ອະດີດລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານ Warren Christopher
ໄດ້ເຖິງແກ່ມໍລະນະກຳແລ້ວ.
ຄອບຄົວຂອງທ່ານ Christopher ກ່າວວ່າ ທ່ານໄດ້ເຖິງແກ່ມໍລະນະກຳຍ້ອນໂຣກແຊກ
ຊ້ອນຫຼາຍຢ່າງ ທີ່ເກີດຈາກໝາກໄຂ່ຫຼັງແລະມະເຮັງພົກປັດສະວະ.
ມື້ລາງລັດຖະມົນຕີການຕ່າງປະເທດ ອາຍຸ 85 ປີ ຂອງສະຫະລັດທ່ານນີ້ໄດ້ເຖິງແກ່ມໍລະ
ນະກຳຢູ່ທີ່ເຮືອນຂອງທ່ານໃນລັດກາລີຟໍເນຍແລະຫ້ອມລ້ອມໄປດ້ວຍສະມາຊິກໃນຄອບ
ຄົວໃນເວລາທີ່ທ່ານສິ້ນໃຈ.
ທ່ານ Christopher ເຄີຍຮັບໜ້າທີ່ເປັນລັດຖະມົນຕີການຕ່າງປະເທດ ໃນລັດຖບານສະ
ໄໝທຳອິດຂອງປະທານາທິບໍດີ Bill Clinton ແຕ່ປີ 1993 ຫາ 1997.