ທ່ານ Terry McAuliffe ທີ່ສັງກັດພັກ Democrats ໄດ້ຊະນະ
ການເລືອກຕັ້ງຜູ້ປົກຄອງລັດ Virginia ຊຶ່ງເປັນໄຊຊະນະທີ່ມີ
ຄະແນນສຽງໃກ້ຄຽງກັນຫຼາຍ ລື່ນຜູ້ສະມັກທີ່ນິຍົມແນວທາງເດີມ
ຂອງກຸ່ມ Tea Party ທ່ານ Ken Cuccinelli.
ຈາກບັດຄະແນນທີ່ນັບໄປແລ້ວປະມານ 97 ເປີເຊັນ ໃນຕອນ
ແລງວັນອັງຄານວານນີ້ ທ່ານ McAuliffe ໄດ້ຮັບຄະແນນລື່ນ
ທ່ານ Cuccinelli ພຽງເລັກນ້ອຍ ຄື 47 ຕໍ່ 46 ເປີເຊັນ.
ອີກນຶ່ງລັດ ທີ່ມີການເລືອກຕັ້ງຜູ້ປົກຄອງລັດ ໃນວັນອັງຄານວານນີ້
ກໍຄືລັດ New Jersey ທາງ ພາກຕາເວັນອອກສຽງເໜືອຂອງສະຫະລັດ ຊຶ່ງໄດ້ເລືອກເອົາ
ຜູ້ສະມັກຈາກພັກ Republican ແລະອາດເປັນໄປໄດ້ທີ່ຈະລົງສະມັກແຂ່ງຂັນເອົາຕຳແໜ່ງ
ປະທານາທິບໍດີ ຄືທ່ານ Christ Christie ຊຶ່ງໄດ້ຊະນະຢ່າງຂາດຮອຍ ສະມາຊິກສະພາສູງ
ປະຈຳລັດ ທ່ານນາງ BarbaraBuono.
ໃນການກ່າວຄໍາປາໄສຂອງທ່ານນັ້ນ ທ່ານ Christie ກ່າວວ່າ ທ່ານແມ່ນເປັນຜູ້ທີ່ໂຊກດີ
ທີ່ສຸດໃນໂລກ.
ທ່ານ Christie ຊຶ່ງເປັນທີ່ນິຍົມຂອງປະຊາຊົນ ແລະກາຍມາເປັນບຸກຄົນທີ່ມີຊື່ສຽງໂດ່ງດັງ
ຂອງໃນປະເທດນັ້ນ ຍ້ອນລົມພາຍຸຂະໜາດແຮງ Sandy ໄດ້ສ້າງຄວາມຫາຍຍະນະຢ່າງ
ຮ້າຍແຮງ ໃຫ້ແກ່ລັດຂອງທ່ານ ໃນປີກາຍນີ້. ທ່ານໄດ້ສ້າງຄວາມເພິງພໍໃຈໃຫ້ແກ່ພວກຫົວ
ເສລີແຕ່ກັບສ້າງ ຄວາມໂກດແຄ້ນໃຫ້ແກ່ພວກນິຍົມແນວທາງເດີມນັ້ນ ເວລາທ່ານໄດ້ກາຍ
ເປັນບຸກຄົນທີ່ມີຄວາມໃກ້ຊິດສະນິດສະໜົມກັບປະທານາທິບໍດີສະຫະລັດ ທ່ານ Barack
Obama ໃນການເຮັດວຽກ ເພື່ອມ້ຽນມັດຄວາມເສຍຫາຍຈາກພາຍຸ Sandy ນັ້ນ.
ໃນຂະນະດຽວກັນ ນະຄອນນິວຢ໊ອກ ກໍມີເຈົ້າຄອງນະຄອນຜູ້ທໍາອິດທີ່ມາຈາກສັງກັດພັກ
Democrats ໃນຮອບ 20 ກວ່າປີ. ທ່ານ Bill de Blasio ທະນາຍຄວາມສາທາລະນະ
ໄດ້ຊະນະດ້ວຍຄະແນນສຽງຖ້ວມລົ້ນ ລື່ນທ່ານ Joe Lhota ຜູ້ສະມັກຂອງພັກ Republican
ຊຶ່ງເປັນອະດີດປະທານຂອງພະແນກຂົນສົ່ງນະຄອນ New York. ທ່ານ Michael
Bloomberg ເຈົ້າຄອງນະຄອນ 3 ສະໄໝ ທີ່ບໍ່ສັງກັດພັກນັ້ນ ໄດ້ຖືກຫ້າມບໍ່ໃຫ້ສະມັກ
ເຂົ້າຮັບຕຳແໜ່ງເປັນ ສະໄໝທີ 4.