ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແກັ່ງອາຊະຍາກອນຂ້າມຊາດຊາວຈີນ ພາກັນອອກມາເຄື່ອນໄຫວ ເຮັດທຸລະກິດທີ່ຜິດກົດໝາຍ ຢູ່ໃນເຂດລຸ່ມແມ່ນໍ້າຂອງ ລວມທັງລາວ


ເຂດເສດຖະກິດພິເສດບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ ທີ່ບໍລິສັດຈີນ ໄດ້ສ້າງເປັນຕຶກບ້ານພັກຫຼາຍຊັ້ນ.
ເຂດເສດຖະກິດພິເສດບຶງທາດຫຼວງ ໃນນະຄອນຫຼວງວຽງຈັນ ທີ່ບໍລິສັດຈີນ ໄດ້ສ້າງເປັນຕຶກບ້ານພັກຫຼາຍຊັ້ນ.

ແກັ່ງອາຊະຍາກອນຂ້າມຊາດຊາວຈີນ ພາກັນອອກມາເຄື່ອນໄຫວເຮັດທຸລະກິດທີ່ຜິດກົດໝາຍຢູ່ໃນເຂດລຸ່ມແມ່ນໍ້າຂອງ ລວມທັງລາວນັ້ນ ຫລາຍຂຶ້ນນັບມື້ ແລະຂະຫຍາຍອອກຢ່າງໄວວາ ເຖິງແມ່ນທາງການຈີນຈະດໍາເນີນຄວາມພະຍາຍາມປາບປາມ ໂດຍປະສານງານກັບເຈົ້າໜ້າທີ່ລາວກໍຕາມ. ໄຊ​ຈະ​ເລີນ​ສຸກ ມີ​ລາຍ​ງານ​ເລື້ອງນີ້ ຈາກນັກຂ່າວຂອງພວກເຮົາ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການພະນັນ ແລະການຫລອກລວງຜ່ານທາງອອນລາຍ ຫລື Scam ທີ່ເປັນຂະບວນການເຄື່ອນໄຫວຂ້າມຊາດ ໂດຍກຸ່ມແກັ່ງຊາວຈີນຖືວ່າ ເປັນປາກົດການກໍ່ອາຊະຍາກໍາແບບໃໝ່ຢູ່ໃນລາວ ແລະນັບມື້ນັບແຜ່ຫລາຍຂຶ້ນຢ່າງໄວວາໃນຊຸມປີໝໍ່ໆມານີ້. ສ່ວນໃຫຍ່ກຸ່ມແກັ່ງເຫລົ່ານີ້ແມ່ນຊາວຈີນທີ່ມາຊອກເຄື່ອນໄຫວຢູ່ນອກປະເທດ ເພື່ອຫລົບຫລີກການປາບປາມ ຂອງເຈົ້າໜ້າທີ່ຈີນ ແລະເຂົາເຈົ້າກໍມັກມາຕັ້ງຫ້ອງການຢູ່ໃນຕົວເມືອງໃຫຍ່ທີ່ຕັ້ງຢູ່ຫ່າງໄກຈາກຊາຍແດນຈີນ ດັ່ງທີ່ເຈົ້າໜ້າທີ່ຕໍາຫລວດທ່ານນຶ່ງ ໃນນະະຄອນຫລວງວຽງຈັນໃຫ້ການ ຢືນຢັນວ່າ:

“ພວກອອນລາຍ ພວກທີ່ຕິດການພະນັນທາງອອນໄລນ໌ຫັ້ນແຫລະ ຈໍານວນນຶ່ງພວກຈີນນີ້ ກະເຮັດທຸລະກິດຕົວະຫັ້ນແຫລະ ມີການຕົວະຕໍ່ໆກັນໄປ. ຈີນກະມີພວກອື່ນຮ່ວມນໍາ ເຊັ່ນທຸລະກໍາທາງອອນລາຍ. ທີແລກ ກະເຮັດຢູ່ໄທເນາະ ເຮັດຢູ່ຂະເໝນ ບາດນີ້ຂະເໝນກະປາບ, ເຮັດຢູ່ໄທ ໄທກະະປາບ ແລ້ວດຽວນີ້ເຂົ້າມາລາວ. ພວກຈີນເຮັດນີ້ ເຂົາຈະບໍ່ຕັ້ງໃກ້ຊາຍແດນ ເພາະວ່າຕໍາຫລວດຈີນໄປກັບດັກສັນຍານ ເຂົາຮູ້ໝົດນະ ກວດລະບົບຄອມພິວເຕີ ທີ່ໃຊ້ເກີນຂອບເຂດກະຕິດຕາມ.”

ພວກເຂົາມັກສວຍໃຊ້ດິນແດນຂອງປະເທດລາວ ບ່ອນທີ່ມີເທັກໂນໂລຈີ ແລະ ຄວາມເຂັ້ມງວດກວດຂັນຂອງເຈົ້າໜ້າທີ່ຂອງລາວ ຍັງບໍ່ສູງນັ້ນຫລາຍຂຶ້ນ ເພື່ອ ເຄື່ອນໄຫວທຸລະກິດແບບຜິດກົດໝາຍ ໂດຍສະເພາະແມ່ນການສໍ້ໂກງຫລືຫຼອກລວງທາງສື່ສັງຄົມອອນລາຍ ດັ່ງທີ່ນາງສົມ (ນາມແຝງ), ຄົນອະນາໄມເຮືອນເຊົ່າແຫ່ງນຶ່ງ ທີ່ຜູ້ເຊົ່າປາກົດວ່າເປັນກຸ່ມແກັ່ງເຮັດທຸລະກິດສໍ້ໂກງທາງສື່ສັງຄົມອອນລາຍກຸ່ມນຶ່ງ ໃນນະຄອນຫລວງວຽງຈັນ ເລົ່າເຖິງເຫດການທີ່ຫາກໍ່ເກີດຂຶ້ນເມື່ອມໍ່ໆມານີ້ສູ່ຟັງວ່າ:

“ເຂົາເຮັດສູນຄອລເຊັນເຕີ. ດີແຕ່ມື້ເກີດເຫດນັ້ນນ້ອງບໍ່ໄດ້ຢູ່ໃນເຫດການ. ນ້ອງມາເຮັດວຽກຕອນເຊົ້າ ນ້ອງມາຕົ້ມເຂົ້າໂຈ້ກ ແລ້ວນ້ອງກະອອກໄປອີກເຮືອນນຶ່ງໃກ້ກັນຫັ້ນ ບາດແລ້ວເຮືອນນັ້ນບອກວ່າ ອ້າວຢູ່ເຮືອນເຈົ້າຢູ່ຫັ້ນ ຄືມີຕໍາຫລວດຫລາຍແທ້. ຕໍາຫລວດຈີນພຸ້ນໄດ໋ມາເອົາ ເຂົາຈັບໄດ້ຄົນນຶ່ງຢູ່ຈີນແລ້ວ ເຂົາສືບ ນໍາມາຕາມ GPS ແລະກໍປະສານກັບຕໍາຫລວດລາວ. ເຂົາຄົ້ນເອົາໝົດເຄື່ອງເຮືອນຂອງຊານ.”

ເຫດການນີ້ ຖືວ່າສອດຄ່ອງກັນກັບລາຍງານຂ່າວຂອງທ່ານຊົງຣິດ, ໃຫ້ວີໂອເອ ເມື່ອມໍ່ໆມານີ້ວ່າ ຂະນະທີ່ລັດຖະບານຈີນ ສົ່ງເສີມໃຫ້ບໍລິສັດຈີນ ເຂົ້າມາລົງທຶນໃນເຂດລຸ່ມແມ່ນ້ຳຂອງທີ່ລວມມີລາວ, ມຽນມາ ແລະກຳປູເຈຍ ຫລາຍຂຶ້ນ ໂດຍສະເພາະແມ່ນການລົງທຶນ ໃນເຂດເສດຖະກິດພິເສດ ໃນປະເທດເຫລົ່ານີ້ ພວກແກັ່ງອາຊະຍາກອນຈີນ ກໍໄດ້ເຂົ້າມາສະແຫວງຫາຜົນປະໂຫຍດຈາກທຸລະກິດຜິດກົດໝາຍເພີ້ມຂຶ້ນຢ່າງໄວວາເຊັ່ນກັນ ຊຶ່ງພວກເຂົາໄດ້ທໍາການຄ້າຢາເສບຕິດ, ການຄ້າມະນຸດຂ້າມຊາດ, ຄ້າປະເວນີ, ການພະນັນ ແລະການສໍ້ໂກງໃນສື່ອອນລາຍ ແລະການຟອກເງິນໂດຍຜ່ານບ່ອນກາສິໂນ ທີ່ຕັ້ງຢູ່ໃນເຂດເສດຖະກິດພະເສດ. ແຕ່ຢ່າງໃດກໍຕາມ ນັກທຸລະກິດຈີນທີ່ເຮັດທຸລະກິດທີ່ປຶກສາດ້ານການລົງ ທຶນໃນລາວ ເວົ້າວ່າ ການທີ່ມີຊາວອາຊະຍາກອນຈີນ ເຄື່ອນໄຫວທຸລະກິດທີ່ຜິດກົດໝາຍນັ້ນ ຢູ່ໃນລາວ ແລະເຂດລຸ່ມແມ່ນ້ຳຂອງນັ້ນ ບໍ່ໄດ້ເປັນຄົນສ່ວນໃຫຍ່ຂອງຊາວຈີນ ແຕ່ຖືເປັນຄົນຈີນສ່ວນນ້ອຍ ທີ່ບໍ່ມີການສຶກສາ.

ທາງຝ່າຍເຈົ້າໜ້າທີ່ຄຸ້ມຄອງເຂດເສດຖະະກິດພິເສດແຂວງບໍ່ແກ້ວນັ້ນ ກໍໄດ້ຮ່ວມກັບສະພາບໍລິຫານເຂດເສດຖະກິດສາມຫລ່ຽມຄໍາ ໄດ້ອອກລະບຽບການ ເມື່ອກາງເດືອນແລ້ວ ເພື່ອແກ້ໄຂບັນຫາສູນກາງສື່ສັງຄົມອອນລາຍ ຫລື ສູນຄອລເຊັນເຕີ ແລະການສໍ້ໂກງທາງອອນລາຍແບບອື່ນ ແລະເນັ້ນໜັກວ່າ ຈະຕ້ອງມີການປາບປາມການເຄື່ອນໄຫວດັ່ງກ່າວ.

XS
SM
MD
LG