ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກ​ວິຊາການ ເຜົ່າວີເກີ້ ຖືກສານຕັດສິນ ຈຳຄຸກ ຕະຫຼອດ ຊີວິດ (ວີດີໂອ)


In this Feb. 4, 2013 photo, Ilham Tohti, an outspoken scholar of China's Turkic Uighur ethnic minority, pauses during an interview at his home in Beijing, China.
In this Feb. 4, 2013 photo, Ilham Tohti, an outspoken scholar of China's Turkic Uighur ethnic minority, pauses during an interview at his home in Beijing, China.

ສານ​ປະຊາຊົນ​ຈີນ ​ແຫ່ງ​ນຶ່ງ ​ໄດ້ພົບເຫັນ​ວ່າ​ ຊາວ​ Uighur ທີ່ມີ
ຊື່ສຽງ ຄົນ​ນຶ່ງ ​ມີຄວາມຜິດໃນ​ຂໍ້​ຫາ​ແບ່ງ​ແຍກ​ດິນ​ແດນ ​ແລະໄດ້
​ລົງ​ໂທດ​ໃຫ້​ຜູ້ກ່ຽວ​ຈຳ​ຄຸກ​ຕະຫລອດ​ຊີວິດ ໃນ​ການ​ຕັດສິນ ທີ່​ກຸ່ມ
ປົກປ້ອງ​ສິດທິ​ມະນຸດຕ່າງໆ​ປະນາມ​ວ່າ ​ເປັນ​ການ​ລົງ​ໂທດ​ທີ່​ໜັກ
​ເກີນ​ໄປ.

ທ່ານ Ilham Tohti ເປັນ​ສາດສະດາຈານ​ສອນວິຊາ​ເສດຖະສາດ
​ແລະ​ເປັນ​ຜູ້ຕຳ​ນິຕິ​ຕຽນຢ່າງແຂງຂັນ ໃນການປະຕິບັດ​ຂອງ​ທາງ​
ການ​ຈີນ​ຕໍ່​ຊົນ​ກຸ່ມນ້ອຍເຜົ່າວີ​ເກີ້ ໃນເຂດ​ Xinjiang ຢູ່​ທາງ​ພາກ​
ຕາ​ເວັນຕົກ​ສຸດ​ຂອງ​ຈີນ ບ່ອນ​ທີ່ໄດ້ເກີດ​ຄວາມ​ວຸ້ນວາຍ​ຂຶ້ນ ທີ່ເຮັດ​
ໃຫ້ຫຼາຍຮ້ອຍ​ຄົນ​ເສຍ​ຊີ ວິດ​ເມື່ອ 2-3 ເດືອນຜ່ານ​ມານີ້.

​ໄອ​ຍາ​ການຈີນ ​ໄດ້ໂຕ້ຖຽງ​ໃນ​ລະຫວ່າງ​ການ​ດຳ​ເນີນ​ຄະດີ​ເປັນ​ເວລາ 2 ມື້ ​ໃນ​ອາທິດ​
ແລ້ວ​ນີ້ວ່າ ທ່ານ Tohti ​ໄດ້ສົ່ງ​ເສີມ​ໃຫ້ມີການ​ແບ່ງ​ແຍກ​ດິນ​ແດນ ​ແລະ​ຊຸກຍູ້​ໃຫ້​ໃຊ້​ຄວາມ​
ຮຸນ​ແຮງ​ຢູ່​ໃນ​ປາຖະກະຖາ ບົດ​ຄວາມ ​ແລະຄວາມ​ເຫັນທີ່​ທ່ານ​ໃຫ້​ກັບ​ສື່ມວນຊົນຕ່າງ
ປະເທດ ຢູ່ເລື້ອຍໆນັ້ນ.

ອົງການ​ຂ່າວຊິນ​ຫົວ​ ຂອງ​ທາງ​ການ​ຈີນ ກ່າວ​ວ່າ ສານ​ໄດ້​ຕັດສິນວ່າ ທ່ານ Tohti “​ເຜີຍ​
ແຜ່​ບົດຮຽນ​ຕ່າງໆ ທີ່​ມີ​ແນວ​ຄິດໃນ​ການ​ແບ່ງ​ແຍກ​ດິນ​ແດນ​”
​ ແລະ “ບັງຄັບແລະ​
ເຮັດໃຫ້ບັນດານັກ​ສຶກສາ​ໜຸ່ມ​ນ້ອຍ​ຊົນ​ເຜົ່າຫຼົງ​ໄຫຼ”
ຊຶ່ງ​ເ​ປັນຄວາມ​ພະຍາຍາມສ່ວນ​
ນຶ່ງທີ່​ຈະ “ສ້າງຕັ້ງ​ອົງການ​ອາ​ສະ​ຍາກຳ.”

ອົງການ​ຂ່າວຊິນ​ຫົວ ກ່າວ​ອີກ​ວ່າ ທ່ານ Tohti ​ຍັງໄດ້​ຖືກສານພົບວ່າ​ມີຄວາມຜິດ​ ໃນ​ຖານ
ຍຸຍົງໃຫ້ເກີດ​ຄວາມ​ກຽດ​ຊັງລະຫວ່າງຊົນຊາດ​ຊົນ​ເຜົ່າ “ດ້ວຍ​ການ​ບິດ​ເບືອນສາ​ເຫດ​
ຕ່າງໆ”
ຂອງ​ຄວາມ​ວຸ້ນວາຍ​ຢູ່ໃນ​ເຂດ Xinjiang ນັ້ນ. ອົງການ​ຂ່າວຊິນ​ຫົວ ເວົ້າວ່າ
ທ່ານ Tohti “​ໄດ້​ສົມຮູ້​ຮ່ວມ​ຄິດ​ກັບບັນດາ​ກຸ່ມ ແລະສ່ວນບຸກຄົນຢູ່ໃນຕ່າງປະເທດ​
​ໃນ​ການ​ໂຄສະນາຊວນເຊື່ອ​ກ່ຽວກັບເຫດການທີ່ພົວພັນກັບເຂດ Xinjiang ​ເກີນ​
ຄວາມ​ເປັນ​ຈິງ​ ໂດຍແນເປົ້າ​ໝາຍ​ຢາກເຮັດ​ໃຫ້​ບັນຫາ​ພາຍ​ໃນ​ປະ​ເທດກາຍເປັນ​
ບັນຫາ​ນາໆ​ຊາດ.”

ນັກ​ວິຊາການ ​ໄວ 44 ປີ ທ່ານນີ້ ​ໄດ້​ປະຕິ​ເສດ​ຢ່າງ​ໜັກ​ແໜ້ນ ຕໍ່​ຂໍ້ຫາ ​ແບ່ງ​ແຍກດິນ​ແດນ​ ໂດຍກ່າວ​ວ່າ ທ່ານ​ພຽງ​ແຕ່​ຢາກຊຸກຍູ້ໃຫ້ມີການ​ໂອ້​ລົມ​ກັນ ​ແລະຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ບໍ່​ເປັນ​ທຳ​ຕ່າງໆ​ເທົ່າ​ນັ້ນ. ທ່ານ Li Fangping ​ ທະນາຍຄວາມ​ຂອງ​ທ່ານ ​ໄດ້ເອີ້ນການ​ຕັດສິນ​ນີ້ວ່າ “ບໍ່​ຍຸດຕິ​ທຳ” ​ແລະ​ກ່າວ​ວ່າ ລູກ​ຄວາມ​ຂອງ​ທ່ານ ຈະຂໍ​ອຸທອນ​ຕໍ່ການ​ຕັດສິນ ລົງ​ໂທດ​ດັ່ງກ່າວ.

CHINA RIGHTS VO
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG