ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Merry Christmas to All VOA Listeners!


ຊ້າງຮ່ວມສະຫລອງຄຣິສຕ໌ມາສ ທີ່ຈັງຫວັດອະຢຸດທະຍາ ປະເທດໄທ, ວັນທີ 25 ທັນວາ 2010 (AFP Image)
ຊ້າງຮ່ວມສະຫລອງຄຣິສຕ໌ມາສ ທີ່ຈັງຫວັດອະຢຸດທະຍາ ປະເທດໄທ, ວັນທີ 25 ທັນວາ 2010 (AFP Image)

ເນື່ອງຈາກມື້ນີ້ ເປັນວັນຄຣິສຕ໌ມາສ ທາງວີໂອເອຈຶ່ງຂໍສະເໜີລາຍງາານສັ້ນໆ ກ່ຽວກັບການ ສະຫລອງບຸນນີ້ຢູ່ໃນສະຫະລັດ ແລະພ້ອມກັນນີ້ ກໍຂໍອວຍພອນໃຫ້ທຸກໆ ທ່ານຈົ່ງມີແຕ່ ຄວາມສຸກມ່ວນຊື່ນ ໃນວັນຄຣິສຕ໌ມາສນີ້.

ໃນ​ວັນ​ຄືນ​ນີ້ ທີ່​ກົງ​ກັບ​ວັນ​ຄຣິສມາສ​ພໍດີ ບັນຍາກາດ​ບໍ່ວ່າ​ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ​ ດີ​ຊີ ຫລື ສະຖານ​ທີ່​ໃດໆກໍ​ຕາມ ກໍ​ຈະຄຶກຄັກ​ເຕັມ​ໄປ​ດ້ວຍ​ສຽງ​ເພງທີ່​ກ່ຽວຂ້ອງ​ກັບວັນເທດ​ສະການ​ດັ່ງກ່າວ. ຜູ້​ຄົນ​ກໍ​ມີ​ແຕ່​ຮອຍ​ຍິ້ມ​ ແຕ່​ລະ​ບ້ານ ເຮືອນ ​ສະຖານ​ທີ່​ຣາດຊະການ​ ຫ້າງຮ້ານ​ຕ່າງໆ ກໍ​ປິດ​ກັນ​
ເພື່ອ​ຜູ້​ຄົນ​ຈຶ່ງ​ໄດ້​ຢູ່​ກັບ​ບ້ານ​ສະຫລອງເທດສະການ​ກັບ​ຄອບ
ຄົວ ກິນ​ເຂົ້າຮ່ວມ​ກັນ ​ໂອ້​ລົມ​ສົນທະນາ ​ພົບ​ປະສັງສັນກັນ
ເພາະ​ເປັນ​ໂອກາດ​ທີ່​ດີ ທີ່​ພີ່​ນ້ອງ​ລູກ​ຫລານ​ຈະ​ກັບ​ບ້ານ​ກັບ
ສ່ອງ​ໄປ​ຫາ​ຄອບຄົວ ມອບ​ຂອງ​ຂວັນ ​ຂອງ​ຝາກ. ສ່ວນ​ການ
ເດີນ​ສວນສະໜາມຄຣິສມາສ parade ນັ້ນກໍ​ຕ່າງ​ຈະແຍກ​ຍ້າຍ​ກັນ​ຈັດ​ຕາມ​ຫົວ​ເມືອງ​ໃຫຍ່​ໆ ໃນ​ເຂດ​ທ້ອງ​ຖິ່ນ​ຕ່າງໆຂອງໃຜ​ລາວ ​ແລະ ຄຣິສມາສ parade ທີ່​ຫຍິ່ງ​ໃຫຍ່​ ​ແລະ ຕື່ນ​ຕາ ຕື່ນ​ໃຈທີ່​ສຸດ ຄົງ​ຈະ​ບໍ່ມີ​ໃຜ​ສູ້ຂອງ​ສວນສະໜຸກ Disney Land ຫລື Disney World ​ໄດ້ ຈະ​ມີ​ການສະ​ແດງ​ແສງ​ສີ​ຕົວ​ກາ​ຕູນ ນັບ​ຕັ້ງ​ແຕ່ Mini Mickey Mouse ​ໄປ​ຈົນ​ເຖິງ Snow White, Santa Cause ​ແລະ Reindeers ທາ​ງ​ຝູງ ຕ່າງ​ກໍ່ພາກັນ​ອອກ​ມາ​ຮ້ອງ​ເພງ ​ສະ​ແດງ​ເຕັ້ນລຳ ຖ່າຍຮູບ​ກັບ​ແຂກ​ທີ່​ເຂົ້າຊົມ, ພ້ອມ​ດຽວກັນນັ້ນ ຍັງ​ໄດ້​ມີ​ດາຣານັກ​ຮ້ອງ​ຮ່ວມ​ຮ້ອງແພງ​ປະກອບສ່ວນ​ນຳ​ອີກ.

ນອກຈາກ​ຄວາມໝາຍສຳຄັນ​ອັນ​ແທ້​ຈິງ​ຂອງ​ເທດສະການຄຣິສມາສ​ທີ່​ກ່ຽວຂ້ອງ ​ກັບ​ການ​ປະ
ສູດ​ຂອງ​ເຢຊູ​ຄຣິສ ທີ່​ຊາວໂລກ​ນິຍົມ​ກັນຈັດ​ສະຫລອງ​ທົ່ວ​ໂລກ ຊຶ່ງ​ທັງ​ທີ່​ພວກ​ບໍ່ນັບຖື​ສາສະ
ໜາຄຣິສນຳ, ​ແລະຈຸດ​ທີ່​ສຳຄັນທາງ​ເສດຖະກິດ​ຂອງ​ເທດສະການ​ນີ້ ກໍ​ແມ່ນ​ວ່າ ​ໄດ້​ສົ່ງ​ເສີມ​
ຫລືກະ​ຕຸ້ນ​ໃຫ້​ພວກ​ຜູ້​ຄົນ​ອອກ​ມາ​ຈັບຈ່າ​ຍຊື້​ເຂົ້າຊື້ຂອງ ຂອງ​ຂວັນ​ ຂອງ​ຝາກ ​ຊຶ່ງພວກ​ເຮົາ
ກໍ​ຊາບ​ກັນ​ດີ​ຢູ່​ແລ້ວ​ ​ເຖິງ​ສະພາ​ວະວິ​ກິດ​ການ​ທາງ​ເສດຖະກິດ​ຂອງ​ໂລກ​ທີ່​ຕົກ​ຕ່ຳ ​ແລະ​ຢູ່​ໃນ
ສະພາ​ວະ​ຖົດ​ຖອຍນັ້ນ. ​ແຕ່​ສະ​ລັບ​ເທດສະການຄຣິສມາສປີນີ້ ພວກ​ຫ້າງ​ຮ້ານ​ຕ່າງໆເວົ້າວ່າ
ຍອດ​ຂາຍໄດ້​ກະ​ເຕື້ອງຂຶ້ນຫລາຍ​ກວ່າ​ສອງ​ປີ​ທີ່​ຜ່ານ​ມາ ​ເພາະ​ປະກົດ​ວ່າຜູ້​ຄົນ​ອອກ​ມາຊື້​ເຂົ້າ
ຊື້ຂອງ​ໃຫ້​ກັນ, ກໍ​ຖື​ວ່າ​ເປັນ​ການ​ດີ​ທັງ​ຮ້ານ​ຄ້າ​ຮ້ານ​ຂາຍ ​ແລະ ຜູ້​ຮັບ​ຂອງ​ຂວັນພາ​ໃຫ້​ມີ​ການ
ຄາດ​ຄະ​ເນວ່າ ​ເສດຖະກິດ​ຈະ​ດີ​ຂຶ້ນ​ໃນປີໜ້າ.

ຄຣິສມາສປີນີ້​ເປັນ White Christmas ​ໃນເກືອ​ບທົ່ວ​ສະ​ຫະຣັດ ​ແລະຢູ​ໂຣບ. ຫິມະທີ່​ຕົກ
ລົງມາບໍ່​ເຊົາ ສົ່ງ​ຜົນ​ກະທົບ​ການ​ເດີນທາງ​ໃນ​ທົ່ວ​ຢູ​ໂຣບ ບໍ່ວ່າ​ທາງ​ອາກາດ​ ຫລືທາງ​ຖະໜົນ
ຫົນທາງ ​ແລະ ຕົ້ນຄຣິສມາສຂ້າງ​ນອກ ​ກໍ​ຈະ​ປົກຄຸມ​ໄປ​ດ້ວຍ​ຫິມະ​ທີ່​ຂາວ​ບໍລິ​ສຸດ ​ເປັນ​ພາບ
ປະ​ທັບ​ໃຈ​ອີກ​ແບບ ​ແລະ ຫວັງ​ວ່າ​ທ່ານ​ຜູ້​ຟັງ​ຄົງ​ຈະ​ຄ້ອຍ​ຕາມ​ເຫັນ​ພາບຄຣິສມາສ​ອັນ​ງົດ​
ງາມ​ທີ່​ທາງ​ເຮົາໄດ້​ນຳ​ສະ​ເໜີ ​ແລະ ພ້ອມ​ນີ້ ຂໍ​ໃຫ້ຄຣິສມາສ​ປີນີ້ ​ເປັນ​ຄືນ​ວັນ​ທີ່​ເລີ້ມຕົ້ນ​ໃໝ່
ດ້ວຍ​ຄວາມ​ສຸກ​ໃສ ​ເບີກບານ ມີ​ສຸຂະພາບ​ແຂງ​ແຮງ ມີ​ຈິດ​ໃຈ​ງາມ ​ເພື່ອແຜ່ ແລະຢິບຍື່ນ
ແຕ່​ສິ່ງທີ່​ດີໆ ​ໃຫ້​ກັນ​ແລະ​ກັນ. Merry Christmas and Happy New Year.

ກ່ຽວຂ້ອງກັນ

XS
SM
MD
LG