ຜູ້ອຳນວຍການອົງການສືບລັບ CIA, ທ່ານ ວິລລຽມ ເບີນສ໌ ໄດ້ບິນໄປຍັງອິນເດຍ ແລະປາກິສຖານ ໃນອາທິດນີ້ ເພື່ອປຶກສາຫາລື ກ່ຽວກັບສະຖານະການໃນອັຟການິສຖານ ແລະພາກພື້ນພ້ອມທັງວິທີທາງໃນຕໍ່ໜ້າ.
ຢູ່ທີ່ນະຄອນຫຼວງອິສລາມາບັດໃນວັນພຸດຜ່ານມາ, ທ່ານ ເບີນສ໌ ໄດ້ພົບປະກັບຫົວໜ້າກອງທັບປາກິສຖານ, ນາຍພົນ ຄາມາ ເຈເວດ ບາຈວາ (Qamar Javed Bajwa), ພ້ອມກັບຫົວໜ້າອົງການ ສືບລັບປາກິສຖານ, ພົນໂທເຟຊ໌ ຮາມີດ (Faiz Hameed).
"ມັນເປັນການກ່າວຢໍ້າອີກວ່າ ປາກິສຖານຍັງມຸ້ງໝັ້ນທີ່ຈະໃຫ້ຄວາມຮ່ວມມືກັບຄູ່ຮ່ວມງານສາກົນຂອງຕົນເພື່ອສັນຕິພາບໃນພາກພື້ນ ແລະຮັບປະກັນອະນາ ຄົດອັນໝັ້ນຄົງ ແລະຈະເລີນຮຸ່ງເຮືອງສຳລັບປະຊາຊົນອັຟການິສຖານ," ນັ້ນຄືຄໍາເວົ້າ ຢູ່ໃນບົດຖະແຫຼງຂ່າວ ທີ່ເຜີຍແຜ່ອອກມາໂດຍຝ່າຍປະຊາສຳພັນຂອງກອງທັບ.
ຂັ້ນຕອນໃນການຍົກຍ້າຍທີ່ຍຸ້ງເຫຍີງ ແລະມັກຈະວຸ້ນນວາຍຢູ່ເລື້ອຍໆ ເພື່ອເອົາຄົນຕ່າງປະເທດ ແລະຊາວອັຟການິສຖານທີ່ມີຄວາມສ່ຽງທີ່ສຸດອອກຈາກອັຟການິສຖານໄປ ຫຼັງຈາກການຖອນກຳລັງທະຫານຕ່າງປະເທດອອກນັ້ນ ກໍໄດ້ຖືກນໍາມາປຶກສາຫາລືກັນອີກດ້ວຍ, ໂດຍທີ່ເບີນສ໌ ໄດ້ສະແດງຄວາມຊົມ ເຊີຍຕໍ່ "ບົດບາດຂອງປາກິສຖານໃນສະຖານະການຂອງອັຟການິສຖານລວມ ທັງການປະຕິບັດການຍົກຍ້າຍຄົນອອກທີ່ປະສົບຜົນສຳເລັດ," ອີງຕາມບົດຖະແຫລງຂ່າວ.
ປາກິສຖານໄດ້ເຮັດວຽກຮ່ວມກັບຫຼາຍປະເທດ, ລວມທັງຫຼາຍປະເທດໃນຢູໂຣບເພື່ອຊ່ວຍເຫຼືອປະຊາຊົນຫຼາຍຮ້ອຍຄົນ, ເຊິ່ງສ່ວນໃຫຍ່ແມ່ນຊາວອັຟການິສຖານ ທີ່ຫລາຍຄົນຖືວ່າມີຄວາມສ່ຽງເມື່ອຢູ່ພາຍໃຕ້ລັດຖະບານຂອງກຸ່ມຕາລີບານ ອອກຈາກອັຟການິສຖານຜ່ານຊາຍແດນທາງບົກຂອງຕົນໂດຍອອກ ວີຊາກັບດ່ານ ຫຼືເອກະສານຜ່ານແດນອື່ນໆ ໃຫ້ເຂົາເຈົ້າ.
ສະຖານທູດປາກິສຖານໃນນະຄອນຫຼວງກາບູລຍັງໄດ້ອອກວີຊາໃຫ້ແກ່ຊາວ ອັຟການິສຖານຫຼາຍຮ້ອຍຄົນ ຕາມການຮ້ອງຂໍຈາກສະຖານທູດຂອງປະ ເທດຕ່າງໆ, ອົງການສື່ມວນຊົນ ແລະອົງການທີ່ບໍ່ຂຶ້ນກັບລັດຖະບານອື່ນໆ ອີກດ້ວຍ.
ການຢ້ຽມຢາມຂອງທ່ານ ເບີນສ໌ ທີ່ນະຄອນຫວງນິວເດລີໃນວັນອັງຄານຜ່ານມາ ແມ່ນມີຂຶ້ນຫລັງຈາກການເດີນທາງໄປນະຄອນຫຼວງກາບູລ ໃນເດືອນແລ້ວນີ້. ບັນດາເຈົ້າໜ້າທີ່ສະຫະລັດກ່າວວ່າທ່ານໄດ້ພົບປະກັບທ່ານອັບດູລ ການີ ບາຣາດາ (Abdul Ghani Baradar) ຜູ້ນຳທາງການເມືອງສູງສຸດຂອງກຸ່ມຕາລີບານ. ລາຍງານເວົ້າວ່າການໂອ້ລົມກັນໄດ້ມີຂຶ້ນທ່າມກາງການເຈລະຈາກ່ຽວກັບການຍົກຍ້າຍປະຊາຊົນອອກຈາກອັຟການິສຖານ.
ການເດີນທາງໄປອິນເດຍຂອງທ່ານເບີນສ໌ ຍັງກົງກັນກັບການຢ້ຽມຢາມຂອງຫົວໜ້າອົງການສືບລັບຣັດເຊຍ, ທ່ານນີໂກລາຍ ປາຕຣັສເຊັຟ (Nikolai Patrushev). ໃນອາທິດແລ້ວນີ້, ຫົວໜ້າອົງການສືບລັບຂອງອັງກິດ, ທ່ານ ຣີຊາດ ມໍ (Richard Moore) ກໍໄດ້ເດີນທາງໄປອິນເດຍ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ