ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນຄຣິສມັສ ສ່ວນໃຫຍ່ແລ້ວ ແມ່ນສະຫງົບດີ ຢູ່ໃນ ອິນໂດເນເຊຍ ທີ່ມີຊາວມຸສລິມ ເປັນສ່ວນຫຼາຍ

ຊາຍຄົນນຶ່ງ ຖືທຽນໄຂ ຢູ່ພິທີທາງສາສະໜາ ໃນມື້ກ່ອນວັນ
ຄຣິສມັສ ທີ່ໂບດແຫ່ງນຶ່ງ ໃນເມືອງ ບັນດຸງ (Bandung) ຂອງອິນໂດເນເຊຍ, ວັນທີ 24 ທັນວາ 2017. (Antara Foto/Novrian Arby/via Reuters)
ຊາຍຄົນນຶ່ງ ຖືທຽນໄຂ ຢູ່ພິທີທາງສາສະໜາ ໃນມື້ກ່ອນວັນ ຄຣິສມັສ ທີ່ໂບດແຫ່ງນຶ່ງ ໃນເມືອງ ບັນດຸງ (Bandung) ຂອງອິນໂດເນເຊຍ, ວັນທີ 24 ທັນວາ 2017. (Antara Foto/Novrian Arby/via Reuters)

ອະດີດຜູ້ປົກຄອງ ນະຄອນຈາກາຕາ ທີ່ເປັນຄົນຈີນ ນັບຖືສາສະໜາຄຣິສຕຽນ ໄດ້ຮັບ
ຂອງຂວັນ ຄິຣສມັສ ທີ່ບໍ່ທຳມະດາ ເຊັ່ນວ່າ ການຫລຸດໂທດລົງ 15 ວັນ ສຳລັບໂທດ
ຈຳຄຸກ 2 ປີ ຂອງທ່ານນັ້ນ. ທ່ານ ບາຊູກີ “ອາຮົກ” ຖາຮາຈາ ປູຣນາມາ ໄດ້ຖືກຂັງຄຸກ
ໃນເດືອນພຶດສະພາ ຖານໝິ່ນປະມາດສາສະໜາ ເມື່ອລະດູບານໃໝ່ ປີກາຍນີ້ ຍ້ອນ
ການດູຖູກຄຳພີ ຄູຣານ (Quran) ໃນຄະນະທີ່ເປັນຜູ້ວ່າການລັດ ທຳການໂຄສະນາ
ຫາສຽງເລືອກຕັ້ງ ຢູ່ໃນຈາກາຕາ ຢູ່ນັ້ນ. ທ່ານໄດ້ເສຍໄຊ ໃນການເລືອກຕັ້ງ ເມື່ອ
ເດືອນເມສາ ແລະ ໄດ້ຖືກສານຕັດສິນລົງໂທດ ບໍ່ດົນຫຼັງຈາກນັ້ນ.

ຜູ້ປົກຄອງ ນະຄອນຈາກາຕາ ທ່ານ ບາຊູກີ “ອາຮົກ” ຖາຮາຈາ ປູຣນາມາ (Basuki "Ahok" Tjahaja Purnama) ຜູ້ທີ່ລົງແຂ່ງຂັນເອົາຕຳແໜ່ງ ສະໄໝທີສອງ, ພັນລະຍາຂອງທ່ານ ທ່ານນາງ ເວີໂຣນິກາ (Veronica) ແລະ ລູກຊາຍ ທ້າວ ນິກໂຄລັສ, ຊ້າຍ, ກຳລັງຈະປ່ອນບັດອອກສຽງ ຢູ່ທີ່ໜ່ວຍເລືອກຕັ້ງ ໃນລະຫວ່າງການເລືອກຕັງຂັນຊີ້ຂາດ ໃນນະຄອນ ຈາກາຕາ ຂອງອິນໂດເນເຊຍ, ວັນທີ 19 ເມສາ 2017.

ໂທດຂອງທ່ານ ໄດ້ຖືກຫລຸດຜ່ອນລົງໜ້ອຍນຶ່ງ ພ້ອມໆກັນກັບ ພວກນັກໂທດຕິດຄຸກ
ທີ່ນັບຖືສາສະໜາຄຣິສຕຽນ ຄົນອື່ນໆ ຈຳນວນ 9,000 ຄົນ ຢູ່ໃນອິນໂດເນເຊຍ ອັນ
ເປັນສ່ວນນຶ່ງ ຂອງນະໂຍບາຍ ທີ່ໃຫ້ລາງວັນແກ່ພວກນັກໂທດ ສຳລັບການປະພຶດດີ
ໃນວັນຊາດຂອງອິນໂດເນເຊຍ ແລະ ວັນພັກທາງສາສະໜາທີ່ສຳຄັນໆ. ພວກຜູ້ຄົນ
ເຫຼົ່ານັ້ນ ໄດ້ຮັບໃຊ້ໂທດຈຳຄຸກ ຢ່າງໜ້ອຍ 6 ເດືອນ ຈຶ່ງຈະໄດ້ຮັບການຫລຸດຜ່ອນ
ໂທດໄດ້. ເວັບໄຊນຶ່ງ ລາຍງານວ່າ ມາດຕະການດັ່ງກ່າວ ເປັນການປະຢັດຄ່າໃຊ້ຈ່າຍ
ສຳລັບຄຸກທີ່ແອອັດຂອງປະເທດ.

ຕຳຫຼວດ ໜ່ວຍໝາດົມກິ່ນ ກຳລັງນຳເອົາໝາ ຂອງລາວ ເຂົ້າໄປໃນໂບດ ຂະນະທີ່ ລາວກວດກາເບິ່ງໂບດ ກ່ອນພິທີໄຫວ້ທາງສາສະໜາ ຂອງວັນຄຣິສມັສ ຢູ່ໃນເມືອງ ຊາລາທິກາ (Salatiga) ຂອງອິນໂດເນເຊຍ, ວັນທີ 24 ທັນວາ 2017. (Antara Foto/Aloysius Jarot Nugroho/via Reuters)

ຂອງຂວັນ ຄຣິສມັສ ຂອງທ່ານ ອາຮົກ ເປັນຂ່າວໃຫຍ່ທີ່ສຸດ ສຳລັບສັບປະດາແຫ່ງ
ວັນພັກ ຢູ່ໃນປະເທດທີ່ມີຊາວມຸສລິມ ຫຼາຍທີ່ສຸດໃນໂລກ ເຊິ່ງໂດຍລວມແລ້ວ ແມ່ນ
ສະຫງົບສຸກດີ ເຖິງແມ່ນວ່າ ຈະເກີດຄວາມວຸ້ນວາຍໜ້ອຍນຶ່ງກໍຕາມ ໃນມື້ກ່ອນຈະ
ໄປຮອດວັນພັກຂອງສາສະໜາຄຣິສຕຽນ. ອິນໂດເນເຊຍ ຕາມປົກກະຕິແລ້ວ ຈະ ເພີ່ມມາດຕະການ ຮັກສາຄວາມປອດໄພ ໃນເດືອນທັນວາ ສຳລັບ ກໍລະນີ ເກີດ
ຄວາມວຸ້ນວາຍ ຫຼື ການໂຈມຕີກໍ່ການຮ້າຍ ເຊິ່ງໃນປີນີ້ ຕົນໄດ້ສົ່ງເຈົ້າໜ້າທີ່ຮັກສາ
ຄວາມປອດໄພ 180,000 ຄົນ ໄປປະຈຳການ ອັນເປັນການເພີ່ມຂຶ້ນຈາກປີກາຍນີ້
150,000 ຄົນ. ການຍົກລະດັບຄວາມປອດໄພທີ່ສູງຂຶ້ນນີ້ ແມ່ນຈະມີຢູ່ຈົນເຖິງ ວັນທີ
3 ມັງກອນ ອີງຕາມ ກະຊວງພາຍໃນ ແລະ ລວມທັງການກະກຽມ ສຸກສາລາຊຸມຊົນ
ແລະ ໂຮງໝໍ ທີ່ເປີດໃຫ້ບໍລິການ 24 ຊົ່ວໂມງ ນຳດ້ວຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG