ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແມ່​ຍິງ​ຈີນ ​ຄົນ​ນຶ່ງ ຖືກ​ໜ່ວຍ​ອາ​ລັກຂາ​​ຈັບ​ ຢູ່​ບ່ອນ​ຕາກ​ອາ​ກາດ ຂອງ​ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ


ບ່ອນ​ຕາກ​ອາ​ກາດ Mar-a-ago ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ວັນ​ທີ 22 ມີ​ນາ 2019.
ບ່ອນ​ຕາກ​ອາ​ກາດ Mar-a-ago ​ຂອງ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ວັນ​ທີ 22 ມີ​ນາ 2019.

ແມ່​ຍິງ​ຊາວ​ຈີນ​ຜູ້​ນຶ່ງ​ໄດ້​ຖືກ​ຈັບ ຫຼັງ​ຈາກ​ໄດ້ເຂົ້າໄປ​ບ່ອນ​ຕາກ​ອາ​ກາດ​ຂອງປະ​ທາ​ນາ​
ທິ​ບໍ​ດີສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ​ທ​ຣຳ ​ທີ່​ລັດ​ຟລໍຣິ​ດາ ​ໂດຍນຳ​ເອົາ​ເຄື່ອງ​ຊອບ ແວ​ຄອມ​
ພິວ​ເຕີ້ທີ່​ມຸ່ງ​ຮ້າຍ ​ເຂົ້າ​ໄປ​ນຳ ໃນ​ອາ​ທິດ​ແລ້ວ​ນີ້.

ອີງ​ຕາມ​ເອກ​ກະ​ສານ​ຂອງ​ສານ​ທີ່​ໄດ້ຍື່ນ​ໂດຍ​ບັນ​ດາ​ໄອ​ຍະ​ການ​ລັດ​ຖະ​ບານ​ກາງ​ໃນ
​ວັນ​ຈັນ​ຜ່ານ​ມາ​ນີ້ ນາງຢູ​ຈິງ ຊັງ ໄດ້​ເຂົ້າ​ໄປ​ຖາມ​ໜ່ວຍ​ອາ​ລັກ​ຂາ​ປະ​ທາ​ນາ​ທິບໍ​ດີ ​ຢູ່
ບ່ອນ​ຕາກ​ອາ​ກາດ Mar-a-Lago ຂອງ​ປະ​ທາ​ນາ​ທິ​ບໍ​ດີໃນ​ເມືອງ Palm Springs
ເພື່ອ​ຢາກເຂົ້າ​ໄປ​ຫາສະ​ໂມ​ສອນສ່ວນ​ໂຕ ​ໂດຍອ້າງວ່າ​ ນາງ​ໄດ້​ເປັນ​ສະ​ມາ​ຊິກ ແລະ
​ຕ້ອງ​ການ​ເຂົ້າ​ໄປ​ຫາ​ສະ​ອາບ​ນ້ຳ. ​ເຖິງ​ແມ່ນ​ວ່າໜ່ວຍ​ອາ​ລັກ​ຂາ​ບໍ່​ສາ​ມາດ​ຊອກ​ຫາ​
ຊື່​ນາງ​ເຫັນໃນ​ຂັ້ນ​ຕົ້ນຢູ່ໃນ​ບັນ​ຊີ​ລາຍ​ສະ​ມາ​ຊິກກໍ​ຕາມ ​ແຕ່ໃນ​ທີ່​ສຸດ​ນາງກໍໄດ້​ອະ​ນຸ​
ຍາດ​ໃຫ້​ເຂົ້າ​ໄປ​ຂ້າງ​ໃນ ​ຫຼັງ​ຈາກ​ຜູ້​ບໍ​ລິ​ຫານ​ສະ​ໂມ​ສອນ​ຄິດ​ວ່າ ນາງ​ເປັນ​ລູກ​ສ​າວ​
ຂອງ​ສະ​ມາ​ຊິກ.

ແຕ່ເວ​ລາ​ນາງ​ໄດ້ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ໃນ​ສະ​ໂມ​ສອນ​ແລ້ວ​ ນາງ​ຊັງ​ໄດ້​ບອກ​ພະ​
ນັກ​ງານ​ຕ້ອນ​ຮັບ​ວ່າ ນາງ​ໄດ້​ມາ​ທີ່​ນີ້​ເພື່ອ​ເຂົ້າ​ຮ່ວມ​ພິ​ທີ ຈັດໂດຍ​ກຸ່ມ​ທີ່ມີ​ຊື່ວ່າ ສະ​ມາ
​ຄົມ​ອົງ​ການ​ສະ​ຫະ​ປະ​ຊາດ ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ຈີນ. ເວ​ລາ​ພະ​ນັກ​ງານ​ພົບວ່າ
​ບໍ່​ມີ​ພິ​ທີ​ດັ່ງ​ກ່າວ​ຢູ່​ໃນ​ລາຍ​ການຈຶ່ງ​ໄດ້​ມີ​ການ​ແຈ້ງ​ໃຫ້ພວກ​ເຈົ້າ​ໜ້າ​ທີ່​ ​ໜ່ວຍ​ອາ​ລັກ
​ຂາຊາບ ແລະ​ນາງ​ຊັງກໍ​ໄດ້​ຖືກ​ກັກ​ຂັງ. ການ​ຄົ້ນ​ຫາ​ສິ່ງ​ຂອງໆນາງ ໄດ້​ພົບ​ເຫັນ​ໂທ​ລະ
​ສັບ​ມື​ຖື​ສີ່​ໜ່ວຍ ຄອມ​ພິວ​ເຕີ​ມື​ຖື​ນຶ່ງ​ໜ່ວຍ ເຄື່ອງ hard drive ນຶ່ງໜ່ວຍ ແລະ​ເຄື່ອງ
​ບັນ​ທຶກ​ຂໍ້​ມູນ​ນ້ອຍທີ່​ຮ້ອງ​ກັນ​ວ່າ “thumb drive” ທີ່​ບັນຈຸ​ ມາ​ລແວ​ນຶ່ງ​ອັນ​.

ນາງ​ຊັງ​ໄດ້​ຖືກ​ກ່າວ​ຫາວ່າ ​ຕົ​ວະພວກ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ກາງ ແລະ​ເຂົ້າ​ໄປ​ໃນ​
ເຂດ​ຫວງ​ຫ້າມແບບ​ຜິດ​ກົດ​ໝາຍ.

ຖະ​ແຫຼງ​ການ ​ຂອງ​ໜ່ວຍ​ອາ​ລັກ​ຂາ​ ປະ​ທາ​ນາ​ທິ​ບໍ​ດີ​ກ່າວ​ວ່າ ​ຍັງ​ບໍ່​ທັນ​ມີ​ການ​ລົງ​
ຄວາມ​ເຫັນ​ວ່າ “ໃຜ​ເປັນ​ຜູ້​ເຊີນ ຫຼື​ໃຫ້​ກ​ານຕ້ອນ​ຮັບ​ຢູ່ທີ່ບ່ອນ​ຕາກ​ອາ​ກາດ Mar-a-
Lago” ໂດຍ​ກ່າວ​ວ່າ ມັນ “ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ເຈົ້າ​ພາບ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG