ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດາຜູ້ນັບຖື ສາສະໜາ ຄຣິສຕຽນ ສະເຫຼີມສະຫຼອງວັນ Palm Sunday


ພະສັນຕະປາປາ Francis ປະຕິບັດພິທີ Palm Sunday ໃນຈະຕຸລັດ St. Peter ຢູ່ນະຄອນ ວາຕິກັງ. 9 ເມສາ, 2017.
ພະສັນຕະປາປາ Francis ປະຕິບັດພິທີ Palm Sunday ໃນຈະຕຸລັດ St. Peter ຢູ່ນະຄອນ ວາຕິກັງ. 9 ເມສາ, 2017.

ບັນດາສາສະນິກະຊົນໃນໂບດ Holy Sepulcher ຂອງນະຄອນ Jerusalem ໄດ້ສະ
ເຫຼີມສະຫຼອງວັນ Palm Sunday ດ້ວຍການແກວ່ງໃບຕານໄປມາ ໃນຂະບວນແຫ່ຢູ່ໃກ້
ກັບສຸສານຂອງພະເຍຊູທີ່ຫາກໍຖືກບູລະນາໃໝ່.

ໂບດທີ່ຢູ່ໃນເມືອງເກົ່າຂອງນະຄອນ Jerusalem ນັ້ນແມ່ນເຊື່ອກັນວ່າ ເປັນສະຖານທີ່
ຝັງສົບຂອງພະເຍຊູ.

ວັນ Palm Sunday ແມ່ນວັນສະເຫຼີມສະຫຼອງໄຊຊະນະຂອງການເຂົ້າໄປໃນນະຄອນ Jerusalem ຂອງພະເຍຊູ ຫຼາຍກວ່າ 2000 ປີຜ່ານມາແລ້ວ ແລະ ເປັນການເລີ່ມຕົ້ນ
ຂອງສັບປະດາເທດສະການ Easter ຂອງຊາວ ຄຣິສຕຽນ.

ພະສັນຕະປາປາ Francis ຜູ້ນຳຂອງສາສະໜາໂຣມັນ ກາໂຕລິກ ຂອງໂລກກຳລັງສະ
ເຫຼີມສະຫຼອງພິທີ Palm Sunday ຢູ່ນະຄອນ ວາຕິກັງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG