ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ເປີດຂາຍຮ້ານ ແລະ ພື້ນທີ່ ຈຳໜ່າຍສິນຄ້າ ພາຍໃນ ສູນການຄ້າວຽງຈັນ ຫຼື New World Plaza ແລ້ວ


ຮູບຈຳລອງ ຂອງສູນການຄ້າວຽງຈັນ ຫຼື New World Plaza ທີ່ກຸ່ມບໍລິສັດ CAMCE Investment ຈຳກັດຈາກປະເທດຈີນ ເປັນຜູ້ລົງທຶນ ກໍ່ສ້າງ.
ຮູບຈຳລອງ ຂອງສູນການຄ້າວຽງຈັນ ຫຼື New World Plaza ທີ່ກຸ່ມບໍລິສັດ CAMCE Investment ຈຳກັດຈາກປະເທດຈີນ ເປັນຜູ້ລົງທຶນ ກໍ່ສ້າງ.

ກຸ່ມບໍລິສັດລົງທຶນຈີນ ເປີດຂາຍຮ້ານ ແລະ ພື້ນທີ່ຈຳໜ່າຍສິນຄ້າ
ພາຍໃນສູນການຄ້າ ວຽງຈັນ ຫຼື New World Plaza ດ້ວຍເປົ້າ
ໝາຍ ທີ່ຈະພັດທະນາໃຫ້ເປັນສູນລວມ ຂອງສິນຄ້າຊັ້ນນຳ ແລະ
ສູນບັນເທີງຄົບວົງຈອນ.


ກຸ່ມບໍລິສັດ CAMCE Investment ຈຳກັດຈາກປະເທດຈີນ ຊຶ່ງເປັນຜູ້ລົງທຶນ ພັດທະນາ
ໃນໂຄງການ Vientiane New World Plaza ຢູ່ແຄມນ້ຳຂອງໃກ້ກັບສວນເຈົ້າອະນຸວົງ
ໃນນະຄອນຫລວງ ວຽງຈັນ ໄດ້ເປີດຂາຍພື້ນທີ່ ເທິງອາຄາຊັບພະສິນຄ້າສູງ 5 ຊັ້ນ ແລະ
ຖະໜົນຄົນຍ່າງພາຍໃນໂຄງການ ໃນຕົ້ນເດືອນພະຈິກນີ້ ດ້ວຍອັດຕາ ລາຄາ ເລີ້ມຕົ້ນທີ່
20 ລ້ານກີບຕໍ່ 1 ຕາແມັດ.

ໂດຍສູນການຄ້າດັ່ງກ່າວນີ້ ຈະຖືເປັນແຫ່ງທຳອິດໃນນະຄອນຫລວງ ວຽງຈັນ ທີ່ມີການ
ຈຳໜ່າຍສິນຄ້າ ທັງເຄື່ອງອຸປະໂພກບໍລິໂພກ ເຄື່ອງໃຊ້ໄຟຟ້າ ເຄື່ອງໃຊ້ສອຍໃນຄົວເຮືອນ
ແລະ ສິ່ງອຳນວຍ ຄວາມສະດວກຕ່າງໆ ຢ່າງຄົບຊຸດ ທັງຍັງເປັນ ສິນຄ້າ ທີ່ມີຊື້ສຽງລະດັບ
ໂລກ ທີ່ຈະນຳເຂົ້າມາຈຳໜ່າຍ ໂດຍທີ່ຄົນລາວ ບໍ່ຈຳເປັນ ທີ່ຕ້ອງເດີນທາງ ໄປຊື້ໃນໄທ ຫຼື
ຕ່າງປະເທດອີກດ້ວຍ.

ນອກຈາກສູນຈຳໜ່າຍຊັບພະສິນຄ້າ ດັ່ງກ່າວແລ້ວ ພາຍໃນໂຄງການຍັງ ຈະປະກອບ
ດ້ວຍ ຮ້ານຄ້າອີກ 100 ຮ້ານທີ່ວາງຈຳໜ່າຍສິນຄ້າ ຮ້ານອາຫານ ແລະ ບໍລິການຕ່າງໆ
ຢູ່ເຂດຖະໜົນຄົນຍ່າງ ທີ່ຕັ້ງຢູ່ເຂດ ໃຈກາງຂອງໂຄງການ ທີ່ມີພື້ນທີ່ ຈອດລົດຍົນ ໄດ້
1,500 ຄັນ.

ສ່ວນຢູ່ຊັ້ນ 1 ພາຍໃນອາຄານຊັບພະສິນຄ້ານັ້ນ ກໍຈະເປັນ Super Market ທີ່ຈຳໜ່າຍ
ທັງອາຫານສົດ ອາຫານແຫ້ງ ແລະ ເຄື່ອງອຸປະໂພກ ບໍລິໂພກ ຫຼື ເຄື່ອງໃຊ້ສອຍ ພາຍໃນ
ຄົວເຮືອນ ສຳຫລັບຊັ້ນ 2 ກໍເປັນສູນລວມ Fashion ແລະ ເຄື່ອງສຳອາງ ຍີ່ຫໍ້ຊັ້ນນຳຂອງ
ໂລກ ແລະ ຊັ້ນ 3 ກໍຈະເປັນສູນລວມ ເຄື່ອງໃຊ້ໄຟຟ້າສະໄໝໃໝ່ ທຸກຊະນິດ ສ່ວນຊັ້ນ 4
ແລະ 5 ນັ້ນ ຈະເປັນສູນລວມ ຄວາມບັນເທີງຄົບວົງຈອນ.

ໂຄງການພັດທະນາ ເຂດເສດຖະກິດ ສະເພາະ ທີ່ບຶງທາດຫລວງ ທີ່ເປັນການລົງທຶນ ຂອງກຸ່ມທຸລະກິດຈີນ ອີກໂຄງການນຶ່ງ.
ໂຄງການພັດທະນາ ເຂດເສດຖະກິດ ສະເພາະ ທີ່ບຶງທາດຫລວງ ທີ່ເປັນການລົງທຶນ ຂອງກຸ່ມທຸລະກິດຈີນ ອີກໂຄງການນຶ່ງ.

ສູນການຄ້າ Vientiane New World Plaza ຖືເປັນ 1 ໃນ 25
ໂຄງການພັດທະນາອະສັງຫາລິມະຊັບ ທີ່ພະແນກແຜນການ ແລະ
ການລົງທຶນນະຄອນວຽງຈັນ ໄດ້ອະນຸຍາດສຳປະທານທີ່ດິນໃຫ້
ແກ່ ບໍລະສັດເອກະຊົນລາວ ແລະ ຕ່າງຊາດ ທີ່ມີມູນຄ່າການລົງ
ທຶນຮ່ວມກັນເຖິງ 13,280 ຕື້ກີບ ຫຼື ປະມານ 1,660 ລ້ານດອນລາ.

ທັງນີ້ ໂດຍຍັງບໍ່ໄດ້ລວມເຖິງ ໂຄງການພັດທະນາ ເຂດເສດຖະກິດ
ສະເພາະ ທີ່ບຶງທາດຫລວງ ທີ່ເປັນການລົງທຶນ ຂອງກຸ່ມທຸລະກິດ
ຈີນ ທີ່ມີມູນຄ່າການລົງທຶນເຖິງ 1,600 ລ້ານດອນລາ ແຕ່ຢ່າງໃດ
ໂດຍໂຄງການດັ່ງກ່າວ ມີພື້ນທີ່ ສຳປະທານ 365 ເຮັກຕາ ຊຶ່ງເຮັດ
ໃຫ້ຕ້ອງເວນຄືນທີ່ດິນ ຂອງປະຊາຊົນລາວຈຳນວນ 480 ຕອນ
ໂດຍໃນລະຍະທີ່ຜ່ານມາ ກຸ່ມບໍລິສັດຈາກຈີນ ກໍສາມາດຕົກລົງ ແລະ ຈ່າຍຄ່າຊົດເຊີຍ
ທີ່ດິນ ໃຫ້ປະຊາຊົນລາວໄປແລ້ວ 361 ຕອນ ຄິດເປັນຄ່າ ຊົດເຊີຍກວ່າ 8 ລ້ານດອນລາ ຈຶ່ງຍັງເຫລືອອີກ 119 ຕອນ ທີ່ຍັງ ຕົກລົງກັນບໍ່ໄດ້ ເນື່ອງຈາກປະຊາຊົນລາວ ເຫັນວ່າກຸ່ມ ບໍລິສັດຈີນ ຊົດເຊີຍຄ່າທີ່ດິນ ຕ່ຳກວ່າຄວາມເປັນຈິງ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນອຳນາດ
ການປົກຄອງນະຄອນຫລວງວຽງຈັນ ໄດ້ໃຫ້ການຢືນຢັນວ່າ:

“ຜ່ານມານີ້ ກະຖືວ່າ ມັນບໍ່ໄປຕາມລະບົບເລີຍ ເກີດມີບັນຫາຄວາມ ຫຍຸ້ງຍາກ ເພາະວ່າ ບໍລິສັດນີ້ ໄປກວມເອົາດິນປະຊາຊົນ ໂຕນີ້ນິ ຄັນວ່າມັນໄປກວມດິນ
ປະຊາຊົນແລ້ວ ກໍຕ້ອງໄດ້ແກ້ ໃຫ້ບໍລິສັດ ເປັນຜູ້ທົດແທນ ຫຼື ວ່າຄັນປະຊາຊົນ
ບໍ່ໃຫ້ ບາງເທື່ອນີ້ ກະບໍ່ໄດ້ ເພາະວ່າ ມັນບ່ອນທຳມາຫາກິນ ຂອງເຂົາເດ້.”

ແຕ່ຢ່າງໃດກໍຕາມ ກຸ່ມບໍລິສັດ Shanghai Wan Feng ຜູ້ລົງທຶນ ໃນໂຄງການດັ່ງກ່າວ
ກໍໄດ້ມີການໃຊ້ຈ່າຍເງິນທຶນໄປແລ້ວ ຫຼາຍກວ່າ 43 ລ້ານດອນລາ ເພື່ອກໍ່ສ້າງຖະໜົນ
ທີ່ກວ້າງເຖິງ 36 ແມັດ ຍາວ 360 ແມັດ ທີ່ເຊື່ອມຕໍ່ຈາກຖະໜົນ T4 ເຂົ້າໄປໃນ ໂຄງການ
ພ້ອມດ້ວຍ ການກໍ່ສ້າງສຳນັກງານ ກັບຫໍພັກສຳຫລັບຄົນງານ ແລະ ການວາງພື້ນຖານ
ໃຫ້ກັບລະບົບສາທາລະນຸປະໂພກຕ່າງໆ.

ໂດຍກຸ່ມລົງທຶນຈາກຈີນ ໄດ້ເລີ້ມການພັດທະນາເຂດດັ່ງກ່າວນີ້ ນັບແຕ່ປີ 2012 ເປັນ
ຕົ້ນມາ ແລະ ໄດ້ວາງເປົ້າໝາຍ ຈະດຳເນີນການ ໃຫ້ສຳເລັດສົມບູນ ພາຍໃນປີ 2030
ໂຄງການດັ່ງກ່າວນີ້ ຖືເປັນການພັດທະນາເມືອງ ແຫ່ງການທ່ອງທ່ຽວ ທີ່ຕິດພັນກັບການ
ພັດທະນາ ໃນດ້ານອະສັງຫາລິມມະຊັບ ທີ່ມີຄວາມທັນສະໄໝ ທີ່ຄຽງຄູ່ ກັບການຮັກສາ
ວັດທະນະທຳ ແລະຮ່ອງຮອຍ ປະຫວັດສາດ ເພື່ອໃຫ້ເປັນຕົວແບບ ຂອງການພັດທະນາ
ເມືອງໃໝ່ ທີ່ທັນສະໄໝ ທີ່ຮອງຮັບທັງການດຳເນີນທຸລະກິດ ການຄ້າ ແລະ ການຢູ່ອາໄສ
ທີ່ມີສິ່ງອຳນວຍຄວາມສະດວກຕ່າງໆ ຢ່າງຄົບຊຸດ ທີ່ຮອງຮັບ ນັກທຸລະກິດຕ່າງຊາດ ໄດ້
ເຖິງ 5 ໝື່ນລາຍເມື່ອໂຄງການສຳເລັດສົມບູນ.

XS
SM
MD
LG