ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອອສເຕຣເລຍ ເອົາວີດີໂອ ສົ່ງອົບພະຍົບ ກັບຄືນປະເທດ ອອກເຜີຍແຜ່ທາງ Youtube


ມາເລເຊຍແລະອອສເຕຣເລຍເຊັນເອກກະສານແລກປຽນອົບພະຍົບກັນ, ທກົວລາ ລຳເປີ, ວັນທີ 25 ກໍລະກົດ 2011.
ມາເລເຊຍແລະອອສເຕຣເລຍເຊັນເອກກະສານແລກປຽນອົບພະຍົບກັນ, ທກົວລາ ລຳເປີ, ວັນທີ 25 ກໍລະກົດ 2011.

ລັດຖະບານ​ຂອງອອສ​ເຕຣ​ເລຍ ກ່າວ​ວ່າ​ຕົນຈະ​ທໍາ​ການຖ່າ​ຍທໍາວິ​ດີ​ໂອ​ກ່ຽວ​ກັບພວກລັກ
ລອບເຂົ້າເມືອງຊາວມາ​ເລ​ເຊຍທີ່ຂໍລີ້​ໄພ​ຢູ່​ໃນອອສ​ເຕຣ​ເລຍ ທີ່​ກໍາລັງ​ຖືກ​ສົ່ງ​ກັບ​ຄື​ນ​ເມືອ​
ມາ​ເລ​ເຊຍ​ນັ້ນ ລົງ​ໃນອິນ​ເຕີ​ເນ໊ຕ ເພື່ອພະຍາຍາມ​ຂັດຂວາງ​ພວກ​ທີ່​ຈະ​ພະຍາຍາມ​ລັກລອບ​
ເຂົ້າ​ມາ​ຂໍ​ລີ້​ໄພ​ໃນ​ອານາ​ຄົດ​ອີກນັ້ນ.

ກົມ​ກວດ​ຄົນ​ເຂົ້າ​ເມືອງ​ຂອງອອສ​ເຕຣ​ເລຍຈະ​ທໍາ​ການຖ່າຍ​ຮູບວິດີ​ໂອຂອງ​ຊາວ​ອົບ​ພະຍົບ
ມາ​ເລ​ເຊຍ​ທາງເຮືອ ຈໍານວນ 54 ຄົນ​ ​ທີ່​ຈະ​ຂຶ້ນ​ເຮືອບິນ​ຈາກອອສ​ເຕຣ​ເລຍ ​ໄປ​ຍັງມາ​ເລ​ເຊຍ
ຈາກ​ສູນ​ກັກ​ຂັງ​ຊົ່ວຄາວ​ທີ່​ເກາະຄຣີສມາສ​ ທີ່ຢູ່​ຫ່າງ​ໄກ​ຊອກ​ຫຼີກ​ນັ້ນ ​ແລະ​ວ່າວິ​ດີ​ໂອ​ດັ່ງກ່າວ
ຈະ​ໄດ້ຖືກນໍາໄປເຜີຍແຜ່ລົງ​ໃນໜ້າຂ່າວສັງຄົມທາງອິນເຕີເນ໊ຕ ເຊັ່ນ Youtube ແລະ Facebook.

ຊາວເຮືອມາ​ເລ​ເຊຍດັ່ງກ່າວແມ່ນຈຸ​ທໍາ​ອິດ​ໃນຈໍານວນ 800 ຄົນຂອງພວກ ທີ່ບໍ່ມີເອກກະ
ສານທີ່ຖືກຕ້ອງ ທີ່ຂໍລີ້ໄພຢູ່​ໃນອອສ​ເຕຣ​ເລຍ ທີ່​ຖືກສົ່ງກັບຄືນມາເລເຊຍ ພາຍ​ໃຕ້​ຂໍ້ຕົກລົງ
ທີ່ກໍານົດໃຫ້ອອສ​ເຕຣ​ເລຍຮັບເອົາຊາວອົບພະຍົບ ຈໍານວນ 4,000 ຄົນ ທີ່ຜ່ານ​ຂັ້ນຕອນ
ການກວດສອບ​ແລະຄັດ​ເລືອກໃນມາເລເຊຍ ຮຽບຮ້ອຍແລ້ວນັ້ນ.

ລັດຖະມົນຕີກະຊວງກວດຄົນເຂົ້າເມືອງ ທ່ານ Chris Bowen ກ່າວວ່າ​ ວິດີໂອດັ່ງກ່າວນີ້
ຈະໄດ້ສະແດງ​ໃຫ້ພວກນາຍໜ້າວ່າຈ້າງ​ລັກລອບຂົນສົ່ງຄົນ​ແລະພວກທີ່ລັກລອບເຂົ້າເມືອງ ​
ເຫັນ​ວ່າ​ແມ່ນ​ຫຍັງ​ລໍຖ້າພວກເຂົາ​ເຈົ້າ​ຢູ່​ຂ້າງ​ໜ້າ ຖ້າ​ຫາກ​ພວກ​ເຂົາ​ເຈົ້າພະຍາຍາມ​ຈະ​ເດີນທາງ​
ທາງ​ເຮືອ​ທີ່​ອັນ​ຕະລາຍ ​ເພື່ອ​ລັກລອບເຂົ້າສູ່ອອສ​ເຕຣ​ເລຍນັ້ນ.

XS
SM
MD
LG