ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຜູ້​ສ້າງວີ​ດີ​ໂອ ​ສຳລັບ ​ອິນ​ເຕີ​ແນັດ ໃນຈີນ ຕິຕຽນ​ ກົດ​ລະບຽບ​ໃໝ່


ຜູ້ຊາຍຄົນນຶ່ງກໍາລັງເຮັດວຽກ ທີ່ຮ້ານກາເແແຫ່ງນຶ່ງໃນ ປະເທດຈີນ
ຜູ້ຊາຍຄົນນຶ່ງກໍາລັງເຮັດວຽກ ທີ່ຮ້ານກາເແແຫ່ງນຶ່ງໃນ ປະເທດຈີນ
ບັນດາ​ນັກ​ສິນລະປິນ ຈີນ ຈໍານວນ​ນຶ່ງ​ ທີ່​ສ້າງວີ​ດີ​ໂອ​ ສຳລັບ​ອິນ​
ເຕີ​ແນັດ ພາກັນ​ຕິຕຽນ​ກົດ​ລະບຽບ​ໃໝ່ ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ລັດ
ຖະບານຈະຄວບ​ຄຸມເຄັ່ງຄັດຂຶ້ນກວ່າເກົ່າຕໍ່ການສະແດງຄວາມ
ຄິດຄວາມເຫັນ ​ທາງ​ດ້ານ​ການ​ເມືອງ.

ບັນດາ​ຜູ້​ສ້າງເຫຼົ່ານີ້ແມ່ນຊ່ຽວຊານໃນດ້ານ​ວີ​ດີ​ໂອເລື່ອ​ງສັ້ນຫຼື
“micro film” ອັນ​ເປັນ​ທີ່​ຮູ້​ກັນ​ຢູ່​ໃນ​ຈີນທີ່​ໄດ້ນຳອອກເຜີຍແຜ່
ທາງ You Tube ຂອງ​ຈີນ.

ຄະນະ​ກໍາມະການລັດ ດ້ານ​ຮູບ​ເງົາ​ແລະ​ສື່​ມວນ​ຊົນ​ອອກ​ອາ
ກາດຂອງກຸງປັກກິ່ງ ​ໄດ້​ປະກາດ​ກົດ​ລະບຽບ​ໃໝ່ໃນ​ອາທິດ​ນີ້
ຊຶ່ງບັງຄັງ​ໃຫ້ບັນດາ​ຜູ້​ສ້າງ​ ຕ້​ອງລົງທະ​ບຽນໃສ່​ຊື່​ແທ້​ ​ແລະ​ສົ່ງ​ເນື້ອ​ເລື່ອງ​ຂ​ອງ​ເຂົາ​ເຈົ້າໄປ ກວດກາ​ ກ່ອນທີ່​ຈະ​ນໍາ​ວີ​ດີ​ໂອ ​ອອກ​ເຜີຍ​ແຜ່​ ໃຫ້ປະຊາຊົນ​ໄດ້​ຊົມ.

ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ກົດ​ລະບຽບ​ໃໝ່ນີ້ມີ​ຈຸດປະສົງປ້ອງ​ກັນບໍ່ໃຫ້ເກີດ​ຄວາມ​ຮຸນແຮງ
ຫລື​ການນຳອອກເຜີຍແຜ່ຮູບລາມົກທາງອິນເຕີແນັດ. ​ເຖິງ​ຢ່າງ​ໃດ​ກໍ​ດີ ນັກ​ສິນລະປິນອິດ
ສະຫຼະ ທ່ານ Gao Zhen ​ໄດ້​ກ່າວ​ຕໍ່ວີ​ໂອ​ເອ​ ພະ​ແນ​ກພາສາຈີນກາງວ່າ ທ່ານ​ຄິດວ່າ​ ເປົ້າ
ໝາຍທີ່ແທ້ຈິງຂອງລັດຖະບານ​ນັ້ນແມ່ນເນື້ອໄນ​ເລື່ອງ​ການ​ເມືອງ.

ເວັບໄຊທີ່ນຳວີດີໂອອອກເຜີຍແຜ່ ທີ່​ໄດ້​ຮັບຄວາ​ມ​ນິຍົມຢູ່ໃນຈີນເຊັ່ນ​ວ່າ Youku Tudou ຍັງ​ບໍ່​ທັນ​ໃຫ້ຄວາມເຫັນໃດໆ ກ່ຽວ​ກັບ​ກົດ​ລະ​ບຽບ​ໃໝ່.

​ລະຄອນ ແລະເລື່ອງສັ້ນ​ຕ່າງໆ ​ທີ່ນຳອອກເຜີຍແຜ່ ທາງອິນ​ເຕີ​ແນັດ ຕາມ​ທໍາ​ມະ​ດາ​ແລ້ວ ແມ່ນວີ​ດີ​ໂອ ທີ່ມີ​ຄວາມ​ຍາວ​ບໍ່​ກາຍ​ຫ້າ​ນາ​ທີ ໃນພາສາ​ຈີນ ພວມໄດ້ຮັບຄວາມນິຍົມເພີ້ມ ຂຶ້ນນັບມື້ໃນການ​ສ້າງ​ຄວາມ​ມ່ວນ​ຊື່ນບັນເທີງຂອງຈີນທາງອິນເຕີ​ແນັດ. ວີ​ດີ​ໂອສັ້ນ​ຫຼາຍໆ
​ເລື່ອງ ​ແມ່ນໄດ້ສະທ້ອນເຖິງບັນຫາ​ຕ່າງໆຂອງສັງຄົມ ຮວມ​ທັງ​ການ​ສໍ້​ລາດ​ບັງ​ຫລວງ​ຂອງ​
ເຈົ້າ​ໜ້າ​ທີນຳດ້ວຍ.
XS
SM
MD
LG