ຜູ້ປົກຄອງລັດ New Jersey ທ່ານ Chris Christie ທີ່ອາດຈະ
ລົງສະໝັກແຂ່ງຂັນເອົາຕຳແໜ່ງປະທານາທິບໍດີໃນປີ 2016 ນັ້ນ
ກ່າວວ່າ ທ່ານມີຄວາມ “ອັບອາຍ” ແລະ “ຜິດຫວັງ” ໂດຍບັນດາ
ພະນັກງານ ຜູ້ທີ່ພາກັນຕັ້ງໃຈ ເຮັດໃຫ້ເກີດການຈາລະຈອນຕິດ
ຄັດຢ່າງໃຫຍ່ ໃນເດືອນກັນຍາຜ່ານມາ.
ພວກຜູ້ຊ່ວຍ ໄດ້ສັ່ງໃຫ້ປິດຫົນທາງຫຼາຍເລນ ຢູ່ຂົວ George
Washington ລະຫວ່າງ ນະຄອນ New York ແລະລັດ New
Jersey ເພື່ອເປັນການລົງໂທດ ຕໍ່ເຈົ້າຄອງກໍາແພງ ສັງກັດພັກ
ເດໂມແຄຣັດ ທີ່ບໍ່ໃຫ້ການສະໜັບສະໜູນຕໍ່ການເລືອກຕັ້ງເຂົ້າ
ຮັບຕຳແໜ່ງຕື່ມອີກ ຂອງທ່ານ Christie.
ຜູ້ປົກຄອງລັດ Christie ກ່າວໃນວັນພະຫັດວານນີ້ຢູ່ທີ່ກອງປະຊຸມຖະແຫຼງຂ່າວວ່າ ທ່ານ
ບໍ່ມີສ່ວນພົວພັນໃດໆ ໃນການເຮັດໃຫ້ການຈາລະຈອນຕິດຄັດ ແລະຕົກໃຈໃນຄວາມໂງ່
ຈ້າດັ່ງກ່າວ.
ທ່ານ ກ່າວວ່າ ມັນແມ່ນຄວາມຮັບຜິດຊອບຂອງທ່ານ ຕໍ່ສິ່ງທີ່ເກີດຂື້ນ. ທ່ານ Christie
ໄດ້ໄລ່ຮອງຫົວໜ້າທີ່ປຶກສາຂອງທ່ານ ທີ່ທ່ານກ່າວວ່າໄດ້ຕົວະທ່ານ ກ່ຽວກັບພາກສ່ວນ
ຂອງນາງ ໃນຂ່າວນອງນັນນີ້ ແລະທ່ານໄດ້ຂໍຮ້ອງໃຫ້ຜູ້ຊ່ວຍອີກຄົນນຶ່ງ ລາອອກຈາກ
ໜ້າທີ່.
ນອກນັ້ນ ທ່ານ Chritie ຍັງໄດ້ໄປຢ້ຽມຢາມ ເພື່ອຂໍຂະມາໂທດສ່ວນໂຕ ຕໍ່ເຈົ້າຄອງກໍາ
ແພງເມືອງ Fort Lee ໃນລັດ New Jersey ຊຶ່ງເມືອງຂອງທ່ານໄດ້ປະສົບກັບສະພາບ
ການຈາລະຈອນຕິດຄັດຢ່າງຮ້າຍແຮງນັ້ນ.