ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

'ສະຖານສັກສິດທີ່ສຸດ' ຂອງ ສາສະໜາ ຄຣິສຕຽນ ໄດ້ຖືກປິດ ໃນການປະທ້ວງ ຕໍ່ ອິສຣາແອລ


ພາບຖ່າຍຈາກເລັນຕາປາ ສະແດງໃຫ້ເຫັນ ພວກສາວົກຂອງ
ສາສະໜາຄຣິສຕຽນ ກຳລັງໄວ້ພະພາວັນນາ ຢູ່ໃນໂບດ ສັກສິດ Sepulchre ຂະນະທີ່ແສງແດດສ່ອງຜ່ານເຂົ້າມາ ຜ່ານປ່ອງ
ຫຼັງຄາມົນ ຂອງໂບດ ໃນເມືອງເກົ່າແກ່ຂອງເຈຣູຊາເລັມ ໃນລະຫວ່າງ ພິທີຂະບວນແຮ່ ໃນວັນ Good Friday, ວັນທີ 25 ມີນາ 2016.
ພາບຖ່າຍຈາກເລັນຕາປາ ສະແດງໃຫ້ເຫັນ ພວກສາວົກຂອງ ສາສະໜາຄຣິສຕຽນ ກຳລັງໄວ້ພະພາວັນນາ ຢູ່ໃນໂບດ ສັກສິດ Sepulchre ຂະນະທີ່ແສງແດດສ່ອງຜ່ານເຂົ້າມາ ຜ່ານປ່ອງ ຫຼັງຄາມົນ ຂອງໂບດ ໃນເມືອງເກົ່າແກ່ຂອງເຈຣູຊາເລັມ ໃນລະຫວ່າງ ພິທີຂະບວນແຮ່ ໃນວັນ Good Friday, ວັນທີ 25 ມີນາ 2016.

ບັນດາຜູ້ນຳສາສະໜາຄຣິສຕຽນໃນນະຄອນ ເຈຣູຊາແລັມ ໄດ້ປິດປະຕູ
ໂບດສັກສິດ Sepulchre, ເຊິ່ງຖືວ່າເປັນໂບດທີ່ສັກສິດທີ່ສຸດ ໃນສາສະໜາ
ຄຣິສຕຽນ, ເພື່ອປະທ້ວງນະໂຍບາຍພາສີໃໝ່ຂອງ ອິສຣາແອລ ແລະ
ກົດໝາຍຊັບສິນທີ່ຖືກສະເໜີຂຶ້ນນັ້ນ.

ບັນດາຜູ້ນຳສາສະໜາຄຣິສຕຽນ ກຣີກ ອໍໂຕດັອກ, ໂຣມັນກາໂຕລິກ
ແລະອາພົສໂຕລິກ ອາເມເນຍ ໄດ້ກ່າວຫາ ອິສຣາແອລ ວ່າ ທຳການໂຈມຕີ
“ຢ່າງເປັນລະບົບ ແລະ ບໍ່ເຄີຍມີມາກ່ອນ ຕໍ່ຊາວຄຣິສຕຽນ ໃນດິນແດນ
ສັກສິດ ແຫ່ງນັ້ນ.”

ພວກເພິ່ນເວົ້າວ່າ ສະຖານທີ່ດັ່ງກ່າວ, ທີ່ໄດ້ດຶງດູດ ເອົາປະຊາຊົນຫຼາຍພັນ
ຄົນ ໄປສະຖານທີ່ໆ ຊາວຄຣິສຕຽນ ເຊື່ອວ່າ ພະເຍຊູໄດ້ຖືກແຂວນໃສ່ໄມ້
ກາງເຂນ, ຝັງ ແລະ ຕໍ່ມາໄດ້ຟື້ນຄືນຊີບນັ້ນ, ຍັງຈະຖືກປິດຈົນກວ່າຈະມີ
ການແຈ້ງໃຫ້ຊາບ ໃນຄັ້ງຕໍ່ໄປ.

ຊາວ ຄຣິສຕຽນ ພາກັນບໍ່ພໍໃຈທີ່ວ່າ ເທດສະບານນະຄອນ ເຈຣູຊາແລັມ
ໄດ້ມີແຜນ ທີ່ຈະເກັບພາສີໃນຊັບສິນຫຼາຍຢ່າງ ຂອງເຂົາເຈົ້າ ຢູ່ອ້ອມ
ເມືອງນັ້ນ.

ເຈົ້າຄອງນະຄອນ ເຈຣູຊາແລັມ ທ່ານ Nir Barkat ໄດ້ກ່າວວ່າ ທາງເມືອງ
ໄດ້ເປັນໜີ້ 186 ລ້ານໂດລາ ໃນການບໍ່ໄດ້ຊຳລະພາສີຊັບສິນຂອງໂບດ.
ທ່ານກ່າວວ່າ ໂບດທຸກແຫ່ງໄດ້ຖືກຍົກເວັ້ນ ຈາກການປ່ຽນແປງພາສີ,
ແລະ ນັ້ນກໍຈະມີພຽງແຕ່ “ໂຮງແຮມ, ຫໍປະຊຸມ ແລະ ທຸລະກິດຕ່າງໆ”
ທີ່ໂບດເປັນເຈົ້າຂອງຈຶ່ງຈະໄດ້ຮັບຜົນກະທົບ.

ການປະທ້ວງຍັງໄດ້ເພັ່ງເລັງໃສ່ກົດໝາຍ ທີ່ຈະອະນຸຍາດໃຫ້ລັດຖະບານ
ຍຶດຄືນ ທີ່ດິນໃນນະຄອນ ເຈຣູຊາແລັມທີ່ໂບດຂາຍໃຫ້ບໍລິສັດອະສັງຫາ
ລິມະຊັບໃນບໍ່ເທົ່າໃດປີທີ່ຜ່ານມາ. ບັນດາສະມາຊິກສະພາ ອິສຣາແອລ
ກ່າວວ່າ ກົດໝາຍທີ່ວ່ານັ້ນ ມີເຈຕະນາທີ່ຈະປົກປ້ອງເຈົ້າຂອງບ້ານ ຕໍ່
ຄວາມເປັນໄປໄດ້ທີ່ວ່າ ບໍລິສັດເອກະຊົນ ຈະບໍ່ຂະຫຍາຍການເຊົ່າທີ່ດິນ
ຂອງເຂົາເຈົ້າ ເຊິ່ງມີຕຶກອາພາດເມັ້ນ ແລະ ເຮືອນຕັ້ງຢູ່.

ໂບດຫຼາຍໆແຫ່ງ, ເຊິ່ງແມ່ນເຈົ້າຂອງທີ່ດິນທີ່ສຳຄັນໃນເມືອງສັກສິດນັ້ນ
ກ່າວວ່າ ເຂົາເຈົ້າໄດ້ລ່ວງລະເມີດສະພາບການ ທີ່ມີມາດົນນານ ແລະ ວ່າ
ມັນຈະເຮັດໃຫ້ເຂົາເຈົ້າຊອກຫາຜູ້ຊື້ດິນທີ່ໂບດເປັນເຈົ້າຂອງນັ້ນຍາກຂຶ້ນ
ເຊິ່ງມັນຈະຊ່ວຍໃນຄ່າການປະຕິບັດງານຂອງສະຖາບັນດ້ານສາສະໜາ
ຂອງເຂົາເຈົ້າ.

Jerusalem Church
please wait
Embed

No media source currently available

0:00 0:02:01 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG