ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼານຊາຍຂອງ​ທ່ານ ທ. ວິສຕັນ ບອກ ທ. ຈອນສັນ ວ່າທ່ານບໍ່ມີຫຍັງ ຄືຜູ້ນຳທີ່ໂດດ​ເດັ່ນ ປາງສົງຄາມ


ຫຸ່ນຍັກຕຸກກະຕາ ທີ່ເປັນທ່ານໂບຣິສ ຈອນສັນ ລອຍຢູ່ເທິງ ອາກາດ ໃກ້ກັບຮູບປັ້ນຂອງອະດີດນາຍົກ ລັດຖະມົນຕີຂອງອັງກິດ ທ່ານວິສຕັນ ເຊີຈໂຊລ ໃກ້ກັບສະພາແຫ່ງຊາດ ກ່ອນໜ້າ ການປະທ້ວງ ຕໍ່ຕ້ານ ແບຣັກສິດ ໂດຍມີຄຳຂວັນ ວ່າ 'ບໍ່ຕໍ່ໂບຣິສ, ເຫັນດີຕໍ່ຢູໂຣບ' ໃນນະຄອນຫຼວງລອນດອນ, ວັນທີ 20 ກໍລະກົດ 2019.
ຫຸ່ນຍັກຕຸກກະຕາ ທີ່ເປັນທ່ານໂບຣິສ ຈອນສັນ ລອຍຢູ່ເທິງ ອາກາດ ໃກ້ກັບຮູບປັ້ນຂອງອະດີດນາຍົກ ລັດຖະມົນຕີຂອງອັງກິດ ທ່ານວິສຕັນ ເຊີຈໂຊລ ໃກ້ກັບສະພາແຫ່ງຊາດ ກ່ອນໜ້າ ການປະທ້ວງ ຕໍ່ຕ້ານ ແບຣັກສິດ ໂດຍມີຄຳຂວັນ ວ່າ 'ບໍ່ຕໍ່ໂບຣິສ, ເຫັນດີຕໍ່ຢູໂຣບ' ໃນນະຄອນຫຼວງລອນດອນ, ວັນທີ 20 ກໍລະກົດ 2019.

ຫຼານຊາຍຂອງທ່ານວິນສຕັນ ເຊີຈໂຊລ (Winston Churchill) ມື້ລາງ ອະດີດນາຍົກ
ລັດຖະມົນຕີຂອງອັງກິດ ຜູ້ທີ່ໄດ້ຖືກຂັບໄລ່ອອກຈາກພັກອານຸລັກນິຍົມ ເມື່ອກາງສັບ
ປະດານີ້ ຍ້ອນການລົງຄະແນນສຽງ ເພື່ອຖ່ວງເວລາການແຍກໂຕ ຫຼື ແບຣັກສິດ ນັ້ນ
ໄດ້ລິເລີ້ມການໂຈມຕີຢ່າງເຈັບແສບ ຕໍ່ນາຍົກລັດຖະມົນຕີ ໂບຣິສ ຈອນສັນ ໃນວັນເສົາ
ວານນີ້ ຜູ້ທີ່ໄດ້ຂຽນຊີວະປະຫວັດພໍ່ເຖົ້າຂອງທ່ານ ໂດຍກ່າວວ່າ ທ່ານຈອນສັນ ຄວນ
ເຊົາປຽບທຽບທ່ານເອງ ໃສ່ກັບ ຜູ້ນຳທີ່ເປັນສັນຍາລັກຂອງອັງກິດ ໃນປາງສົງຄາມ ໃນ
ຂະນະທີ່ ທ່ານ “ບໍ່ມີຫຍັງທີ່ຄ້າຍຄືກັບ” ທ່ານເລີຍ.

ທ່ານນິໂຄລັສ ໂຊມສ໌ (Nicholas Soames) ໄດ້ກ່າວຕໍ່ໜັງສືພິມ The Times ຂອງ
ອັງກິດ ວ່າ “ທ່ານວິນສຕັນ ເຊີຈໂຊລ ແມ່ນຄືກັບທ່ານວິນສຕັນ ເຊີຈໂຊລ ຍ້ອນປະສົບ
ການໃນຊີວິດຂອງທ່ານ. ປະສົບການໃນຊີວິດຂອງທ່ານໂບຣິສ ຈອນສັນ ແມ່ນການ
ກ່າວບອກຄວາມຂີ້ຕົວະຫຼາຍ ທີ່ເປັນຕາຢາກຫົວ ກ່ຽວກັບ ສະຫະພາບຢູໂຣບ ໃນນະ
ຄອນ ບຣັສໂຊລ ແລະຕໍ່ຈາກນັ້ນ ກໍໄດ້ກາຍມາເປັນນາຍົກລັດຖະມົນຕີ.”

ທ່ານໂຊມສ໌ ແມ່ນຮ່ວມຢູ່ພາຍໃນບັນດາສະມາຊິກພັກອານຸລັກນິຍົມທີ່ຕໍ່ຕ້ານ ຈຳນວນ
21 ຄົນ ຜູ້ທີ່ຖືກຂັບໄລ່ອອກຈາກພັກ ຍ້ອນການລົງຄະແນນສຽງເພື່ອຢຸດຢັ້ງທ່ານໂບຣິສ
ຈອນສັນ ໃນການແຍກອັງກິດ ອອກຈາກສະຫະພາບຢູໂຣບ ພາຍໃນວັນທີ 31 ເດືອນ
ຕຸລາ ເຊິ່ງເປັນສິ່ງທີ່ທ່ານຈອນສັນ ໄດ້ປະຕິຍານ ທີ່ຈະເຮັດ “ບໍ່ວ່າຈະກໍລະນີໃດກໍຕາມ.”

ໃນການໃຫ້ສຳພາດ ທ່ານໂຊມສ໌ ອະດີດລັດຖະມົນຕີປ້ອງກັນປະເທດ ໄດ້ກ່າວວ່າ ທ່ານ
ບໍ່ອາດແນມເຫັນ “ການປຽບທຽບທີ່ເປັນປະໂຫຍດ” ລະຫວ່າງ ຫລານຊາຍຂອງທ່ານ ກັບ
ທ່ານຈອນສັນ. ທ່ານເວົ້າວ່າ “ຂ້າພະເຈົ້າບໍ່ຄຶດເລີຍວ່າ ຜູ້ໃດຜູ້ນຶ່ງ ໄດ້ເອີ້ນ ໂບຣິສ ວ່າ ເປັນນັກການທູດ ຫຼື ເປັນລັດທະບູລຸດ. ພວກເຮົາທັງໝົດ ຮູ້ດີໃນເລື້ອງບວກ ແລະເລື້ອງ
ລົບ ໝົດທຸກຄົນທີ່ໄດ້ເຮັດວຽກໃຫ້ເພິ່ນ ກ່າວໃນສິ່ງດຽວກັນວ່າ: ເພິ່ນຂຽນໜັງສືງາມ
ແຕ່ເພິ່ນເປັນຄົນທີ່ເຊື່ອຖືບໍ່ໄດ້.”

ທາງເລືອກໃນແບຣັກສິດຂອງທ່ານຈອນສັນ ແມ່ນກຳລັງຫລຸດນ້ອຍຖອຍລົງຢ່າງໄວວາ.
ທ່ານໄດ້ສູນເສຍທຸກຄະແນນສຽງ ທີ່ທ່ານໄດ້ມາ ໃນການເປັນນາຍົກລັດຖະມົນຕີ ຕໍ່ໜ້າ
ສະພາຕ່ຳ ຫຼື House of Common ໃນການປະເຊີນໜ້າ ກັບການແຕກແຍກຂອງພັກ
ອານຸລັກນິຍົມ ແລະໃນຄວາມພະຍາຍາມ ພັກຝ່າຍຄ້ານຂອງປະເທດ ທີ່ຈະປຸ້ມລຸມກັນ
ເພື່ອຢຸດຢັ້ງທ່ານນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG