ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວໄອຣ໌ແລນ ເຊື້ອສາຍລາວ ສະເຫລີມ ສະຫລອງ ບຸນຄຣິສມັສ


Capitol Tree Lighting
please wait
Embed

No media source currently available

0:00 0:00:53 0:00

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ມື້​ນີ້​ວັນ​ພະຫັດ ສອງ​ມື້​ກ່ອນ​ວັນ​ບຸນຄ​ຣິ​ສ​ມັ​ສ ​ຫລື​ວັນ​ເກີດ​ຂອງພະ​ເຢ ​ຊູ​ເຈົ້າ ວັນ​ທີ 25 ​ທັນ​ວາທີ່ຈະ​ມາ​ເຖິງ​ນີ້ ​ບັນດາຊາວ​ຄ​ຣິ​ສ​ຕຽນຢູ່​ທົ່ວທຸກ​ມຸມ​ໂລກກຳ​ລັງ​ພາ​ກັນຫ້າງ​ຫາກະກຽມເພື່ອສະ​ຫລອງ​ບຸນ​ຢ່າ​ງ​ຄຶກ​ຄື້ນ. ​ໃນ​ໂອ​ກາດ​ດຽວ​ກັບ​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດກັບ ຍາ​ນາງດວງໃຈ Martin ​ຊາວໄອ​ຣ໌ແລນເຊື້ອສາຍ​ລາວ ມາ​ເລົ່າ​ສູ່ທ່ານ ຟັງກ່ຽວ​ກັບຊີວິດ​ການ​ເປັນ​ຢູ່ ​ແລະຮີດ​ຄອງ​ປະ​ເພ​ນີ ​ຂອງການ​ສະ​ຫລອງ​ບຸນ​ຄ​ຣິ​ສ​ມັ​ສຊຶ່ງ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ທີ່​ທ່ານ​ໄດ້​ຟັງ​ຜ່ານ​ໄປ​ນັ້ນ ​ແມ່​ນ​ເພງ​ Silent Night ທີ່ມີ​ຄວາມ​ໂດ່ງ​ດັງ​ແລະ​ເປັນ​ທີ່​ນິ​ຍົມ​ຟັງກັນໃນ​ລະ​ດູ​ການສະ​ຫຼອງບຸນຄ​ຣິ​ສ​ມັ​ສ ເພາະສະ​ນັ້ນ ​ເນື່ອງ​ໃນວັນສະຫລອງວບຸນຄ​ຣິ​ສ​ມັ​ສທີ່​ຈະມາ​ເຖິງ​ ໃນວັນ​ອາທິດ ທີ 25 ​ເດືອນ​ທັນວານີ້ ລາຍ​ການ​ຊີ​ວິດ​ຊາ​ວ​ລາວໃນຕ່າງແດນຂອງວີ​ໂອ​ເອ ຈະ​ພາ​ທ່ານ​ໄປ​ຢ້ຽມຢາມ​ຖາມ​ຂ່າວ ຍານາງ​ດວງ​ໃຈ Martin ທີ່​ ໄອ​ຣ໌​ແລນ ຊຶ່ງ​ເປັນປະເທດ​ເກາະດອນ​ນຶ່ງ ຕັ້ງຢູ່​ໃກ້ໆກັບປະ​ເທດ​ອັງກິດ.

ແຕ່​ກ່ອນ​ອື່ນ​ເຮົາ ​ມາ​ທຳ​ຄວາມ​ເຂົ້າ​ໃຈ​ ກ່ຽວ​ກັບການ​ສະ​ຫລອງບຸນ​ວັນ​ເກີດ ຂອງພະ​ເຢ​ຊູ ເຈົ້າຫລື Jesus ​ນີ້​ເສຍ​ກ່ອນ​ທີ່ໄດ້​ປະ​ຕິ​ບັດກັນ​ມາ​ເປັນ​ເວລາ 2016 ປີແລ້ວ ​ແລະເປັນ​ສາ​ສະ​ໜາອັນ​ດັບ​ໜຶ່ງ ມີ​ຄົນ​ນັບ​ຖື​ຫລາຍ​ທີ່​ສຸດຢູ່ໃນ​ໂລກ.

ໃນ​ລະ​ດູ​ການ​ສະ​ຫ​ລອງ​ບຸນ​ຄ​ຣິ​ສ​ມັ​ສ​ນີ້ ​ໂດຍ​ສະ​ເພາະ​ຢູ່​ຕ່າງປະ​ເທດ ບໍ່​ວ່າ​ຈະ​ເປັນ​ຄົນທີ່ມີ​ພື້ນ​ຖານມາ​ຈາກ​ໃສ ແລະ​ນັບ​ຖື​ສາ​ສະ​ໜາ​ໃດໆ​ກໍຕາມ ເຂົາ​ເຈົ້າຈະ​ຫລີກ​ລ່ຽງ ຕໍ່ອິດ​ທິ​ພົນ ການ​ສະ​ຫລອງ​ບຸນ​ຄ​ຣິ​ສມັ​ສນີ້​ໄດ້​ຍາກ ເພາະ​ວ່າບັນ​ຍາ​ກາດເຕັ​ມໄປ​ການ​ຕົກ​ແຕ່ງ​ເອ້​ຍ້ອງ ​ດັ່ງ​ໂຕ​ຢ່າງ​ຢູ່ນະຄອນຫລວງວໍຊິງຕັນ ​ແຕ່ລະ​ປີ ​ພິທີຈະ​ເລີ້ມ​ດ້ວຍ​ການນຳ​ເອົາ​ຕົ້ນ​ແປກ ​ແກ່​ໃສ່​ລົດ​ມ້າມາ​ຈາກ​ແຫ່ງ​ໃດ​ແ​ຫ່ງນຶ່ງ​ຢູ່​ໃນ​ສະຫະລັດ ​ແລ້ວມາ​ມອບ​ໃຫ້ປະທານາທິບໍດີ ເພື່ອ​ຕົກ​ແຕ່ງ​ຢູ່​ໃນ​ທຳນຽບຂາວ ​ຫລັງ​ຈາກ​ນັ້ນ​ຕໍ່ມາບໍ່ເທົ່າ​ໃດ​ອາທິດກໍ​ມີ​ພິທີ​ໃຕ້​ໄຟ​ຕົ້ນ​ຄຣິສ​ມັສ​ແຫ່ງ​ຊາດ. ​ເວລາ​ນີ້ຢູ່​ຕາມຮ້​ານ​ຄ້າ ຖະ​ໜົນຫົນ​ທາງ ​ບ້ານ​ເຮືອນ ຈະ​ເຫັນເຕັມ​ໄປ​ດ້ວຍ ແສງ​ສີ ​ແລະ​ສຽງ​ເພງ. ​ໃນ​ລະ​ດູ​ການ​ດັ່ງ​ກ່າ​ວ​ນີ້ ມີ​ການຊື້​ຂາຍ​ແລກ​ປ່ຽນ​ຂອງ​ຂວັນກັນ​ຢ່າງ​ໃຫຍ່ ​ເປັນ​ເວ​ລາ​ທີ່ຜູ້ຄົນ​ພາ​ກັນ​ເດີນ​ທາ​ງ​ໄປ​ຢ້ຽມ​ຢາມຄອບ​ຄົວ ຢູ່​ຕາມ​ໂບດ​ຕ່າງໆກໍມີ​ການ​ເຕົ້າ​ໂຮມສູດ​ມົນ. ​ຢູ່​ທີ່ນະ​ຄອນ​ວາຕິ​ກັນ ພະ​ສັນ​ຕະ​ປາ​ປາ ນຳພາຝູ​ງຊົນ​ສູດ​ມົນ​ພາ​ວັນ​ນາ​ໃນ​ຕອນ​ທ່ຽງ​ຄືນ​ກ່ອນ​ຕອນ​ເຊົ້າ​ວັນຄ​ຣິ​ສ​ມັ​ສ​ມາ​ເຖິງ. ຢູ່​ຕາມ​ບ້ານ​ເຮືອນຝູງ​ຊົນ​ພາກັນເຕົ້າ​ໂຮມ​ກິນລ້ຽງ​ສັງສັນ​ກັນ​ຢ່າງ​ຄຶກ​ຄື້ນ. ​ໃນ​ວັນ​ຄຣິສມັສ ໂຮງ​ການ​ລັດ​ຖະ​ບານ ​ຮ້ານ​ຄ້າ ກິດ​ຈະ​ການຕ່າງໆ​ປິດ​ລົງ ​ເ​ວ​ລ​າ​ນີ້ເຮົາ​ຈະ​ມີ​ຄວາມ​ຮູ້​ສຶກກັບບັນ​ຍາ​ກາດ​ຂອງຄວາມ​ງຽບ​ສະງົບ ​ແລະ​ບາງ​ແຫ່ງ​ມີ​ຫິມະ​ຕົກ​ປົກ​ຄຸມ​ຢ່າງ​ງົດ​ງາມ.

ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ພ້ອມດ້ວຍຫລານຊາຍນ້ອຍສອງຄົນ ຕ້ອນຮັບເອົາຕົ້ນຄຣິສມັສ ທີ່ທຳນຽບຂາວ.
ສະຕີໝາຍເລກນຶ່ງ ທ່ານນາງ Michelle Obama ພ້ອມດ້ວຍຫລານຊາຍນ້ອຍສອງຄົນ ຕ້ອນຮັບເອົາຕົ້ນຄຣິສມັສ ທີ່ທຳນຽບຂາວ.

ບັດ​ນີ້​ເຮົາມາ​ຟັງ​ການ​ໂອ້​ລົມກັບ ຍານາງ​ດວງ​ໃຈ Martin ວ່າ​ ຄອບຄົວເພີ່​ນສະ​ຫລອງ​ກັນ​ຢ່າງ​ໃດ​ຢູ​ໄອຣ໌​ແອນ ​ແລະ​ດ້ວຍ​ເຫດ​ອັນໃດ ຍານາງ​ດວງ​ໃຈ​ຈຶ່ງ​ໄດ້ຕົກມາ​ຢູ່ໃນ​ດິນ​ແດນ​ອັນ​ຫ່າງ​ໄກ​ແຫ່ງ​ນີ້:

ຮູບແຕ່ງງານຂອງຍານາງດວງໃຈ ມາຕິນ ແລະ ສາມີ ທ່ານ ຄາລ ມາຕິນ
ຮູບແຕ່ງງານຂອງຍານາງດວງໃຈ ມາຕິນ ແລະ ສາມີ ທ່ານ ຄາລ ມາຕິນ

ລິງໂດຍກົງ

ປະ​ເທດໄອຣ໌​ແລນ ​ເປັນ​ປະ​ເທດເກາະ​ດອນ ​ຕັ້ງ​ຢູ່​ໃກ້ໆກັບ​ປະ​ເທດ​ອັງກິດ ແລະ​ເປັນ​ປະ​ເທດ​ທີ່​ນັບຖື​ສາສະໜາ​ຄຣິສ ນິກາຍ​ຄາ​ໂທ​ທິກ​ຢ່າງ​ເຄັ່ງ​ຄັດ ຍານາງ​ດວງ​ໃຈ ​ໄດ້​ກ່າວ​ເຖິງ​ບັນຍາກາດ​ທາງ​ດ້ານ​ສາ​ສະໜາ​ສູ່​ຟັງ​ດັ່ງ​ນີ້:

ທ້າວ ເຈມສ ມາຕິນ, ລູກຊາຍຂອງຍານາງ ດວງໃຈ.
ທ້າວ ເຈມສ ມາຕິນ, ລູກຊາຍຂອງຍານາງ ດວງໃຈ.

ລິງໂດຍກົງ

ຄ​ຣິ​ສ​ມັ​ສນອກ​ຈາກເປັນ​ບຸນ​ທາງ​ສາ​ສະ​ໜາອັນ​ຍິງ​ໃຫຍ່​ແລ້ວຍັງ​ເປັນ​ບຸນ​ທີ່​ພວກ​ເດັກ​ນ້ອຍ ພາ​ກັນ​ລໍ​ຖ້າ ​ໃຫ້​ວັນອະ​ພິ​ນິ​ຫານ​ນີ້​ມາ​ເຖິງ ເພາະ​ວ່າ ເຂົ​າ​ເຈົ້າ​ເຊື່ອ​ວ່າ ຈະໄດ້​ຮັບຂອງຂວັນ​ຈາກ Santa Clause ​ຫລື​ພໍ່​ເຖົ້າ​ໃຈ​ດີ ​ຢູ່ໃນ​ນິ​ທານ​ໂບ​ຮານ ລາ​ວນຸ່ງ​ເຄື່ອງ​ສີ​ແດງ ແຂ​ບ​ຂາວ ທ້ອງ​ປຸ້ງ ໜວດ​ຂາວຍາວ ມີ​ໃບ​ໜ້າ ​ຍີ້​ມ​ແຍ້ມ​ແຈ່ມ​ໃສ ຂີ່​ເລື່ອນ sleigh ທີ່​ແລ່ນ​ຢູ່​ເທິງ​ຫິ​ມະ ​ມີ​ໝູ່ ກວ​າງແກ່ເຫາະ​ເຫີນ​ເດີນ​ອາ​ກາດ ຈາກ​ຂົ້ວ​ໂລກ​ເໜືອ ນຳເອົາຂອງ​ຂວັນ​ມາ​ສົ່ງ​ໃຫ້​ບັນ​ດາເດັກ​ນ້ອຍທີ່​ພາກັນນອນ​ຫລັບ​ລໍຖ້າ ຊຶ່ງ​ຍານາງ​ດວງໃຈ​ ​ໄດ້​ກ່າວ​ຕໍ່​ໄປ​ວ່າ :

ລິງໂດຍກົງ
ນາງ ເຊແລັສທີນ, ລູກສາວນ້ອຍທີ່ໜ້າຮັກ ຂອງຍານາງ ດວງໃຈ.
ນາງ ເຊແລັສທີນ, ລູກສາວນ້ອຍທີ່ໜ້າຮັກ ຂອງຍານາງ ດວງໃຈ.

ທ້າຍ​ສຸດ​ນີ້ ຍານາງ​ດວງ​ໃຈ ​ໄດ້​ເວົ້າ​ເຖິງ​ເລື້ອງ​ອາຫານ​ການ​ກິນ ​ແລະ​ໄດ້​ກ່າວ​ເຖິງ​ຄວາມ​ເປັນມາ​ຂອງ​ສາມີ ທີ່​ໄດ້​ນຳພາຍານາງ​ດວງ​ໃຈ​ມາ​ຕົກ​ຢູ່​ໃນດິນ​ແດນ ​ອັນກວ້າງ​ໄກ​ແຫ່ງ​ນີ້​
ວ່າ:

ຍານາງດວງໃຈ ແລະ ລູກສາວ ນັ່ງໃກ້ກັບຂອງຂັວນວັນ ຄຣິສມັສ.
ຍານາງດວງໃຈ ແລະ ລູກສາວ ນັ່ງໃກ້ກັບຂອງຂັວນວັນ ຄຣິສມັສ.

ລິງໂດຍກົງ

ໃນ​ວາ​ລະ​ໂອ​ກາດ​ສະຫລອງ​ບຸນຄຣິສມັສ ​ແລະ​ປີ​ໃໝ່​ສາກົນ 2017 ​ທີ່ຈະ​ມາ​ເຖິງ​ນີ້ຂ້າ​ພະ​ເຈົ້າກິ່ງສະວັນ ແລະ​ຄະ​ນະ​ຜູ້​ຈັດ​ທຳລາຍ​ການ​ພາກ​ພາ​ສາ​ລາວ ​ຂອງວິ​ທະ​ຍຸ ວີໂອ​ເອ ຂໍ​ຖື​ໂອ​ກາດ​ນີ້ ອວຍ​ໄຊ​ໃຫ້​ພອນ​ແກ່ບັນ​ດາ​ທ່ານ​ຜູ້​ຟັງ ພ້ອມ​ດ້ວຍ​ຄອ​ບຄົວ ແລະ​ເພື່ອນ​ມິດ ​ຢູ່​ທຸກ​ຫົນ​ແຫ່ງ ຈົ່ງ​ປະສົບ​ແຕ່ຄວາມ​ຜາ​ສຸກ ຕະ​ຫລອດ​ໄປ​ດ້ວຍ​ເຖີດ.

christmas
please wait
Embed

No media source currently available

0:00 0:01:25 0:00
ລິງໂດຍກົງ

XS
SM
MD
LG