ແນັດ.

ໜັງສືພິມ New York Times ​ແລະ Wall Street Journal
ລາຍ​ງານໃນ​ວັນ​ສຸກ​ນີ້ວ່າ ອະດີ​ດ ​ແລະບັນດາ​ເຈົ້າ​ໜ້າ​ທີ່ໃນ​ປັດ
ຈຸບັນ ຂອງສະຫະລັດ ທີ່​ກ່າວ​ໂດຍ​ຂໍ​ສະຫງວນຊື່ ​ໄດ້​ຮັບ​ຮູ້​ເຖິງ​
ໂຄງການດັ່ງກ່າວ​ນີ້.

ລາຍ​ງານ​ກ່າວ​ວ່າ ​ໂຄງການ​ເກັບ​ກຳ​ບັນທຶກ​ການໂອນ​ເງິນ ແມ່ນຢູ່​ພາຍ​ໃຕ້​ກົດ ໝາຍ​ຮັກ​ຊາດຫຼື Patriot Act ທີ່​ໄດ້​ຮ່າງ​ຂຶ້ນ ຫລັງ​ຈາກການ​ໂຈມ​ຕີ​ສະຫະລັດ ​ໃນວັນ​ທີ 11 ເດືອນ​ກັນຍາ ປີ 2001.

ການໂອນ​ເງິນ​ທາງອີ​ເລັກ​ໂຕຣນິກ ຂອງ​ບໍລິສັດ Western Union ​ໄດ້​ຖືກ​ກ່າວເຖິງ ຢູ່​ໃນ​ລາຍ​ງານ​ຂອງ​ໜັງສືພິມ New York Times. ບໍ​ລິ​ສັດ Western Union ບໍ່​ໄດ້ໃຫ້ການ​ຢືນຢັນ ກ່ຽວ​ກັບ​ການ​ປະກອບສ່ວນ​ເຂົ້າຮ່ວມ​ຂອງ​ຕົນ​ຢູ່​ໃນ​ໂຄງການ​ດັ່ງກ່າວ ​ໂດຍ​ພຽງ​ແຕ່ເວົ້າວ່າ ຕົນໄດ້​ປະຕິບັດ​ຕາມ​ ກົດໝາຍ​ຂອງລັດ ຖະບານ​ກາງ ທີ່ບັງຄັບໃຫ້​ບັນດາ​ທະນາຄານ ລາຍ​ງານ​ກ່ຽວ​ກັບ​ໂອນ​ເງິນ ​ທີ່​ມີ​ຄວາມ​ສົງ​ໄສນັ້ນ.
XS
SM
MD
LG