ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Xi Jinping ບໍ່ໄດ້ພົບປະ ກັບແຂກຕ່າງປະເທດ ຕາມໝາຍກຳນົດ


ທ່ານ Xi Jinping ຮອງປະທານປະເທດ ທີ່ຄາດວ່າຈະຂຶ້ນກຳຕຳແໜ່ງປະທານປະເທດ ໃນທ້າຍປີນີ້
ທ່ານ Xi Jinping ຮອງປະທານປະເທດ ທີ່ຄາດວ່າຈະຂຶ້ນກຳຕຳແໜ່ງປະທານປະເທດ ໃນທ້າຍປີນີ້
ກະຊວງການ​ຕ່າງປະ​ເທດ​ຈີນກ່າວວ່າ ຕົນ​ບໍ່​ມີ​ຂໍ້ມູນ​ໃດໆ
ກ່ຽວ​ກັບ​ສະຖານະ​ການ​ຂອງຮອງ​ປະທານ​ປະ​ເທດ ທ່ານ
Xi Jinping ທີ່​ບໍ່​ໄດ້​ໄປ​ປະກົດ​ໂຕ ຕິດ​ຕໍ່​ກັນ ຫຼາຍຄັ້ງ ໃນ
​ການພົບ​ປະກັບ​ແຂກ​ຕ່າງປະ​ເທດ ທີ່​ເດີນທາງ​ໄປ​ຢ້ຽມ
ຢາມ​ຈີນ ຊຶ່ງໄດ້ພ​າ​ໃຫ້​ມີ​ການ​ຄາດ​ຄະ​ເນ​ກັນຫຼາຍຂຶ້ນ ​
ກ່ຽວ​ກັບເລື່ອງສຸຂະພາບ​ຂອງ​ທ່ານ.

ຄໍາ​ຖະ​ແຫລ​ງ ຂອງໂຄສົກ​ກະຊວງການ​ຕ່າງປະ​ເທດຈີນ ທ່ານ Hong Lei ​ໃນ​ວັນ​ອັງຄານມື້ນີ້ ​ມີຂຶ້ນຫລັງ​ຈາກກວ່າ 10 ມື້ມາ​ແລ້ວນັບ​ແຕ່​ທ່ານ Xi ​ທີ່ຄາດ​ກັນ​ວ່າຈະໄດ້ເປັນປະທານ​ປະ​ເທດ​ຈີນ​ຄົນ​ຕໍ່​ໄປນັ້ນ ໄດ້​ປະກົດ​ຕົວ​ເທື່ອ​ສຸດ​ທ້າຍໃນທີ່​ສາທາລະນະ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ໂອນ​ອຳນາດ​ຂອງ​ຜູ້ນຳ​ປະ​ເທດທີ່​ ສິບ​ປີ​ໃດ​ມີ​ເ​ທື່ອນຶ່ງ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ທ້າຍ​ປີນີ້.

ທ່ານ Xi ບໍ່​ໄດ້​ເຂົ້າ​ຮ່ວມ ​ໝາຍ​ກຳນົດ​ການພົບ​ປະ ກັບນາຍົກລັດຖະມົນ​ຕີ​ເດນ​ມາກ ທ່ານ Helle Thorning Schmidt ທີ່​ກຸງ​ປັກ​ກິ່ງ​ໃນ​ວັນ​ຈັນວານ​ນີ້. ​ໃນ ອາທິດ​ແລ້ວ​ນີ້ ການ​ພົບ​ປະ​ຂອງ​ທ່ານ Xi ກັບລັດຖະມົນ​ຕີ​ການ​ຕ່າງປະ​ເທດສະ ຫະລັດ ທ່ານ​ນາງ Hillary Clinton ​ແລະນາຍົກລັດຖະມົນ​ຕີ Singapore ທ່ານ Lee Hsein Loong ​ກໍ​ໄດ້​ຖືກ​ຍົກ​ເລີກ.

ການ​ປ່ຽນ​ແປງ​ໝາຍ​ກຳນົດໃນການ​ພົບ​ປະດັ່ງ​ທີ່​ໄດ້​ເກີດ​ຂຶ້ນ ແມ່ນ​ຜິດ​ປົກກະຕິ​ສຳ​ຫຼັບບັນດາ​ຜູ້​ນໍາຈີນ ຊຶ່ງ​ການ​ພົບພໍ້ກັບພວກ​ເຈົ້າ​ໜ້າ​ທີ່ຂັ້ນ​ສູງ​ຕ່າງປະ​ເທດນັ້ນຕາມ​ປົກ​ກະຕິ​ແລ້ວ ​ໄດ້​ວາງ​ແຜນ​ໄວ້​ກ່ອນລ່ວງ​ໜ້າ​ເປັນ​ຢ່າງ​ດີ. ​

ກ່ຽວຂ້ອງກັນ

XS
SM
MD
LG