ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ວັນຄຣິສມັສ ຖືກກຳນົດ ເປັນພິທີ ສົ່ງສະການ ໃຫ້ເດັກຍິງ ຊາວກົວເຕມາລາ


ພວກໝາກປຸມເປົ້າ ທີ່ແຂວນຢູ່ເທິງຫີບສົບຂອງນາງ ແຈັກເກີລິນ ຄາລ ມາກວິນ ອາຍຸ 7 ປີ ໃນລະຫວ່າງ ພິທີສົ່ງສະການ ຢູ່ໃນບ້ານເກີດຂອງພໍ່ປູ່ແມ່ຍ່າຂອງລາວ ໃນເມືອງແຊນ ແອນໂຕນີໂອ ເຊຄອຣເຕັສ ຂອງກົວເຕມາລາ, ວັນຈັນ ທີ 24 ທັນວາ 2018.
ພວກໝາກປຸມເປົ້າ ທີ່ແຂວນຢູ່ເທິງຫີບສົບຂອງນາງ ແຈັກເກີລິນ ຄາລ ມາກວິນ ອາຍຸ 7 ປີ ໃນລະຫວ່າງ ພິທີສົ່ງສະການ ຢູ່ໃນບ້ານເກີດຂອງພໍ່ປູ່ແມ່ຍ່າຂອງລາວ ໃນເມືອງແຊນ ແອນໂຕນີໂອ ເຊຄອຣເຕັສ ຂອງກົວເຕມາລາ, ວັນຈັນ ທີ 24 ທັນວາ 2018.

ວັນຄຣິສມັສ ປີ 2018 ຈະເປັນວັນຂອງຄວາມໂສກເສົ້າ ຢູ່ຄຸ້ມບ້ານນ້ອຍໆ
ໃນເມືອງ ແຊນ ແອນໂຕນີໂອ ເຊຄອຣເຕັສ ຂອງກົວເຕມາລາ.

ມັນເປັນວັນເວລາ ທີ່ຄອບຄົວ ຂອງນາງ ແຈັກ​ເກີ​ລິນ ຄາ​ລ ອາ​ຍຸ 7 ປີ ຈະ
ຈັດພິທີສົ່ງສະການໃຫ້ແກ່ນາງ.

ນາງ ແຈັກ​ເກີ​ລິນ ໄດ້ເສຍຊີວິດ ເມື່ອຕົ້ນເດືອນນີ້ ໃນຂະນະທີ່ ຢູ່ໃນການ
ຄວບຄຸມເບິ່ງແຍງ ໂດຍ ກົມພາສີ ແລະລາດຕະເວນຊາຍແດນ ຂອງ
ສະຫະລັດ ຫຼັງຈາກທີ່ນາງ ໄດ້ຂ້າມເຂົ້າມາໃນສະຫະລັດ ພ້ອມກັບພໍ່ຂອງ
ນາງ ຄືທ້າວ ເນຣີ. ພວກເຂົາທັງສອງ ເປັນພາກສ່ວນນຶ່ງ ຂອງຂະບວນ
ຄາຣາວານ ຂອງອົບພະຍົບຈາກອາເມຣິກາກາງ.

ຫີບສົບສີຂາວຂະໜາດນ້ອຍໆຂອງນາງ ແຈັກ​ເກີ​ລິນ ໄດ້ເດີນທາງໄປຮອດ
ສະໜາມບິນ ໃນນະ​ຄອນກົວເຕມາລາ​ຊີ​ຕີ້ ເມື່ອວັນອາທິດມື້ກ່ອນ ແລະ
ໄດ້ຖືກນຳສົ່ງຕໍ່ໄປຄຸ້ມບ້ານຂອງນາງ ຜ່ານທາງດິນແດງທີ່ທຸລະກັນດານ
ໄລຍະ 354 ກິໂລແມັດ.

ລວມຢູ່ພາຍໃນພວກໝາກປຸມເປົ້າ ແລະດອກໄມ້ ທີ່ອ້ອມລ້ອມຫີບສົບ
ນັ້ນ ກໍຍັງມີຂໍ້ຄວາມສະບັບນຶ່ງ ທີ່ຂຽນດ້ວຍມື ໂດຍ ປະທານາທິບໍດີ ຂອງ
ກົວເຕມາລາ ທ່ານ ຈິມມີ ໂມຣາເລັສ ທີ່ກ່າວວ່າ “ພວກເຮົາຂໍວຽກເຮັດ
ງານທຳ ໄຟຟ້າ ນ້ຳດື່ມ ຫົນທາງຈາກເຈົ້າ.....ເພື່ອວ່າ ພວກເຮົາຈະບໍ່ຕ້ອງ
ອົບພະຍົບ.”

ທ້າວ ເນຣີ ຄາລ ໄດ້ເຂົ້າໄປໃນສະຫະລັດ ໃນຄວາມຫວັງ ເພື່ອຈະຊອກຫາ
ວຽກເຮັດ ເຊິ່ງມັນບໍ່ມີເລີຍ ຢູ່​ໃນ​ເຂດຂອງປະເທດກົວເຕມາລາ.

ມັນຍັງບໍ່ທັນຈະແຈ້ງເທື່ອວ່າ ນາງ ແຈັກເກີລິນ ລົ້ມປ່ວຍ ຈັ່ງໃດແທ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG