ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Christie ປະກາດສະມັກ ເຂົ້າແຂ່ງຂັນ ເປັນ ປ. ສຫລ ໃນປີ 2016


ຜູປົກຄອງລັດ New Jersey ທ່ານ Chris Christie ປະກາດ ເຂົ້າແຂ່ງຂັນ ປະທານາທິບໍດີ ສະຫະລັດ ປີ 2016.
ຜູປົກຄອງລັດ New Jersey ທ່ານ Chris Christie ປະກາດ ເຂົ້າແຂ່ງຂັນ ປະທານາທິບໍດີ ສະຫະລັດ ປີ 2016.

ຜູ້​ປົກຄອງ​ລັດ New Jersey ທ່ານ Chris Christie ຈະ​ເຂົ້າ
ຮ່ວມບັນດາ​ຜູ້​ສະມັກເປັນປະທານາທິບໍດີ ຂອງພັກຣີພັບບລີ
ກັນ ​ທີ່​ໜາ​ແໜ້ນ​ຢູ່​ແລ້​ວ ​ເວລາ​ທ່ານ​ປະກາດການ​ສະມັກ​ເລືອກ
​ຕັ້ງ​ເປັນ​ປະທານາທິບໍດີ ຂອງພັກ ໃນປີ 2016 ຢ່າງ​ເປັນ​ທາງ​
ການ​ໃນ​ວັນ​ອັງຄານ​ມື້​ນີ້ ​ຢູ່​ທີ່​ໂຮງຮຽນ​ມັດທະຍົມ ທີ່ທ່ານເຄີຍ
ສຶກ ສາມາກ່ອນ ຢູ່​ເມືອງ Livingston.

ທ່ານ Christie ​ໄດ້​ຖືກ​ເລື​ອກ​ເທຶ່ອທຳ​ອິດໃນ​ປີ 2009 ຢູ່​ໃນ
ລັດ ທີ່ສ່ວນ​ໃຫຍ່​ສັງກັດ​ພັກເດ​ໂມແຄຣັດ​ ​ແລະ​ທ່ານໄດ້​ຮັບ​ຊື່​
ສຽງ ຢູ່ໃນ​ທົ່ວ​ປະ​ເທດ​ຍ້ອນຄວາມ​ກົງ​ໄປ​ກົງ​ມາ​ຂອງທ່ານ ​ແລະ
​ມັກ​ຈະ​ໂຕ້​ຖຽງ​ກັບ​ປະຊາຊົນ ​ແລະ​ບັນດາ​ນັກ​ຂ່າວ​ຢູ່​ໃນກອງ​
ປະຊຸມ​ເມືອງແລະການຖະແຫຼງຂ່າວຕ່າງໆ.ທ່ານ​ໄດ້​ຖືກ​ເລືອກຕັ້ງ​ຄື​ນ​ອີກດ້ວຍຄະແນນ
ສຽງຖ້ວມ​ລົ້ນໃນ​ປີ 2013 ​ແລະ​ໄດ້​ຖືກພິຈາລະນາ​ຢ່າງ​ກວ້າງ​ຂວາງວ່າ ​ເປັນ​ຜູ້ນຳ​ໜ້າໝູ່
ຂອງບັນດາ​ຜູ້​ສະມັກເປັນ ​ປະທານາທິບໍດີຂອງພັກໃນ​ປີ 2016.

ແຕ່​ວ່າຄະແນນນິຍົມທາງ​ການ​ເມືອງ​ຂອງ​ທ່ານ Christie ​ໄດ້​ຄ່ອຍຫລຸດລົງ​ນັບ​ແຕ່​ເກີດ
ເລື້ອໃນອັນ​ທີ່ຮ້ອງວ່າ “Bridgegate” ທີ່ເປັນຂ່າວນອງນັນ ເວລາ​ຜູ້​ຊ່ວຍຂອງ​ທ່ານ
ສາມ​ຄົນ ​ໄດ້​ສັ່ງ​ໃຫ້​ປິດບາງສ່ວນຂອງ​ຂົວ ​ທີ່ມີ​ການ​ສັນຈອນໄປມາຢ່າງ​ໜາ​ແໜ້ນ​ເພື່ອ
ເປັນ​ການ​ຕອບ​ໂຕ້​ຕໍ່ ເຈົ້າຄອງກຳແພງໃນເຂດທ້ອງ​ຖິ່ນ ທີ່​ປະຕິ​ເສດ​ບໍ່ຍອມ​ໃຫ້ການສະ
ໜັບສະໜູນຕໍ່ທ່ານ Christie ໃນການເລື​ອກຕັ້ງ​ເຂົ້າຮັບຕຳແໜ່ງຕື່ມອີກນັ້ນ. ຄະແນນນິ
ຍົມ​ຂອງ​ທ່ານໄດ້​ຫລຸດລົງໃນ​ລັດ New Jersey ​ແລະ​ໂອກາດ​ທີ່ບັນດາ​ຜູ້​ໃຫ້​ເງິນສະໜັບ
ສະໜູນການ​ໂຄສະນາ​ຫາສຽງ​ລາຍໃຫຍ່ໆໄປ​ສູ່ທຳນຽບຂາວນັ້ນ ແມ່ນໄດ້ພາກັນຕື່ນຕົກ
ໃຈກ່ຽວກັບເຫດການ​ດັ່ງກ່າວນີ້.

XS
SM
MD
LG