ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານຈັກ ເຢເກີຣ ນັກບິນຜູ້ທຳອິດ ທີ່ສ້າງສະຖິຕິການບິນໄວກວ່າສຽງ ສຽງຊີວີດແລ້ວ ອາຍຸ 97 ປີ


ນາຍພົນຈັດຕະວາ ກອງທັບອາກາດ ທີ່ບໍານານແລ້ວ ທ່ານຊາກສ໌ ເຢເກີຣ ຢືນຢູ່ກາງ ມັນທີ 14 ຕຸລາ 2012.
ນາຍພົນຈັດຕະວາ ກອງທັບອາກາດ ທີ່ບໍານານແລ້ວ ທ່ານຊາກສ໌ ເຢເກີຣ ຢືນຢູ່ກາງ ມັນທີ 14 ຕຸລາ 2012.

ທ່ານຈັກ ເຢເກີຣ (Chuck Yearger) ນັກບິນກອງທັບສະຫະລັດ ຜູ້ທີ່ໄດ້ກາຍມາເປັນ
ນັກບິນຄົນທຳອິດ ທີ່ທຳລາຍສະຖິຕິຄວາມໄວກວ່າສຽງ ໃນປີ 1947 ນັ້ນ ໄດ້ເສຍຊີວິດ
ແລ້ວ ໂດຍມີອາຍຸຄົບ 97 ປີ.

ການເສຍຊີວິດຂອງທ່ານໄດ້ຖືກປະກາດໃນຕອນແລງວັນຈັນວານນີ້ ຢູ່ໃນໜ້າທວິດເຕີ
ທີ່ເປັນທາງການຂອງທ່ານ ໂດຍພັນລະຍາຄົນທີສອງຄື ທ່ານນາງວິກຕໍເຣຍ (Victoria.)
ທ່ານນາງຂຽນວ່າ “ເປັນຊີວິດດີທີ່ໄດ້ດຳລົງມາຢ່າງໜ້າ ເຫຼືອເຊື່ອ ທີ່ເປັນນັກບິນ ຜູ້ຍິ່ງ
ໃຫຍ່ສຸດຂອງອາເມຣິກາ ແລະມີຊື່ສຽງທີ່ເກັ່ງກ້າ ຜະຈົນໄພ ແລະຄວາມຮັກຊາດຈະຈົດ
ຈຳ ເອົາໄວ້ຕະຫຼອດການ.”

ທ່ານເຢເກີຣ ແລະເຮືອບິນ Bell Aircraft X-1 ສີນໍ້າໝາກກ້ຽງ ທີ່ເປັນຮູບຮ່າງລູກປືນ ທີ່
ທ່ານຕັ້ງຊື່ນ້ອຍໃຫ້ວ່າ “Glamorous Glennis” ໃຫ້ແກ່ພັນລະຍາຄົນທີ່ນຶ່ງຂອງທ່ານ ທີ່
ໄດ້ນຳຂຶ້ນສູ່ທ້ອງຟ້າໃນເດືອນຕຸລາ ວັນທີ 14 ປີ 1947 ໂດຍຕິດໃສ່ກັບທ້ອງເຮືອບິນຖີ້ມລະເບີດ B-29 ຢູ່ເທິງທ້ອງຟ້າ ທະເລຊາຍແຫ້ງແລ້ງ ໂມຮາບີ (Mojave) ຂອງລັດຄາລີຟໍເນຍ. ທ່ານເຢເກີຣ ໄດ້ຍິງອາຍນໍ້າອັອກຊີເຢນຂອງເຮືອບິນ ຕິດຈັກເຊື້ອເພີງຈະຫຼວດ ຫຼັງ
ຈາກໄດ້ ປ່ອຍລົງຈາກເຮືອບິນ B-29 ແລະໃນທີ່ສຸດໄດ້ບັນລຸຄວາມ ໄວ ເຖິງ 1,100 ກິໂລ
ແມັດຕໍ່ຊົ່ວໂມງ ຫຼື ໝາກນຶ່ງ (Mach 1).

ການບິນຄັ້ງປະຫວັດສາດນີ້ ໄດ້ພິສູດໃຫ້ເຫັນວ່າ ເຮືອບິນສາມາດຢູ່ລອດໄດ້ໄວ ກວ່າສຽງ
ແລະໄດ້ປູພື້ນຖານໃຫ້ແກ່ບາດກ້າວການບິນຂັ້ນຕໍ່ໄປ ເຂົ້າສູ່ການບິນ ທີ່ໄວກວ່າສຽງ ແກ່
ເຮືອບິນລົບຂອງທະຫານ ແລະການບິນອະວະກາດທີ່ບໍ່ມີ ຄົນຂັບ.

ທ່ານເຢເກີຣ ເກີດຢູ່ລັດແວັສເວີຈີເນຍ (West Virginia) ທ່ານໄດ້ເລີ້ມວິຊາ ການບິນໃນປີ
1941 ອາຍຸ 18 ປີ ເວລາທ່ານໄດ້ຖືກເກນເຂົ້າຢູ່ໃນກອງທັບ ອາກາດທະຫານບົກ (US Army Aircorps) ສະຫະລັດ ທີີເຮັດວຽກໃນນາມ ຫົວໜ້ານາຍຊ່າງ ແກ່ກອງທັບອາກາດ
ສະຫະລັດ. ຕໍ່ມາທ່ານໄດ້ຍິງເຮືອບິນເຢຍ ຣະມັນ ຕົກ 13 ລໍາ ໃນການປະຕິບັດງານ 64
ຖ້ຽວບິນ ໃນນາມນັກບິນລົບ ຢູ່ໃນສະໜາມລົບຢູໂຣບ ລະຫວ່າງ ສົງຄາມໂລກ ຄັ້ງທີສອງ.

ທ່ານເຢເກີຣ ໄດ້ສ້າງສະທິຕິທັບມ້າງການບິນໄວກວ່າສຽງ ໃນຂະນະທີ່ຖືກແຕ່ງ ຕັ້ງໃຫ້ເປັນ
ນັກບິນທົດລອງ ຊຶ່ງໃນທີ່ສຸດໄດ້ກາຍມາເປັນຖານທັບອາກາດ ເອດວາດສ໌ (Edwards Airforce) ຢູ່ໃນລັດຄາລີຟໍເນຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG