ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ມີລາຍງານ​ວ່າ ຫົວໜ້າ ອົງການສືບລັບ CIA ໄດ້ຟັງສຽງບັນທຶກ ການເສຍຊີວິດ ຂອງ ທ່ານ ຄາຊອກກີ


ທ່ານນາງ ຈີນາ ແຮສແປລ ຜູ້ອຳນວຍການ ອົງການສືບລັບ CIA ຂອງ ສະຫະລັດ ໃຫ້ການ ຢູ່ທີ່ ການຮັບຮອງເອົາທ່ານນາງ ໃຫ້ເປັນຫົວໜ້າ ອົງການ CIA ຕໍ່ຄະນະກຳມະການສືບລັບຂອງສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 9 ພຶດສະພາ 2018.
ທ່ານນາງ ຈີນາ ແຮສແປລ ຜູ້ອຳນວຍການ ອົງການສືບລັບ CIA ຂອງ ສະຫະລັດ ໃຫ້ການ ຢູ່ທີ່ ການຮັບຮອງເອົາທ່ານນາງ ໃຫ້ເປັນຫົວໜ້າ ອົງການ CIA ຕໍ່ຄະນະກຳມະການສືບລັບຂອງສະພາສູງ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 9 ພຶດສະພາ 2018.

ທ່ານນາງ ຈີນາ ແຮສແປລ ຜູ້ອຳນວຍການ ອົງການສືບລັບ CIA ຂອງ ສະຫະລັດ ຜູ້ທີ່
ໄດ້ເດີນທາງໄປຍັງປະເທດເທີກີ ເພື່ອສືບສວນ ກ່ຽວກັບການເສຍຊີວິດ ຂອງນັກຂ່າວ
ຊາວຊາອຸດີ ທ່ານ ຈາມາລ ຄາຊອກກີ ນັ້ນ ມີລາຍງານວ່າ ທ່ານນາງ ໄດ້ຮັບຟັງສຽງ
ບັນທຶກ ຂອງການທໍລະມານ ແລະການສັງຫານ ທ່ານ ຄາຊອກກີ ຕາມທີ່ໜັງສືພິມ
ວໍຊິງຕັນ ໂພສຕ໌ ໄດ້ກ່າວໄ​ວ້ ໃນວັນພຸດວານນີ້.

ໜັງສືພິມດັ່ງກ່າວ ໄດ້ອ້າງເຖິງ “ບຸກຄົນຜູ້ນຶ່ງ ທີ່ຮູ້ຈັກດີ ກ່ຽວກັບສຽງບັນທຶກ” ຜູ້ທີ່ໄດ້
ອ້າງວ່າ ມັນເປັນຫລັກຖານ​ອັນ “ໜັກແໜ້ນ” ແລະ ອາດຈະກົດດັນ ສະຫະລັດ ໃຫ້ນຳ
ເອົາ ຊາອຸດີ ອາຣາເບຍ ອອກມາຮັບຜິດຊອບ ສຳລັບການເສຍຊີວິດ ຂອງ ທ່ານ
ຄາຊອກກີ ຜູ້ທີ່ໄດ້ຂຽນບົດຄວາມໃຫ້ແກ່ໜັງສືພິມດັ່ງກ່າວ.

ທ່ານນາງ ແຮສແປລ ແມ່ນມີກຳນົດທີ່ຈະແຈ້ງໃຫ້ ປະທານາທິບໍດີ ສະຫະລັດ ທ່ານ
ດໍໂນລ ທຣຳ ຊາບໃນວັນພະຫັດມື້ນີ້.

ທ່ານ ທຣຳ ຜູ້ທີ່ກ່າວຊ້ຳແລ້ວຊ້ຳອີກວ່າ ທ່ານຖືວ່າ ຊາອຸດີ ອາຣາເບຍ ເປັນພັນທະມິດ
ທີ່ດີເລີດ ແລະ ເປັນຜູ້ຊື້ພວກລົດຖັງ ລະເບີດ ແລະເຮືອບິນລົບ ຂອງສະຫະລັດ ທີ່ສຳຄັນ
ປາກົດວ່າ ໄດ້ມີຄວາມສົງໄສ ອົງມົງກຸດຣາຊະກຸມມານ ເຈົ້າຟ້າຊາຍ ໂມຮຳເມັດ ບິນ
ຊາລມານ ຫຼາຍຂຶ້ນ ກ່ຽວກັບ ບົດບາດຂອງພະອົງ ໃນການເສຍຊີວິດຂອງ ທ່ານ
ຄາຊອກກີ.

ທ່ານ ທຣຳ ໄດ້ກ່າວຕໍ່ ໜັງສືພິມ ວອລ ສຕຣີຕ ເຈີໂນລ (Wall Street Journal) ວ່າ
“ຈັ່ງຊີ້ ເຈົ້າຟ້າຊາຍ ເປັນຜູ້ປົກຄອງທຸກສິ່ງ ຢູ່ແຫ່ງນັ້ນ ແລະ ຫຼາຍຂຶ້ນອີກໃນຂັ້ນຕອນ
ນີ້. ທ່ານເປັນຜູ້ກຳກັບທຸກສິ່ງ ແລະ ສະນັ້ນແລ້ວ ຖ້າຜູ້ໃດກໍຕາມ ຈະເປັນຜູ້ກຳກັບ
ມັນກໍຕ້ອງເປັນພະອົງ.”

ການປະເມີນຜົນຄັ້ງຫລ້າສຸດ ຂອງ ທ່ານ ທຣຳ ກ່ຽວກັບການເສຍຊີວິດຂອງ ທ່ານ
ຄາຊອກກີ ໄດ້ມີຂຶ້ນ ຫຼັງຈາກທ່ານໄດ້ກ່າວຕໍ່ບັນດານັກຂ່າວ ໃນວັນອັງຄານຜ່ານມານີ້
ວ່າ ທາງການຂອງຊາອຸດີ ໄດ້ຈັດ “ການປົກປິດທີ່ຂີ້ຮ້າຍສຸດອັນນຶ່ງ” ໃນປະຫວັດສາດ
ດ້ວຍການໃຫ້ຄຳຕອບຂອງພວກເຂົາເຈົ້າ ຕໍ່ການສັງຫານ ທ່ານ ຄາຊອກກີ ຜູ້ທີ່ໄດ້ຂຽນ
ບົດຄວາມຕ້ອງຕິ ເຈົ້າຟ້າຊາຍ ໃນໜັງສືພິມ ວໍຊິງຕັນ ໂພສຕ໌.

ທ່ານທຣຳ ໄດ້ກ່າວວ່າ “ພວກເຂົາເຈົ້າ ມີແນວຄິດຕົ້ນສະບັບ ທີ່ຂີ້ຮ້າຍແທ້ໆ. ມັນໄດ້
ຖືກປະຕິບັດການໄປຢ່າງບໍ່ດີ ແລະ ການປົກປິດນັ້ນ ເປັນນຶ່ງໃນການ ປົກປິດທີ່ຂີ້ຮ້າຍ
ສຸດ ໃນປະຫວັດສາດຂອງການປົກປິດ. ການປົກປິດນັ້ນ ແມ່ນບໍ່ໄດ້ເລື້ອງ. ການສັງ
ຫານ ແມ່ນສະຫຍອງຂວັນ. ແຕ່ບໍ່ຄວນມີການສັງຫານ ເກີດຂຶ້ນເລີຍ ຫຼື ການປົກປິດ
ເພາະວ່າ ມັນບໍ່ຄວນເກີດຂຶ້ນເລີຍ.”

ໃນວັນພຸດວານນີ້ ອົງ​ມົງ​ກຸດ​ຣາ​ຊະ​ກຸມ​ມານ ໄດ້ເອີ້ນການສັງຫານຂອງທ່ານ ຄາຊອກກີ
ວ່າ ເປັນ “ອາຊະຍາກຳທີ່ໂຫດຮ້າຍປ່າເຖື່ອນ ທີ່ບໍ່ສາ​ມາດ​ໃຫ້​ເຫດ​ຜົນ​ໄດ້.”

Saudi Crown Prince Condemns Journalist's Murder
please wait

No media source currently available

0:00 0:02:26 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG