ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ນັກທ່ອງທ່ຽວຈີນ ຄົນນຶ່ງ ຖືກລັກພາໂຕ ໃນ ມາເລເຊຍ (ວີດີໂອ)


ມືປືນສອງຄົນ ທີ່ເຫັນຢືນຢູ່ປາກປະຕູ ບ່ອນຕາກອາກາດ ທີ່ລັດ Sabah ປະເທດມາເລເຊຍ
ມືປືນສອງຄົນ ທີ່ເຫັນຢືນຢູ່ປາກປະຕູ ບ່ອນຕາກອາກາດ ທີ່ລັດ Sabah ປະເທດມາເລເຊຍ
ພວກ​ມື​ປືນ ພາກັນລັກພາ​ໂຕ ນັກ​ທ່ອງ​ທ່ຽວ​ຈີນຄົນ​ນຶ່ງ ​
ແລະ​ພະນັກງານ​ໂຮງ​ແຮມ​ຄົນ​ນຶ່ງ ຢູ່​ທີ່​ບ່ອນ​ຕາກ​ອາກາດ
ແຫ່ງນຶ່ງ ທາງ​ພາກຕາ​ເວັນ​ອອກ ຂອງມາ​ເລ​ເຊຍ ທີ່​ຮູ້ກັນ
ດີ​ວ່າ ພວກກະບົດ​ມີ​ການ​ເຄື່ອນ​ໄຫວນັ້ນ.

ຕຳຫລວດ​ມາ​ເລ​ເຊຍ ກ່າວ​ວ່າ ພວກ​ໂຈມຕີໄດ້ຈັບເອົາ​ຜູ້​
ຍິງ​ສອງ​ຄົນໄປພ້ອມ ເວລາພວກເຂົາບຸກເຂົ້າໄປ​ໃນ​ບ່ອນ
ຕາກອາກາດທີ່ລັດ Sabah ໃນຕອນ​ແລງ​ວັນ​ພຸດ​ວານ​ນີ້
​ແລະ​ຫລົບໜີ​ໄປ​ດ້ວຍ​ເຮືອ ​ແລ່ນອອກສູ່່​ທະ​ເລ.

ຍັງບໍ່​ທັນເປັນ​ທີ່​ຮູ້ກັນເທື່ອ​ວ່າ ​ແມ່ນກຸ່ມໃດ ເປັນຜູ້ທຳການ​ໂຈມ​ຕີໃນຄັ້ງນີ້ ​ແຕ່​ພວກ​ຫົວ​ຮຸນ​ແຮງ​ຈາກພາກ​ໃຕ້​ຂອງຟິລິບ​ປິນ ທີ່ຢູ່​ໃກ້ໆ​ນັ້ນ​ ເຄີຍ​ໄດ້​ລັກພາ​ໂຕ​ໃນລັດ Sabah ​ມາກ່ອນແລ້ວ.

ປັກ​ກິ່ງ ​ໄດ້​ສ​ະ​ແດງຄວາມ​ເປັນ​ຫ່ວງ​ໃນທັນທີ ຕໍ່ລາຍ​ງານ​ການ​ລັກພາ​ໂຕໃນຄັ້ງ ນີ້. ​ເຈົ້າ​ໜ້າ​ທີ່ອົງການ​ຂ່າວ​ຊິນ​ຫົວ ກ່າວ​ວ່າ ກົງສຸນໃຫຍ່ຂອງຈີນ​ໃນມາ​ເລ​ເຊຍ ​ໄດ້​ຈັດການ “ປະ​ຊຸມ​ດ່ວນ” ກັບ​ ບັນດາ​ເຈົ້າ​ໜ້າ​ທີ່ ມາ​ເລ​ເຊຍ.

ລາຍ​ງານກ່າວ​ວ່າ ກົງສຸນ​ຈີນ​ໄດ້​ເລີ້ມ “ກົນໄກສຸກ​ເສີນ 24 ຊົ່ວ​ໂມງ” ນອກ​ຈາ​ກ ນັ້ນ
ພວກເຈົ້າ​ໜ້າ​ທີ່ ກຳລັງອອກຕິດຕາມຫາພວກ​ລັກພາ​ໂຕ. ລາຍງານ​ກ່າວ​ວ່າ ບັນດາ​ເຈົ້າໜ້າ​ທີ່ໄດ້​ໃຫ້​ຄຳໝັ້ນ​ສັນຍາທີ່​ຈະ​ແຈ້ງ​ໃຫ້ປັກ​ກິ່ງຊາບ​ເຖິງ​ການ​ສືບສວນ ສອບ​ສວນ
ກ່ຽວກັບເລື່ອງນີ້.

ການ​ລັກພາ​ໂຕ ມີ​ຂື້ນໃນ​ຂະນະ​ທີ່ຄວາມສຳພັນ ​ລະຫວ່າງຈີນ ກັບມາ​ເລ​ເຊຍພວມມີ
ຄວາມບອບ​ບາງ. ຫລາຍ​ຄົນ​ໃນ​ປະ​ເທດ​ຈີນພາກັນ​ໂກດ​ແຄ້ນຕໍ່ມາ​ເລ​ເຊຍ ກ່ຽວ​ກັບຮັບ
ມືກັບການຊອກ​ຄົ້ນຫາ​ ເຮືອບິນ​ໂດ​ຍສານມາ​ເລ​ເຊຍ ທີ່​ຫາຍ​ສາບ​ສູນ​ໄປ​ນັ້ນ ທີ່​ມີ​ຜູ້
ໂດຍສານ​ສ່ວນ​ໃຫຍ່​ເປັນ​ຊາວ​ຈີນ.

MALAYSIA CHINA KIDNAP SOTVO
please wait

No media source currently available

0:00 0:01:19 0:00
XS
SM
MD
LG