ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂໍສົ່ງ​ຄວາມ​ສຸກ​ມາ​ກັບ​ເພງ ​Feliz Navidad ໃນ​ຊ່ວງ​ເທດ​ສະ​ການຄ​ຣິ​ສ​ມັ​ສນີ້ ​ທີ່ຂັບ​ຮ້ອງ​ໂດຍ Michael Buble ກັບ Thalia


ລາຍການສຽງເພງຈາກແດນໄກຂອງ VOA ​ໃນ​ຄໍ່າ​ຄືນກ່ອນ​ວັນ​ຄີຣສມັສນີ້ ວັນນະ
​ສອນ​ມີ​ເພງ​ທີ່​ເຕັມ​ປ່ຽມ​ໄປ​ດ້ວຍ​ຄວາມ​ໝາຍ​ດີ ເພື່ອ​ອວຍພອນ​ໃຫ້​ແກ່​ແຟນລາຍການ
ຂອງເຮົາໃນ​ໂອກາດ​ອັນ​ດີງາມ​ນີ້​ ຂໍ​ເຊີນທຸກໆທ່ານ​ເຂົ້າ​ສູ່​ບັນຍາກາດ​ຂອງ​ຄວາມ
ສະໜຸກ​ສະໜາ​ນ​ໄດ້​ນະ​ບັດ​ນີ້.​

ສະ​ບາຍ​ດີ​ແຟນ​ລາຍ​ການ​ສຽງ​ເພງ​ຈາກ​ແດນ​ໄກ. ເພງທີ່ທ່ານຫາກໍ​ໄດ້ຟັງຈົບລົງໄປນັ້ນ
ວັນ​ນະ​ສອນໄດ້​ຕັ້ງ​ໃຈເອົາໄວ້ ວ່າຈະ​ມາ​ເປີດ​ໃຫ້​ທ່ານຟັງ ເພື່ອສະ​ຫຼອງເທດສະການບຸນ​ຄຣິສມັສພ້ອມ​ກັນ ເປັນ​ເພງຄູ່ ທີ່ໄດ້ນັກຮ້ອງລະດັບໂລກ ມາຮ້ອງຄູ່ກັນ ທັງ Michael
Buble ກັບ Thalia
ໃນບົດເພງ Feliz Navidad ຊຶ່ງເພງນີ້ ກໍມັກຈະໄດ້ຍິນຢູ່
ເລື້ອຍໆມາ ໃນຊ່ວງເທດສະການສະ​ຫຼອງບຸນ​ຄຣິສມັສ ແລະປີໃໝ່. ວັນນະສອນ
ຫວັງຢ່າງ ຍິ່ງວ່າ ທຸກໆຄົນຈະສະບາ​ຍດີ​ແລະຕຽມພ້ອມແລ້ວທີ່ຈະສະຫຼອງບຸນບຸນ
ຄຣິສມັສ ເຖິງແມ່ນວ່າມີຫຼາຍໆທ່ານ ບໍ່ຖືສາສະໜາຄຣິດ ກໍຕາມ ແຕ່ວ່າ ການສະ​ຫຼອງ
ບຸນ​ຄຣິສມັສ ກໍໄດ້ກາຍມາເປັນປະ​ເພນີ ທີ່ພາກັນສະຫຼອງໃນທົ່ວທຸກ​ມູມໂລກໄປ​ແລ້ວ
ຈະ​ຖື​ວ່າ​ເປັນການ​ສະຫຼອງກໍ​ວ່າໄດ້ ສຳລັບບາງຄົນ ​ເພາະ​ມີ​ການຈັດຂອງຝາກ​ຂອງ
ຕ້ອນ ເປັນ​ກິດຈະ​ລັກສະນະ ອອກ​ມາ​ຂາຍ​ກັນ ຕັ້ງ​ແຕ່ຕົ້ນ​ເດືອນ​ທັນວາ​ພີ້. ແຕ່​ເຖິງ​
ຢ່າງ​ນັ້ນກໍ​ເທາະ ວັນນະສອນ ​ຄິດ​ວ່າ​ວັນ ຄຣິສມັສເປັນເທດສະການທີ່ສົ່ງຄວາມສຸກ ແລະມອບຄວາມຮັກ ໃຫ້ກັນແລະກັນ ​ໂດຍ​ສະ​ເພາະ​ພວກ​ເດັກນ້ອຍ ກໍ​ຈະ​ພາກັນ​
ຄຶກຄັກຕື່ນ​ເຕັ້ນ​ເປັນ​ພິ​ເສດ ​ດີ​ໃຈເພາະ​ຈະ​ໄດ້​ເປີດ​ຂອງຝາກ​ທີ່ Santa Claus ຫຼື​
ປາໆ ໂນ​ແອ​ລ ທີ່​ໄດ້​ຕຽມ​ຂອງຂວັນໄຕ່​ລົງ​ມາ​ຈາກທໍ່​ໄຟຂອງ​ເຕົາ​ຝີ​ງ ຈັດ​ໃສ່​ຖົງຕີນ
ທີ່ພໍ່​ແມ່ ​ຈັດ​ໄວ້ພ້ອມ​ທັງມີ​ຊື່​ຂອງພວກ​ລູກໆ ​ແຕ່ລະຄົນ ​ແລ້ວ​ພາກັນຕື່ນ​ມາ​ແຕ່​ເຊົ້າ​
ເພື່ອ​ເປີດ​ຂອງຂວັນ​ກັນ ​ໃນ​ວັນ​ຄຣິມັສຄື ວັນ​ທີ 25 ຂອງ​ເດືອນ​ທັນວາ ສ່ວນເພງຕໍ່ໄປນີ້
ກໍເຊັ່ນກັນ... ເປັນເພງຂອງວົງ​ດົນ​ຕີ​ທີ່​ເກືອບ​ວ່າ ທຸກ​ຄົນເຄີຍໄດ້ຍິນ ແຕ່​ເພງ​ນີ້ ເປັນ​ອີກ
​ບົດ​ບາດ​ນຶ່ງ​ຂອງວົງ Eagle ​ໃນ​ບົດ​ເພງ Please Come Home For Christmas
​ທີ່​ແປ​ເປັນ​ພາ​ສາ​ລາວ ກໍ​ແມ່ນ​ວ່າ ກະ​ລຸ​ນາກັບມາ​ບ້ານ​ໃນ​ຊ່ວງ​ເທດ​ການບຸນ​ຄຣິສມັສ​ນີ້.

​ເພງ Silent Night ຂອງ Martina McBride ​ ນີ້ ​ຈະເປັນ​ເພງທີ່​ວັນ​ນະ​ສອນ​ຈັດ
​ໄວ້ເພື່ອປິດ​ທ້າຍ​ລາຍ​ການແລະ​ຂໍ​ອວຍ​ພອນ​ໃຫ້​ທຸກ​ທ່ານ ຈົ່ງ​ປະ​ສົບ​ແຕ່​ຄວາມ​ສຸກ
ຄວາມ​ຈະ​ເລີນ ງອກ​ງາມ​ໄພ​ບູນ ຕະ​ຫຼອດ​ໄປ ໃຫ້ເບີກບານ​ໃຈ ມອງ​ໄປ​ໃສ ກໍ​ມີ​ແຕ່​ຮອຍ
​ຍິ້ມ ສຽງ​ຫົວມ່ວ​ນຊື່ນ​ ສົດ​ຊື່ນແລະ​ສົມຫວັງໃນເທດສະການຄຣິສມັສດ້ວຍເທີ້ນ.
Merry Christmas to you all.​

XS
SM
MD
LG