ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໓໑ ມີນາ ໒໐໒໓

ຜູ້ນຳຂອງ ສປປ ລາວ ພົບປະສອງຝ່າຍ ກັບ ປ. ໂອບາມາ ລະຫວ່າງ ກອງປະຊຸມສຸດຍອດ


ባርባራ ቡሽ፡ በዓልቲ ቤት ፕረዚደንት ኣሜሪካ ነበር ጆርጅ ቡሽ ዓሪፈን

ພະນະ​ທ່ານ ຈູມມາລີ ​ໄຊ​ຍະ​ສອນ ປະ​ທານ​ປະ​ເທດ ​ສປປ ລາວ
​ໄດ້​ເສັດ​ສິ້ນການ​ເປັນ​ປະ​ທານຮ່ວມ​ກອງ​ປະຊຸມ​ສຸດ​ຍອດອາ​ຊຽນ
ສະຫະລັດສະ ​ໄໝ​ພິ​ເສດ ທີ່ຊັນ​ນີ​ແລນ ລັດ​ຄາ​ລີ​ຟໍ​ເນຍ​.

​ຖະ​ແຫຼງຂ່າວ​ຂອງ ສປປ ລາວ​ກ່າວ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ດັ່ງ
ກ່າວນີ້ຈັດ​ຂື້ນ​ແຕ່​ວັນ​ທີ 15 ຫາ 16 ກຸມພາພາຍ​ໃຕ້​ການເປັນ​ປະ
ທານຮ່ວມ​ຂອງພະນະທ່ານປະທານປະ​ເທດ ຈູມ​ມະ​ລີ ​ໄຊ​ຍະ​ສອນ ​ໃນ​ຖານະ​ທີ່ ສປປ ລາ​ວ
​ເປັນ​ປະທານ​ອາ​ຊຽນ ​ແລະ ພະນະທ່ານ​ປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ​ແຫ່ງສະຫະລັດ
ອາ​ເມຣິກາ.

​ຖະ​ແຫຼງຂ່າວ​ກ່າວ​ຕໍ່​ໄປ​ວ່າ ກອງ​ປະຊຸມ​ສຸດ​ຍອດ ​ໄດ້​ປືກສາ​ຫາລືກ່ຽວ​ກັບ​ຫຼາຍ​ບັນຫາ​ສຳ​
ຄັນ ​ໂດຍ​ສະ​ເພາະ​ແມ່ນ​ການ​ຮ່ວ​ມມື​ດ້ານ​ເສດຖະກິດ ການ​ຄ້າ-ການ​ລົງທຶນ ການ​ພັດທະ
ນາ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ ​ແລະຂະໜາດກາງການ​ສົ່ງ​ເສີມ​ດ້ານ​ນະ​ວັດຕະ​ກຳ ແລະ
​ການ​ເປັນ​ຜູ້​ປະກອບ​ການ ລະຫວ່າງອາ​ຊຽນແລະ ສະຫະລັດ ​ແນ​ໃສ່​ເພື່ອ​ຊຸ​ກຍູ້​ການ ຮ່ວມ​
ມື​ດ້ານ​ເສດຖະກິດລະຫວ່າງ​ສອງ​ພາກ​ພື້ນ​ໃຫ້ຫຼາຍຂື້ນ​ແລະ​ສົ່ງ​ເສີມ​ປະຊາຄົມ​ເສດຖະກິດ​
ອາ​ຊຽນ ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ພ້ອມ​ທັງ​ປະກອບສ່ວນ​ຊຸ​ກ ຍູ້​ໃຫ້​ມ່ີການ​ເຕີບ​ໂຕ​ທາງ​ເສດ
ຖະກິດແລະ​ການ​ພັດທະນາ​ໃນ​ພາກ​ພື້ນກໍຄື​ໃນ​ໂລກ. ນອກ​ນັ້ນ ບັນດາ​ຜູ້ນຳ​ອາ​ຊຽນ ​ແລະ
ສະຫະ ລັດ ຍັງ​ໄດ້​ແລກປ່ຽນ​ຄຳ​ຄິດ​ເຫັນ​ກ່ຽວ​ກັບ​ບັນຫາ​ພາກ​ພື້ນ​ແລະສາກົນທີ່​ພົ້ນ​ເດັ່ນ
​ແລະມີ​ຄວາມ​ສົນ​ໃຈ​ຮ່ວມ​ກັນ. ​ໃນ​ໂອກາດ​ນີ້ ບັນດາ​ຜູ້ນຳ​ອາ​ຊຽນ​ແລະສະຫະລັດ​ໄດ້ຮັບ
ຮອງ​ເອົາ “ຖະ​ແຫລ​ງການ ຮ່ວມ ຂອງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ-ສະຫະລັດ ສ​ະ​ໄໝ​ພິ
​ເສດ ຄືຖະ​ແຫລ​ງ ການຊັນ​ນີແລນ” ​ເພື່ອ​ສືບ​ຕໍ່​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງອາ
​ຊຽນກັບ ສະຫະລັດ ທີ່​ຫາ​ກໍ່​ໄດ້​ຮັບ​ການ​ຍົກ​ລະດັບ​ຂື້ນ​ເປັນຄູ່​ຮ່ວມ​ຍຸດ​ທະ​ສາດ ​ໃນ​ເດືອນ
​ພະຈິກ 2015 ຜ່ານ​ມານີ້ ຢູ່ທີ່ກົວລາ​ລຳເປີ.

​ຖະ​ແຫຼງການ​ແຈ້ງວ່າ ໃນ​ໄລຍະເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍ​ອດຄັ້ງ​ນີ້ ພະນະ​ທ່ານຈູມ​ມາລີ
ຍັງ​ໄດ້​ພົບ​ປະ​ສອງ​ຝ່າຍ ກັບປະທານາທິບໍດີ ບາຣັກ ​ໂອ​ບາ​ມາ ຢ່າງ​ບໍ່​ເປັນ​ທາງ​ການ ​ໂດຍ​
ໄດ້​ປຶ​ກສາ​ຫາລື​ ກ່ຽວ​ກັບ​ການ​ເສີມ​ຂະຫຍາຍ​ການ​ຮ່ວມ​ມື​ສອງ​ຝ່າຍ ລາວ-ສະຫະລັດ. ​ໃນ
ໂອກາດ​ນີ້ພະນະທ່ານ​ປະທານາທິບໍດີບາຣັກ ​ໂອ​ບາ​ມາ​ໄດ້​ສ​ະ​ແດງ​ຄວາມ​ຍິນ​ດີ​ທີ່​ຈະເຂົ້າ
ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ-ສະຫະລັດ​ແລະ​ກອງ​ປະຊຸມ​ສຸດ​ຍອດເອ​ເຊຍ​ຕາ​ເວັນ​
ອອກ ທີ່​ຈະ​ຈັດ​ຂື້ນ​ໃນ​ເດືອນ​ກັນຍາ 2016 ທີ່ ສປປ ລາວ.

ນອກ​ນັ້ນ ພະນະທ່ານ​ປະ​ທານ​ປ​ະ​ເທດ ຈູມ​ມາລີ ຍັງ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ພະນະທ່ານ
​ໂຈ​ໂກ ວີ​ໂດ​ໂດ ປະທານາທິບໍດີອິນ​ໂດ​ເນ​ເຊຍ​ເພື່ອ​ປືກສາ​ຫາລື ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ
​ຝ່າຍ ລາວ-ອິນ​ໂດ​ເນ​ເຊຍ ກໍ​ຄື​ການ​ພົວພັນ​ຮ່ວມ​ມືໃນ​ຂອບອາ​ຊຽນ​ໃຫ້​ນັບ​ມື້​ນັບ​ຂະຫຍາຍ ​
ຕົວ​ສູງ​ຂື້ນ​ເລື້ອຍໆ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG