ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງຄາໂບດຖະຫຼົ່ມ ໃນພາກເໜືອຂອງເມັກຊີໂກ, ເຮັດໃຫ້ ຢ່າງນ້ອຍ 9 ຄົນເສຍຊີວິດ

ຮູບພາບທີ່ເຜີຍແຜ່ໂດຍອົງການປົງປ້ອງພົນລະເຮືອນ ຕາເມົາລີປັສ (Tamaulipas) ສະແດງໃຫ້ເຫັນຄຸນພໍ່ ກຳລັງເບິ່ງສະຖານທີ່ເຊິ່ງມີຄົນຕິດຢູ່ຫຼັງຈາກຫຼັງຄາໂບດຖະຫຼົ່ມ ໃນເມືອງຊິວດັດ ມາເດໂຣ (Ciudad Madero), ລັດຕາເມົາລີປັສ (Tamaulipas) ໃນວັນທີ 1 ຕຸລາ 2023

ຫລັງຄາຂອງໂບດແຫ່ງນຶ່ງໃນພາກເໜືອຂອງເມັກຊິໂກ ໄດ້ຫັກພັງລົງ ໃນລະຫວ່າງພິທີທາງ​ສາ​ສະ​ໜາໃນວັນອາທິດວານນີ້ ເຮັດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 9 ຄົນ ແລະບາດເຈັບອີກປະມານ 50 ຄົນ, ເຈົ້າໜ້າທີ່ໄດ້ກ່າວ ໃນຂະນະທີ່ບັນດານັກຄົ້ນຫາກວດສອບຢູ່ໃນຊາກຫັກພັງໃນຕອນແລງ ເພື່ອຊອກຫາຜູ້ລອດຊີວິດ ແລະຜູ້ເຄາະຮ້າຍອື່ນໆ, ອີງຕາມອົງການຂ່າວເອພີ.

​ເຈົ້າ​ໜ້າ​ທີ່​ເຊື່ອວ່າ ມີຊາວ​ບ້ານ​ໃນ​ເຂດນັ້ນ​ປະ​ມານ 30 ຄົນ​ໄດ້​ຕິດ​ຢູ່​ໃນ​ຊາກ​ຫັກ​ພັງ​ໃນ​ຂະນະ​ທີ່​ຫລັງ​ຄາ​ຫັກພັງລົງມາ. ນັກຄົ້ນຫາໄດ້ຄານເຂົ້າໄປໃຕ້ແຜ່ນຫລັງຄາ ແລະເຈົ້າໜ້າທີ່ໄດ້ນຳເອົາໝາເຂົ້າມາຊ່ວຍຊອກຫາຜູ້ລອດຊີວິດ.

ຕຳຫຼວດ​ລັດ ຕາເມົາລີປັສ (Tamaulipas) ກ່າວ​ວ່າ ມີ​ປະມານ 100 ຄົນ​ຢູ່​ໃນ​ໂບດ​ໃນ​ເວລາ​ທີ່​ພັງ​ລົງ​ມາ.

ໂຄສົກ​ກະຊວງ​ຄວາມ​ໝັ້ນຄົງ​ແຫ່ງ​ລັດ ກ່າວ​ໃນ​ຕອນ​ແລງ​ວັນ​ອາທິດ​ວານ​ນີ້​ວ່າ ມີ 9 ຄົນ​ໄດ້​ຮັບ​ການ​ຢືນຢັນ​ວ່າ ​ໄດ້​ເສຍ​ຊີວິດ​ຈາກ​ການ​ຫັກພັງຖະຫຼົ່ມລົງມາ ຊຶ່ງ​ໄດ້​ອະທິບາຍ​ວ່າ ອາດ​ເປັນ​ຍ້ອນ "ຄວາມ​ລົ້ມ​ແຫຼວ​ທາງ​ດ້ານ​ໂຄງ​ສ້າງ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG