ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

CIA ເຕືອນເຖິງ ຄວາມສາ ມາດພິເສດ ແລະ ຄວາມຊ່ຽວຊານຊຳນານ ໃນການລັກເຈາະ ຂໍ້ມູນ ຂອງຣັດເຊຍ


ຜູ້ອຳນວຍການ ອົງການສືບລັບ CIA (Central Intelligence Agency) ທ່ານ John Brennan ໂອ້ລົມ ກັບພວກນັກຂ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ທີ່ບໍ່ຄ່ອຍມີມາກ່ອນ ຢູ່ທີ່ສຳນັກງານໃຫຍ່ຂອງ CIA ໃນລັດ Virginia,ເມື່ອ ວັນທີ 11 ທັນວາ 2014.
ຜູ້ອຳນວຍການ ອົງການສືບລັບ CIA (Central Intelligence Agency) ທ່ານ John Brennan ໂອ້ລົມ ກັບພວກນັກຂ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວ ທີ່ບໍ່ຄ່ອຍມີມາກ່ອນ ຢູ່ທີ່ສຳນັກງານໃຫຍ່ຂອງ CIA ໃນລັດ Virginia,ເມື່ອ ວັນທີ 11 ທັນວາ 2014.

ທ່ານ John Brennan ຜູ້ອຳນວຍການ ອົງການສືບລັບ CIA ໄດ້ເຕືອນ ໃນວັນອາທິດ ວານນີ້ ເຖິງ “ຄວາມອາດສາມາດ ພິເສດ ແລະຄວາມຊ່ຽວຊານຊຳນານ” ໃນຄວາມ ສາມາດລັກເຈາະຂໍ້ມູນ ຂອງຣັດເຊຍ ແລະໄດ້ກ່າວວ່າ ສະຫະລັດ ຈະຕ້ອງລະມັດ ລະວັງຢູ່ສະເໝີ.

ທ່ານ Brennan ໄດ້ກ່າວໃນວັນອາທິດວານນີ້ ຢູ່ທີ່ລາຍການໂທລະພາບ Face the Nation ຂອງ ຕາໜ່າງຂ່າວ ABC ວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະຕ້ອງລະມັດ ລະວັງ ເປັນຢ່າງຍິ່ງ ຕໍ່ອັນທີ່ຣັດເຊຍອາດຈະພະຍາຍາມທີ່ຈະເຮັດ ໃນແງ່ຂອງການ ເກັບກຳຂໍ້ມູນ ຢູ່ໃນລະບົບອິນເຕີເເນັດ ພ້ອມກັນກັບ ອັນທີ່ພວກເຂົາອາດຢາກຈະເຮັດ ກັບພວກຂໍ້ມູນເຫຼົ່ານັ້ນ.”

ເວລາຖືກຖາມວ່າ ຣັດເຊຍ ກຳລັງພະຍາຍາມ ຈັດແຈງປ່ຽນແປງການເລືອກຕັ້ງ ປະທານາ ທິບໍດີ ສະຫະລັດ ຫຼືບໍ່ ທ່ານ Brennan ບໍ່ໄດ້ເວົ້າຫຍັງເລີຍ. ແຕ່ທ່ານໄດ້ໃຫ້ຂໍ້ສັງເກດວ່າ ອົງການສັນຕິບານກາງ ຫຼຶື FBI ແມ່ນກຳລັງສືບສວນສອບສວນການລັກເຈາະອີເມລ ຂອງຄະນະກຳມະການ ພັກເດໂມແຄຣັດ ແຫ່ງຊາດຢູ່ ແລະ ທ່ານໄດ້ອ້າງອິງເຖິງ ການ ເກັບກຳຂໍ້ມູນລັບຢ່າງແຂງຂັນ ແລະ ເພັ່ງເລັງໃສ່ການສອດແນມໃນເລື່ອງຂອງໄຮເທັກ.

ທ່ານ Brennan ກ່າວຕື່ມວ່າ “ພວກເຮົາຮູ້ດີຢູ່ແລ້ວ ເປັນເວລາດົນພໍສົມຄວນ. ໜ່ວຍ ສືບລັບຂອງພວກເຂົາເຈົ້າ ແມ່ນພວມເຄື່ອນໄຫວຫຼາຍ ໃນທົ່ວໂລກ ແລະ ອັນນີ້ເປັນ ສິ່ງທີ່ພວກເຮົາ ຕ້ອງເຮັດໃຫ້ໝັ້ນໃຈວ່າ ພວກເຮົາຕ້ອງໄດ້ລະມັດລະວັງ ບໍ່ພຽງແຕ່ ສຳລັບ ໃນດ້ານຄວາມໝັ້ນຄົງແຫ່ງຊາດເທົ່ານັ້ນ ແຕ່ຍັງຈະຕ້ອງເຮັດໃຫ້ໝັ້ນໃຈວ່າ ລະບົບຂອງລັດຖະບານ ຢູ່ແຫ່ງນີ້ ກໍຈະໄດ້ຖືກຮັກສາໄວ້ເຊັ່ນກັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG