ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ເຮືອ​ບິນ​ລົບ​ຈີນ ບິນ​ຂ້າມ​ເສັ້ນ​ແບ່ງ ຊ່ອງ​ແຄບ​ໄຕ້​ຫວັນ


ຊ​່ອງ​ແຄບ​ໄຕ້​ຫວັນ
ຊ​່ອງ​ແຄບ​ໄຕ້​ຫວັນ

ເຮືອ​ບິນກອງ​ທັບ​ອາ​ກາດ​ຈີນ 10 ລຳ ໄດ້​ບິນ​ຂ້າມ​ເສັ້ນ​ແບ່ງເຂດ​ແດນ​ທາງ​ທະ​ເລ​ຢູ່​ຊ່ອງ​ແຄບ​ໄຕ້​ຫວັນ​ ອີງ​ຕາມ​ຄຳ​ເວົ້າ​ຂອງເຈົ້າ​ໜ້າ​ທີ່ກະ​ຊວງ​ປ້ອງ​ກັນ​ປະ​ເທດໄຕ້​ຫວັນ ທີ່ກ່າວ​ໃນ​ວັນ​ອາ​ທິດ​ວານນີ້.

ຊ່ອງ​ແຄບ​ໄຕ້​ຫວັນ ໂດຍ​ທົ່ວ​ໄປ​ແລ້ວ​ ແມ່ນ​ເບິ່ງ​ກັນ​ວ່າ ເປັນ​ເຂດ​ແດນ​ທີ່​ບໍ່​ເປັນ​ທາງ​ການ​ລະ​ຫວ່າງ​ໄຕ້​ຫວັນ ແລະ​ຈີນ. ນອກນັ້ນ ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍັງ​ກ່າວ​ວ່າ ກຳ​ປັ່ນ​ຈີນ 4 ລຳ​ໄດ້​ທຳ​ການ​ລາດ​ຕະ​ເວນ​ພ້ອມ​ລົບ​ໃນ​ວັນ​ອາ​ທິດ​ວານນີ້.

ໄຕ້​ຫວັນ​ກໍ​ໄດ້​ສົ່ງ​ເຮືອ​ບິນ​ແລະ​ກຳ​ປັ່ນຂອງ​ຕົນ ໄປ​ຮັບ​ມື​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຈີນ.

ນີ້​ແມ່ນ​ເທື່ອ​ທີ​ສອງ ໃນ​ໄລ​ຍະ​ບໍ່​ຮອດ​ສອງ​ອາ​ທິດທີ່​ຈີນ​ໄດ້​ເພີ້ມ​ກິດ​ຈະ​ກຳ​ທາງ​ທະ​ຫານ ຢູ່​ອ້ອມ​ແອ້ມ​ເກາະ​ໄຕ້​ຫວັນ.

ໃນ​ວັນ​ພະ​ຫັດ​ແລ້ວ ໄຕ້​ຫວັນ​ລາຍ​ງານ​ວ່າ ເຮືອ​ບິນກອງ​ທັບ​ຈີນ 37 ລຳ​ໄດ້​ບິນ​ລ່ວງ​ລ້ຳ​ເຂົ້​າ​ໄປ​ໃນ​ເຂດ​ລະ​ບຸ​ໂຕທາງ​ອາ​ກາດ​ຂອງ​ໄຕ້​ຫວັນ.

ໄຕ້​ຫວັນ​ປົກ​ຄອງ​ປະ​ເທດ​ແບບ​ປະ​ຊາ​ທິ​ປະ​ໄຕ ແຕ່​ຈີນ​ອ້າງວ່າ​ໄຕ້​ຫວັນ​ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ຂອງ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG