ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ກໍລະນີ​ການ​ລະ​ບາດ​ ຂອງອະຫິວາ ເພີ້ມຂຶ້ນຢູ່ໃນທົ່ວໂລກ


ບັນດາພະນັກງານການແພດ ກຳລັງປິ່ນປົວຄົນປ່ວຍໄຂ້ວຫວັດໃຫຍ່ ຢູ່ໂຮງໝໍ Bwaila ພາກກາງຂອງປະເທດມາລາວິ
ວັນທີ 11 ມັງກອນ 2023
ບັນດາພະນັກງານການແພດ ກຳລັງປິ່ນປົວຄົນປ່ວຍໄຂ້ວຫວັດໃຫຍ່ ຢູ່ໂຮງໝໍ Bwaila ພາກກາງຂອງປະເທດມາລາວິ ວັນທີ 11 ມັງກອນ 2023

ອົງການອານະໄມໂລກ (WHO) ກ່າວວ່າ ມີຈຳນວນການ​ຕິດອະ​ຫິວາເພີ້ມຂຶ້ນຢູ່ໃນທົ່ວໂລກ.

ໂຕ​ເລກກໍລະນີການ​ຕິດ​ໃນ​ປີກາຍນີ້ ມີລາຍງານວ່າ ໄດ້ເພີ້ມ​ຂຶ້ນກວ່າສອງເທົ່າຂອງການລາຍງານໃນປີ 2021 ອົງການສະຫະປະຊາຊາດໄດ້ກ່າວ.

ຈຳນວນຂອງບັນດາປະເທດທີ່ລາຍງານການ​ຕິດ​ອະ​ຫິວາໄດ້ພີ້ມຂຶ້ນໃນປີ 2022 ​ຈາກ 25 ເປີເຊັນ ໃນ 35 ປະເທດ ໃນປີ 2021 ມາ​ເປັນ 44 ປະເທດ ​ໃນປີກາຍນີ້.

ອະຫິວາ ສາມາດເປັນພະຍາດຂົ່ມຂູ່ຕໍ່ຊີວິດ ອີງຕາມສູນກາງປ້ອງກັນແລະຄວບຄຸມມພະຍາດສະຫະລັດ ທີ່ສາມາດແຜ່ລາມຜ່ານອາຫານທີ່ບໍ່ປອດໄພ ຫລືນໍ້າ. ເຊື້ອອະ​ຫິວາສາມາດແຜ່ລາມ ຈາກຄົນຜູ້ນຶ່ງ ໄປຫານໍ້າດື່ມ ຫລືໄປຫານໍ້າທີ່ໃຊ້ສຳ​ລັບ​ການປູກຝັງອາຫານ ຫລືກະກຽມ​ປຸງແຕ່ງອາຫານ. ອະຫິວາຍັງສາ ມາດແຜ່ລາມເວລາອາຈົມມະນຸດທີ່ີມີເຊື້ອອະ​ຫິວາເຂົ້າໄປ​ສູ່ນໍ້າໃຊ້.

ພື້ນຖານການປິ່ນປົວອະ​ຫິວາແມ່ນການສັກຢາສອງເຂັມ ແຕ່ເລີ້ມໃນເດືອນຕຸລາ 2022 ກຸ່ມປະສານງານສາກົນ ທີ່ບໍລິຫານ​ດ້ານວັກຊີນສຸກເສີນ ໄດ້ປ່ຽນມາເປັນວັກຊິນດຽວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG