ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່​ຍິງ​ຄົນ​ຈີນຖືກຈຳ​ຄຸກ ຍ້ອນ​ມີ​ຄວາມ​ຜິດ ​ຖານລ່ວງ​ລ້ຳ ​ເຂົ້າ​ໄປ​ໃນ ​ສະ​ຖານ​ທີ່ ຕາ​ກອາ​ກາດ ຂອງທ່ານ ທ​ຣຳ


ພາບ​ແຕ້ມ​ແບບ​ຄ້າວໆ ຂອງນາງ ຢຸຍ​ຈິງ ຊາງທີ່​ຖືກ​ກ່າວ​ຫາ​ວ່າລ່ວງ​ລ້ຳ​ເຂົ້າ​ໄປ​ໃນສະ​ຖານ​ທີ່ຕາ​ກອາ​ກາດ ​ປ. ທຣຳ​ ນ​ັ່ງ​ລໍ​ຖ້າຟັງການ​ໄຕ່​ສວນ​ຂອງ​ນາງຢູ່​ສານ​ລັດ​ຖະ​ບານ​ກາງຂອງ​ສະ​ຫະ​ລັດ ໃນ​ເມືອງ West Palm Beach ລັດ​ຟ​ລໍ​ຣິ​ດາ
ພາບ​ແຕ້ມ​ແບບ​ຄ້າວໆ ຂອງນາງ ຢຸຍ​ຈິງ ຊາງທີ່​ຖືກ​ກ່າວ​ຫາ​ວ່າລ່ວງ​ລ້ຳ​ເຂົ້າ​ໄປ​ໃນສະ​ຖານ​ທີ່ຕາ​ກອາ​ກາດ ​ປ. ທຣຳ​ ນ​ັ່ງ​ລໍ​ຖ້າຟັງການ​ໄຕ່​ສວນ​ຂອງ​ນາງຢູ່​ສານ​ລັດ​ຖະ​ບານ​ກາງຂອງ​ສະ​ຫະ​ລັດ ໃນ​ເມືອງ West Palm Beach ລັດ​ຟ​ລໍ​ຣິ​ດາ

ແມ່​ຍິງ​ຄົນ​ຈີນທີ່​ຖືກ​ຈັບ​ຢູ່​ໃນ​ສະ​ຖານ​ທີ່ຕາ​ກອາ​ກາດ ຫລື resort ຂອງ​ປະ​ທາ​ທາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ຢູ່​ໃນ​ລັດ​ຟ​ລໍ​ຣິ​ດາ ຖືກ​ພົບ​ວ່າ ​ມີ​ຄວາມ​ຜິດ​ໃນ​ຖານລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ເຂດ​ຫວງ​ຫ້າມ​ຂອງບຸກ​ຄົນ ແລະໃຫ້​ການເທັດ​ຕໍ່​ໜ່ວຍ​ອາ​ລັກ​ຂາປະ​ທານ​າ​ທິ​ບໍ​ດີ.

ນາງ ຢຸຍ​ຈິງ ຊາງ (Yujing Zhang) ໄດ້​ປະ​ເຊີນ​ກັບ​ການ​ຖືກ​ຈຳ​ຄຸກ​ເປັນ​ເວ​ລາ 5 ປີ ໃນ​ຕອນ​ທີ່​ນາງຖືກ​ຕັດ​ສິນ ​ໃນ​ເດືອນ​ທ້າຍພະ​ຈິກ​ປີ​ກາຍນີ້. ນາງບໍ່​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ມີ​ອາ​ການ​ເສຍ​ໃຈ ແຕ່​ຢ່າງ​ໃດ ໃນ​ຂະ​ນະ​ທີ່​ມີ​ການ​ອ່ານ​ຄຳ​ຕັດ​ສິນໃນ​ວັນ​ພຸດ​ວານນີ້ ຢູ່​ຕອນ​ທ້າຍ​ຂອງ​ການ​ດຳ​ເນີນຄະ​ດີເປັນ​ເວ​ລາ 2 ວັນ.

ນາງ ຊາງ (Zhang) ທີ່​ມີ​ອາ​ຍຸ 33 ປີ ໄດ້​ຖືກ​ຈັບ ​ຢູ່​ໃນສະ​ຖານ​ທີ່​ຕາກ​ອາ​ກາດສ່ວນ​ຕົວມາ​ອາ​ລາ​ໂກ (Mar-a-Lago) ທີ່​ມີ​ສະ​ໜາມ​ຫລິ້ນ​ກັອ​ຟ ຂອງ​ທ່ານທ​ຣຳ ຢູ່​ເມືອງ ພາມ​ບິ​ສ (Palm Beach) ໃນ​ເດືອນ​ມີ​ນາປີ​ກາຍນີ້ ​ພາຍຫລັງທີ່​ນາງ​ໄດ້ຍ່າງ​ເຂົ້າ​ໄປ​ຫາໜ່ວຍ​ອາ​ລັກ​ຂາປະ​ທານ​າ​ທິ​ບໍ​ດີຄົນ​ນຶ່ງ ໂດຍ​ກ່າວ​ອ້າງວ່າ ນາງ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ໂມ​ສອນ​ຢູ່​ທີ່ນັ້ນ ແລະ​ຢາກ​ເຂົ້າ​ໄປ​ຫາ​ສະ​ລອຍ​ນ້ຳ. ເຖິງ​ແມ່ນ​ວ່າ ພວກ​ໜ່ວຍ​ອາ​ລັກ​ຂາໃນ​ຕອນ​ທຳ​ອິດບໍ່​ສາ​ມາດກວດ​ພົບ​ຊື່​ຂອງ​ນາງຢູ່​ໃນບັນ​ຊີ​ສະ​ມາ​ຊິກ​ສະ​ໂມ​ສອນ​ກໍ​ຕາມ ແຕ່ໃນ​ທີ່​ສຸດ​ນາງ​ກໍ​ໄດ້​ຖືກ​ອະ​ນຸ​ຍາດ ​ໃຫ້​ເຂົ້າ​ໄປ​ໃນນັ້ນ ຫລັງ​ຈາກ​ຜູ້​ຈັດ​ການ​ຂອງ​ສະ​ໂມ​ສອນ​ຄິດ​ວ່າ ນາງ​ເປັນ​ລູກ​ສາວ​ຂອງ​ສະ​ມາ​ຊິກ​ຄົນ​ນຶ່ງ.

ແຕ່​ວ່າ ​ເມື່ອ​ນາງຊາງ​ໄດ້​ເຂົ້າ​ໄປ​ໃນ​ນັ້ນແລ້ວ ນາງ​ກໍ​ບອກຜູ້​ຮັບ​ໂທ​ລະ​ສັບ​ວ່າ ນາງ​ໄປ​ທີ່ນັ້ນ ເພື່ອ​ເຂົ້າ​ຮ່ວມງານທີ່​ຈັດຂຶ້ນ​ໂດຍ​ກຸ່ມ​ທີ່​ມີ​ຊື່​ວ່າສະ​ມາ​ຄົມ​ຄົນ​ຈີນ-ອາ​ເມ​ຣິ​ກັນ​ສະ​ຫະ​ປະ​ຊາ​ຊາດ ຫລື United Nations Chinese-American Association. ເມື່ອ​ພະ​ນັກ​ງານ​ເຫັນ​ວ່າ ບໍ່​ມີກຳ​ນົດ​ເວ​ລາທີ່ຈະ​ມີ​ງານ​ແບບນັ້ນ ​ຈັດ​ຂຶ້ນ ກໍໄດ້​ແຈ້ງ​ໃຫ້ພວກໜ່ວຍອາ​ລັກ​ຂາປະ​ທານ​າ​ທິ​ບໍ​ດີຊາບ ແລະ​ນາງ​ຊາງ (Zhang) ກໍ​ຖືກ​ຈັບ​ໄປ​ຂັງ​ໄວ້.

ໃນ​ການ​ກວດ​ຄົ້ນສິ່ງ​ຂອງ​ທີ່​ນາງ​ຄອບ​ຄອງຢູ່​ແມ່ນ​ພົບ​ວ່າ ນາງ​ມີ​ໂທ​ລະ​ສັບ​ມື​ຖື 4 ໜ່ວຍ, ຄອມ​ພິວ​ເຕີ​ແບບ​ໃສ່​ຕັກ ຫລື laptop 1 ໜ່ວຍ, ເຄື່ອງ​ເກັບ​ຂໍ້​ມູນທີ່​ຕໍ່​ໃສ່​ເຄື່ອງ​ຄອມ​ພິວ​ເຕີ ຫລື external hard drive 1 ອັນ ແລະ​ອຸ​ປະ​ກອນ​ນ້ອຍໆ ເພື່ອ​ເກັບ​ສະ​ສົມ​ຂໍ້​ມູນ ທີ່​ເອີ້ນ​ວ່າ "thumb drive" 1 ອັນ ທີ່​ມີ​ໂປ​ ແກ​ຣມ ​ທຳ​ລາຍ​ຄອມ​ພິວ​ເຕີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG