ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

Downing - “Christmas, Love and You”


Downing - “Christmas, Love and You”
Downing - “Christmas, Love and You”

ລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່າຄືນວັນຄຣິສມາສນີ້ ວັນນະສອນມີເພງ ທີ່ເຕັມປ່ຽມໄປດ້ວຍຄວາມໝາຍດີໆ ເພື່ອອວຍພອນໃຫ້ແກ່ ແຟນລາຍການ ໃນໂອກາດອັນດີງາມນີ້.

ສະບາ​ຍດີ​ທ່ານ​ແຟນ​ເພງ​ທີ່​ໜ້າ​ຮັກທັງຫຼາຍ ວັນນະ​ສອນ​ດີ​ໃຈ​ທີ່​ໄດ້​ກັບ​ມາ​ຈັດ​ເພງໃຫ້ທ່ານ
ຜູ້​ຟັງ​ອີກ​ ຫຼັງ​ຈາກ​ທີ່​ໄດ້​ຫ່າງ​ຫາຍ​ໄປເດືອນ​ກວ່າ.​ ຄໍ່າ​ຄືນ​ນີ້​ຖື​ວ່າພິ​ເສດ​ສຸດ ​ເພາະໄດ້ກັບ​ມາ
ທັນ​ການ​ສະ​ຫຼອງບຸນ​ຄິຣມາສຮ່ວມ​ກັນ​ ດັ່ງ​ທີ່​ທຸກໆຄົນ​ໄດ້​ຊາບ​ກັນ​ນັ້ນ​ລະ ​ເທດສະການ​
ບຸນຄຣິສມາສນີ້ ​ເປັນ​ເທດສະການ​ຂອງ​ການ​ໃຫ້ ບໍ່​ວ່າ​ຈະ​ເປັນ​ການ​ໃຫ້​ດ້ວຍ​ສິ່ງ​ຂອງ, ​
ເງິນ​ຄໍາ​ຫຼື​ປັດ​ໃຈ​ອື່ນໆ​ ​ແລະ​ການ​ໃຫ້​ອີກ​ອັນ​ຫນຶ່ງທີ່ສໍາຄັນ​ທີ່​ສຸດ​ນັ້ນ ກໍ​ຄື​ການ​ໃຫ້​ຄວາມ​ຮັກ,
ຄວາມອົບ​ອຸ່ນ​ແລະ​ການໃຫ້​ໃຈຊຶ່ງ​ກັນ​ແລະ​ກັນ ​ ​ຄໍ່າຄືນ​ຂອງ​ວັນຄິຣສມາສນີ້ ວັນນະສອນ​
ຂໍ​ສົ່ງ​ຄວາມສຸກ​, ຄວາມ​ອົບ​ອຸ່ນ, ຄວາມ​ສະໜຸກ​ສະໜາ​ນ ມອບຄືນ​ແກ່​ທ່ານ​ຜູ້​ຟັງທີ່​ຄອຍ​
ເປັນ​ກໍາລັງ, ​ໃຫ້ການສະໜັບສະໜູນ ​ແລະ​ເປັນ​ແຟນລາຍການ​ຕະຫຼອດ​ມາ​ ຢ່າງ​ສະເໝີ
ຕົ້ນ​ສະ​ເໝີປາຍ ​ວັນນະ​ສອນ​ຈຶ່ງ​ຂໍຖື​ໂອກາດ​ນີ້​ຂອບໃຈ​ແລະ ຂໍ​ຈັດເພງ "Christmas,
Love and You"
ເພງ​ທີ່​ມີ​ຄວາມ​ໝາຍ​ດີ ຂອງ Will Downing ມອບ​ໃຫ້​ແທນ
ຄວາມ​ຮູ້ສຶກ​ທີ່​ດີໆແກ່ແຟນລາຍການ​ທຸກໆ​ທ່ານ​ເລີຍ.​

ເພງ: " Christmas, Love and You ໂດຍ Will Downing

ເພງທີ່​ກ່ຽວຂ້ອງ​ກັບເທດສະການ Christmas ນີ້​ແມ່ນ​ມີຫຼາກຫຼາຍ​ໃຫ້​ເລືອ​ກ ​ແຕ່​ແນ່
ນອນ​ລະ​ ​ວັນນະ​ສອນ​ຈະ​ຕ້ອງຄັດ​ເລືອກ​ເອົາ​ແຕ່ເພງ​ທີ່​ມ່ວນ​ສຸດ ປະ​ທັບ​ໃຈສຸດ​ແລະ​ຟັງ​
ແລ້ວ​ສະບາຍ​ໃຈ​ສຸດ ມາຈັດ​ມອບ​ໃຫ້​ທ່ານ​ຜູ້​ຟັງ ​ແລະ​ນີ້​ກໍ​ເປັນ​ນຶ່ງ​ເພງ​ດັງ​ທີ່​ນິຍົມ​ກັນ​
ຫຼາຍ​ທີ່​ສຸດ​ທີ່ Michael Boublee ນໍາມາ​ຂັບ​ຮ້ອງ​ໄດ້​ຫວານ​ຊຶ້ງທີ່​ສຸດ ທີ່​ມີ​ຊື່ວ່າ
My Grown Up Christmas List.

ເພງ: "My Grown Up Christmas List" ໂດຍ Michael Boublee

ກ່ອນ​ຈາກ​ກັນ​ໄປ​ໃນ​ຄໍ່າ​ຄືນ​ນີ້ ວັນນະ​ສອນ​ຂໍ​ອວຍພອນໃຫ້ທ່ານຜູ້​ຟັງ​ທີ່ຢູ່​ໃນ​ສາກົນ​ລະ​
ໂລກ​ນີ້ ຈົ່ງ​ປະສົບ​ແຕ່​ຄວາມສຸ​ກ, ສົດ​ຊື່ນແລະ​ສົມຫວັງ,ໃນເທດສະການຄຣິສມາສ
ດ້ວຍເທີ້ນ ​ແລະ​ຂໍ​ອໍາ​ລາ​ທ່ານ​ດ້ວຍ​ເພງ​ຂອງ Kelly Rowland - ​ໃນ​ບົດ​ເພງ
"Wonderful Christmas"
ນີ້. Merry Christmas to you all.

ເພງ: "Wonderful Christmas" ໂດຍ Kelly Rowland

ກ່ຽວຂ້ອງກັນ

XS
SM
MD
LG