ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​​ສຽງລະຄັງ ດັງກ້ອງ​ກັງວານ​ ໃນ New Orleans ເປັນ ຂີດໝາຍ ຄົບຮອບ 10 ປີ ຂອງລົມພາຍຸ Katrina

ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ ບີ​ລ ຄິລຕັນ ​ໄດ້​ກ່າວ
​ຄຳ​ປາ​ໄສ ປະ​ເດັນ​ສຳ​ຄັນ ໃນ​ນະຄອນ New Orleans ຢູ່​ພິທີລະນຶກເຖິງ ວັນຄົບຮອບ 10 ປີ ໃນການພັດເຂົ້າຖະຫຼົ່ມ
ຂອງພາຍຸເຮີຣິເຄນ Katrina, ວັນທີ 29 ສິງຫາ 2015.
ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ ບີ​ລ ຄິລຕັນ ​ໄດ້​ກ່າວ ​ຄຳ​ປາ​ໄສ ປະ​ເດັນ​ສຳ​ຄັນ ໃນ​ນະຄອນ New Orleans ຢູ່​ພິທີລະນຶກເຖິງ ວັນຄົບຮອບ 10 ປີ ໃນການພັດເຂົ້າຖະຫຼົ່ມ ຂອງພາຍຸເຮີຣິເຄນ Katrina, ວັນທີ 29 ສິງຫາ 2015.

ອະດີດ​ປະທານາທິບໍດີ ສະຫະລັດ ທ່ານ ບີ​ລ ຄິລຕັນ ​ໄດ້​ກ່າວ
​ຄຳ​ປາ​ໄສ ປະ​ເດັນ​ສຳ​ຄັນ ເມື່ອ​ຕອນ​ຄ່ຳຄືນ ​ວັນ​ເສົາວານ​ນີ້ ​
ໃນ​ນະຄອນ New Orleans ​ທາງ​ພາກ​ໃຕ້​ຂອງ​ສະຫະລັດ
ຢູ່​ທີ່ພິທີລະນຶກເຖິງ ວັນຄົບຮອບ 10 ປີ ໃນການພັດເຂົ້າຖະຫຼົ່ມ
ຂອງພາຍຸເຮີຣິເຄນ Katrina.

ທ່ານ​ກ່າວ​ວ່າ ພົນລະ​ເມືອງ​ຂອງ New Orleans ຄວນ​ພາກພູມ
​ໃຈທີ່​ສຸດ ​ຕໍ່​ຄວາມ​ສຳ​ເລັດ ​ຂອງ​ພວກ​ເຂົາ​ເຈົ້າ ນັບຕັ້ງ​ແຕ່​ຄວາມ
​ຫາ​ຍະ​ນະ​ຂອງ ລົມພາຍຸ Katrina ​ຊຶ່ງບັດ​ນີ້ ຄວນ​ອຸທິດ​ຕົນ​ເອງ
ອີກ​ເທື່ອ​ນຶ່ງ ໃສ່​ການລົບ​ລ້າງ ຄວາມ​ແຕກ​ໂຕນ​ກັນ​ຂອງ​ລາຍ​ໄດ້
​ການ​ສຶກສາ ​ແລະ ດ້ານ​ສຸກຂະພາບ.

ນາງ April Moore ພົນລະເມືອງ Gulfport (ຊ້າຍ) ຮ້ອງໄຫ້ ຫຼັງຈາກທີ່ຂອບອົກຂອບໃນນາງ Anne Warren ຂອງໂບດ Gulf Coast Blessing ສຳຫັລບການໄຫວ້ພາວະນາຈາກກຸ່ມສຶກສາຄຳພີ ພາຍຫຼັງພິທີ ລະນຶກເຖິງວັນຄົບຮອບ 10 ປີ ຂອງລົມພາຍຸ Katrina ໃນເມືອງ Gulfport, ລັດ Mississippi, ວັນທີ 29 ສິງຫາ 2015.

ລະຄັງ​ຕ່າງໆ ຢູ່​ໃນ​ນະຄອນ New Orleans ​ແລະ ຢູ່​ໃນ​ຂົງ​ເຂດ​ທີ່​ກວ້າງ​ຂວາງ​ຂອງອ່າວ
ຊາຍຝັ່ງ​ທະ​ເລນັ້ນ ​ໄດ້ດັງກ້ອງ​ກັງວານ​ຂຶ້ນ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ຂະນະ​ທີ່​ພົນລະ​ເມືອງ​
ລະນຶກ​ເຖິງ​ວັນຄົບຮອບ 10 ປີ ຂອງຊ່ວງ​ເວລາ ລົມ​ພາຍຸ ເຮີຣິເຄນ Katrina ​ທີ່ເປັນອັນຕະລາຍ ​ເຖິງ​ແກ່​ຊີວິດ ​ໄດ້​ພັດ​ຂຶ້ນຝັ່ງ.

ຈາກຊ້າຍ, ເຈົ້າຄອງ ນະຄອນ New Orlean ທ່ານ Mitch Landrieu ແລະ ອະດີດ ປະທານາທິບໍດີ ສະຫະລັດ ທ່ານ George W. Bush ໂອ້ລົມກັບພວກນັກສຶກສາ ໂຮງຮຽນມັດຖະຍົມ Warren Easton Charter ມື້ນຶ່ງກ່ອນໜ້າ ວັນຄົບຮອບ 10 ປີ ຂອງການພັດຖະຫລົ່ມ ຂອງພາຍຸ Katrina ໃນນະຄອນ New Orleans, ວັນທີ 28 ສິງຫາ 2015.

ບັນດາຜູ້ ​ຊົງ​ຄຸນ​ວຸດ​ທິ ​ທີ່​ໄປ​ຮ່ວມພິທີ​ ໃນ​ເມືອງ​ທີ່​ຖືກ​ຖະຫລົ່ມຢ່າງ​ໜັກ​ນັ້ນ ​ໄດ້​ວາງ​ພວງມາລາ ​ແລະ ​ໄດ້​ກ່າວ​ຄຳ​ສະດຸຸດີ ​ແກ່ຜູ້​ທີ່​ເສຍ​ຊີວິດ ຈຳນວນ 1,800 ຄົນ​ໃນລົມພາຍຸ​ດັ່ງກ່າວ​ນັ້ນ ​ໃນ​ຂະນະ​ທີ່​ສະ

​ເຫລີ​ມສະຫລອງ ການ​ຟື້ນ​ຄືນ​ຂອງ​ເມືອງ ​ແລະ ຄວາມ​ພະຍາຍາມ​ຢືນ​ຂຶ້ນຕໍ່ສູ້​ກັບຄວາມ​ຫາ​ຍະ​ນະ ຂອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ເມືອງ​ດັ່ງກ່າວ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ຢູ່ທີ່ ສູນກາງຊຸມຊົນ Andrew P. Sanchez ໃນເຂດ Lower Ninth Ward ຂອງນະຄອນ New Orleans, ວັນທີ 27 ສິງຫາ 2015.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສ ຢູ່ທີ່ ສູນກາງຊຸມຊົນ Andrew P. Sanchez ໃນເຂດ Lower Ninth Ward ຂອງນະຄອນ New Orleans, ວັນທີ 27 ສິງຫາ 2015.

Katrina Anniversary
please wait
Embed

No media source currently available

0:00 0:01:51 0:00

XS
SM
MD
LG