ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

45 ຄົນ ຖືກຂ້າຕາຍແລະ ຫຼາຍສິບຄົນໄດ້ຮັບ ບາດເຈັບ ໃນເຫດວາງລະເບີດ ໂບດສອງແຫ່ງໃນອີຈິບ


ພາບມຸມມອງທົ່ວໄປ ສະແດງໃຫ້ເຫັນຜູ້ຄົນ ກວດເບິ່ງຜົນ
ເສຍຫາຍຫຼັງຈາກການໂຈມຕີວາງລະເບີດ ຕໍ່ການຊຸມນຸມ ຂອງສາສະນິກະຊົນ ຊາວຄຣິສຕຽນ ທີ່ກຳລັງຈະສະເຫຼີມ
ສະຫຼອງ ວັນ Palm Sunday ຢູ່ທີ່ ໂບດ Coptic ໃນສາມຫລ່ຽມປາກແມ່ນ້ຳ Nile ຂອງເມືອງ Tanta, ຫ່າງຈາກ ນະຄອນ Cairo ທາງທິດເໜືອ 120 ກິໂລແມັດ, ວັນທີ 9 ເມສາ 2017.
ພາບມຸມມອງທົ່ວໄປ ສະແດງໃຫ້ເຫັນຜູ້ຄົນ ກວດເບິ່ງຜົນ ເສຍຫາຍຫຼັງຈາກການໂຈມຕີວາງລະເບີດ ຕໍ່ການຊຸມນຸມ ຂອງສາສະນິກະຊົນ ຊາວຄຣິສຕຽນ ທີ່ກຳລັງຈະສະເຫຼີມ ສະຫຼອງ ວັນ Palm Sunday ຢູ່ທີ່ ໂບດ Coptic ໃນສາມຫລ່ຽມປາກແມ່ນ້ຳ Nile ຂອງເມືອງ Tanta, ຫ່າງຈາກ ນະຄອນ Cairo ທາງທິດເໜືອ 120 ກິໂລແມັດ, ວັນທີ 9 ເມສາ 2017.

ກຸ່ມຫົວຮຸນແຮງ ລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບ ເຫດລະເບີດແຕກ
ຢູ່ໂບດ Coptic ຂອງສາສະໜາຄຣິສຕຽນ ໃນປະເທດອີຈິບ ສອງແຫ່ງ ທີ່ໄດ້ສັງຫານຢ່າງ
ໜ້ອຍ 44 ຄົນ ແລະ ຫຼາຍກວ່າ 100 ຄົນ ບາດເຈັບ ໃນຂະນະທີ່ພວກສາສະນິກະຊົນ
ທັງຫຼາຍເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງ ວັນ Palm Sunday ຢູ່ນັ້ນ.

ລະເບີດແຕກຄັ້ງທຳອິດ ແມ່ນຢູ່ໃນເມືອງ Tana ທາງທິດເໜືອຂອງປະເທດ ບ່ອນທີ່
ຄວາມແຮງຂອງລະເບີດ ໄດ້ຖະລົ່ມ ພິທີທາງສາສະໜາ ຂອງວັນ Palm Sunday ຢູ່ທີ່
ໂບດ Saint George ທີ່ໄດ້ສັງຫານ 27 ຄົນ ແລະ ອີກ 78 ຄົນ ໄດ້ຮັບບາດເຈັບ ອີງຕາມ
ການລາຍງານ ໂທລະພາບຂອງທາງການ. ວັດຖຸລະເບີດ ໄດ້ຖືກລອບວາງໄວ້ ຢູ່ກ້ອງ
ບ່ອນນັ່ງ ໃນຫ້ອງພາວະນາໃຫຍ່ ຂອງໂບດ ດັ່ງທີ່ລາຍງານໄດ້ກ່າວໄປນັ້ນ.

ບໍ່ດົນ ຫຼັງຈາກນັ້ນ ມືລະເບີດສະຫຼະຊີບຄົນນຶ່ງ ກໍໄດ້ໂຈມຕີຢູ່ທີ່ດ້ານນອກ ມະຫາວິຫານ
ໂບດ Coptic Saint Mark ດັ້ງເດີມ ໃນເມືອງ Alexandria.

ຊາວອີຈິບ ພາກັນຟ້າວເອົາ ຜູ້ເຄາະຮ້າຍ ໄປຫາລົດ ambulance ຫຼັງຈາກມືລະເບີດສະຫລະຊີບ ໄດ້ໂຈມຕີຢູ່ດ້ານໜ້າຂອງໂບດ ໃນເມືອງ Alexandria ຂອງອີຈິບ, ວັນທີ 9 ເມສາ 2017.
ຊາວອີຈິບ ພາກັນຟ້າວເອົາ ຜູ້ເຄາະຮ້າຍ ໄປຫາລົດ ambulance ຫຼັງຈາກມືລະເບີດສະຫລະຊີບ ໄດ້ໂຈມຕີຢູ່ດ້ານໜ້າຂອງໂບດ ໃນເມືອງ Alexandria ຂອງອີຈິບ, ວັນທີ 9 ເມສາ 2017.

ສື່ມວນຊົນຂອງທາງການໄດ້ລາຍງານວ່າ ຢູ່ໃນເມືອງ Alexandria ພະສັນຕະປາປາ
Tawadros II ເປັນເຈົ້າອະທິການ ຂອງໂບດ Coptic ໄດ້ເຂົ້າຮ່ວມໃນພິທີສວດມົນ ຫຼື
Mass ຢູ່ໃນໂບດ ທີ່ໄດ້ຕົກເປັນເປົ້າໝາຍ ແຕ່ພະອົງບໍ່ໄດ້ຮັບບາດເຈັບແຕ່ຢ່າງໃດ.

ຫຼັງຈາກການວາງລະເບີດດັ່ງກ່າວ ປະທານາທິບໍດີ ຂອງອີຈິບ ທ່ານ Abdel Fattah
el-Sissi ໄດ້ປະກາດ ພາວະສຸກເສີນ ໄລຍະ 3 ເດືອນ. ທ່ານ Sissi ໄດ້ກ່າວ ໃນຄຳປາໄສ
ທີ່ຖ່າຍທອດອອກອາກາດ ຜ່ານທາງໂທລະພາບ ວ່າ “ທ່ານຈະເອົາມາດຕະການຫຼາຍຊຸດ
ທີ່ສຳຄັນທີ່ສຸດ ກໍຄືການປະກາດພາວະສຸກເສີນ ໄລຍະ 3 ເດືອນ ຫຼັງຈາກທີ່ໄດ້ເອົາ ມາດຕະການ ໃນດ້ານກົດໝາຍ ແລະ ດ້ານລັດທະທຳມະນູນ.”

ເຫດລະເບີດດັ່ງກ່າວ ປາກົດວ່າ ເປັນການວາງໄວ້ ໃນເວລາທີ່ຈະສ້າງຄວາມເສຍຫາຍ
ສູງສຸດ ໃນຂະນະທີ່ພວກຄົນເຕົ້າໂຮມກັນ ເພື່ອສະເຫຼີມສະຫຼອງ ວັນ Palm Sunday
ຊຶ່ງເປັນມື້ທີ່ສັກສິດທີ່ສຸດ ໃນປະຕິທິນຂອງຊາວຄຣິສຕຽນ ອັນເປັນຂີດໝາຍ ຂອງການ
ເຂົ້າມາໃນນະຄອນ Jerusalem ຂອງພະເຍຊູ.

ຊາວຄຣິສຕຽນ ກຸ່ມນ້ອຍ ຂອງອີຈິບ ທີ່ມີຈຳນວນ ປະມານ 10 ເປີເຊັນ ຂອງພົນລະເມືອງ
ທັງໝົດ ໄດ້ຕົກເປັນເປົ້າໝາຍເພີ່ມຂຶ້ນ ໂດຍພວກຫົວຮຸນແຮງຈັດ ອິສລາມ.

ໃນວັນອາທິດວານນີ້ ພະສັນຕະປາປາ Francis ຜູ້ນຳຂອງສາສະໜາ ໂຣມັນແຄໂທຣລິກ
ໄດ້ກ່າວປະນາມ ເຫດການວາງລະເບີດດັ່ງກ່າວ ແລະ ໄດ້ສະແດງ “ຄວາມເສົ້າສະຫຼົດ
ໃຈ ຢ່າງເລິກເຊີ່ງ”
ຕໍ່ ພະສັນຕະປາປາ Tawadros II ແລະ “ຊາວອີຈິບທີ່ຮັກແພງ
ທົ່ວປະເທດ.”

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມລົງທາງ Twitter ວ່າ
“ເປັນໜ້າໂສກເສົ້າຫຼາຍ ທີ່ໄດ້ຍິນວ່າ ມີການໂຈມຕີກໍ່ການຮ້າຍໃນອີຈິບ. ສະຫະລັດ
ຂໍປະນາມຢ່າງແຮງແຮງ.”
ທ່ານ ໄດ້ກ່າວອີກວ່າ ທ່ານມີ “ຄວາມໝັ້ນໃຈທີ່ສຸດ” ວ່າ
ປະທານາທິບໍດີ Sissi ຈະຮັບມືກັບສະຖານະການນີ້ຢ່າງຖືກຕ້ອງເໝາະສົມ.

World Condemns Attacks on Christian Churches in Egypt
please wait

No media source currently available

0:00 0:02:07 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG