ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄາດວ່າ ຈະມີ ນັກທ່ອງທ່ຽວຈີນ ເຂົ້າມາທ່ຽວ ສະຫະລັດ ຫລາຍຂຶ້ນ (ວີດີໂອ ພາສາລາວ)


Chinese Tourism to US Expected to Grow
please wait

No media source currently available

0:00 0:02:55 0:00

ເບິ່ງລາຍງານ ກ່ຽວກັບເລື່ອງນີ້ ເປັນພາສາອັງກິດ.

ນະຄອນ San Francisco ແມ່ນ​ເປັນ​ຈຸດ​ຢຸດ​ແວ່ແຫ່ງ​ສຳຄັນໃນ
​ສະຫະລັດ ສຳ​ຫລັບ​ພວກ​ນັກ​ທ່ອງ​ທ່ຽວ​ຊາວ​ຈີນ ​ແລະ ຂໍ້​ຕົກລົງ​
ສະບັບໜຶ່ງ ​ລະຫວ່າງ​ສະຫະລັດ​ກັບ​ຈີນ ທີ່​ປະກາດ​ໃຫ້​ຊາບໃນ​
ເດືອນ​ພະຈິກ​ນັ້ນ ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ
​ທ່ຽວ​ຈີ​ນ ​ເຂົ້າ​ມາ​ຍັງ​ສະຫະລັດ ​ໃນ​ຈຳນວນ​ຫລາຍ​ຕື່ມ​ຂຶ້ນ. ນັກ​
ຂ່າວ​ວີ​ໂອ​ເອ Mike O'Sullivan ​ໄດ້​ໂອ້​ລົມ​ກັບ​ນັກ​ທ່ອງ​ທ່ຽວ​ຈີນ
​ຈຳນວນ​ໜຶ່ງ ທີ່​ນະຄອນ San Francisco ເຖິງ​ເຫດຜົນ​ທີ່​ວ່າ ​
ເປັນ​ຫຍັງ​ເຂົາ​ເຈົ້າ​ຈຶ່ງ​ມັກ​ເມືອງ​ນັ້ນ ຊຶ່ງ​ດາຣາມີ​ລາຍ​ລະອຽດ​ມາ
ສະ​ເໜີ​ທ່ານ.

ເບິ່ງວີດີໂອ ລາຍງານນີ້ເປັນພາສາລາວ:

ບັນດາ​ເມືອງ​ໃຫຍ່ໆ​ໃນ​ຝັ່ງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ ​ແມ່ນ​ເປັນ​ຈຸດທ່ອງ​ທ່ຽວ ທີ່​ກຸ່ມ​ທົວ
ທ່ອງທ່ຽວຈາກປະ​ເທດຈີນ ຈະ​ຕ້ອງ​ຢຸດ​ແວ່​ຢ້ຽມຢາມ ​ເພື່ອ​ຊົມພວກ​ສະຖານ​ທີ່​ໆ​ເປັນ​ຫລັກ​ເມືອງ​ອັນ​ສຳຄັນ​ໆ ​ເຊັ່ນ​ຂົວສີສົ້ມ ຫລື Golden Gate Bridge ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ນະ
ຄອນ San Francisco ນັ້ນ. ນາງ Li Hong ທີ່​ມາ​ກັບລູກ​ສາວ ​ເວົ້າ​ວ່າ ມັນ​ໜ້າ​ປະ​ທັບ​ໃຈ
ຫລາຍ.

ນາງ ຫລີ ຫົງ ​ເວົ້າ​ວ່າ “ມັນ​ງາມ​ຫລາຍ. ນີ້​ແມ່ນ​ເທື່ອ​ທຳ​ອິດ​ທີ່​ຂ້ອຍ​ມາສະ​ຫະລັດ.
ມັນ​ງາມ​ຫລາຍ ​ເພາະວ່າ ດຽວ​ນີ້​ຢູ່​ປະ​ເທດ​ຈີນ ມີ​ບັນຫາ​ເລື່ອງ​ມົນ​ລະ​ພິດ​ຫລາຍ.
ຂ້ອຍ​ກໍ​ເລີຍ​ຮູ້ສຶກ​ວ່າ ອາກາດ​ຢູ່​ນີ່​ມັນ​ດີ​ກ່ວາ​ຫລາຍ ຟ້າ​ເປັນ​ສີ​ຄາມ ​ເມກ​ເຝື້ອ​ກໍ
​ຂາວ. ຢູ່​ຈີນ ​ແມ່ນ​ຈະ​ຫາ​ເບິ່ງ​ໄດ້​ຍາກ.
ຢູ່​ນີ່ ຜູ້​ຄົນ​ກໍ​ມີ​ໜ້ອຍ​ກ່ວາ ​ແລະ​ຕຶກ​ກໍ​ບໍ່​ສູງ
​ຫລາຍ. ຄວາມ​ຮູ້ສຶກປະ​ທັບ​ໃຈ​ເທື່ອ​ທຳ​ອິດ​ຂອງ​ຂ້ອຍ ​ແມ່ນ​ດີ​.”

ຄາດ​ວ່າ ຈຳນວນ​ນັກ​ທ່ອງ​ທ່ຽວ​ຈາກ​ຈີນ ຈະ​ມີ​ຫລາຍ​ຂຶ້ນ ຫລັງ​ຈາກ​ທີ່​ສະຫະລັດ​ກັບ​ຈີນ
​ໄດ້​ປະກາດ​ໃນ​ເດືອນ​ພະຈິກ​ວ່າ ພວກ​ຕົນ​ຈະ​ຕໍ່​ກຳນົດ​ເວລາ ສຳ​ຫລັບ​ຂໍ​ວີ​ຊ່າເຂົ້າປະ​ເທດ
ໄດ້​ຫລາຍ​ເທື່ອ ສຳ​ຫລັບນັກທ່ຽວ​ທ່ຽວ​ຈາກປະ​ເທດຂອງ​ກັນ​ແລະ​ກັນນັ້ນອອກ​ໄປ ​ຈາ​ກທີ່​ອະນຸຍາດ​ໃຫ້​ພຽງ​ປີ​ດຽວ​ໃນ​ປັດຈຸບັນ​ນີ້ ​ເປັນຫລາຍຮອດ​ 10 ປີ.

Harry Chen ຈາກ​ບໍລິສັດ​ທົວ Joy Holiday ​ຢູ່ San Francisco ທີ່ພາ​ນັກ​ທ່ອງ​ທ່ຽວ
ຈາກ​ເອ​ເຊຍ ໄປ​ຢ້ຽມ​ຊົມ​ຫົວ​ເມືອງ ​ແລະ​ສະຖານ​ທີ່​ທ່ອງ​ທ່ຽວຕ່າງໆ​ໃນ​ສະຫະລັດ ອັນ​
ໂຮ​ມທັງ​ສວນຫລວງທີ່​ສຳຄັນ ​ແລະ​ສວຍ​ງາມນັ້ນ ກ່າວ​ວ່າ ການ​ປ່ຽນ​ກຳນົດ​ວີ​ຊ່າ​ດັ່ງກ່າວ
ຈະ​ຊ່ວຍ​ເສດຖະກິດ​ຂອງ​ທັງ​ສອງ​ປະ​ເທດ.

Harry Chen ​ເວົ້າ​ວ່າ “​ແລະ​ຂ້ອຍກໍ​ຄິດ​ວ່າ ມັນ​ເປັນ​ວິທີ​ທີ່​ຍິ່ງ​ໃຫຍ່ ​ເພື່ອ​ໃຫ້
​ວັດທະນະທຳ​ທັງ​ສອງ ​ໄດ້​ຮຽນ​ຮູ້​ຊຶ່ງ​ກັນ​ຈາກ​ກັນ ​ເພື່ອ​ກໍ່ສ້າງ​ມິດຕະພາບ ​
ແລະ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ.”


ນາງ Ni Xi ຈາກ​ເຂດ​ເສດຖະກິດ​ພິ​ເສດ Shenzhen ກັບ​ໝູ່​ອີກ​ສອງ​ຄົນ ທີ່ມາ​ນຳ​ກັນ
ແມ່ນ​ຈະ​ພາກັນ​ໄປ​ຢ້ຽມ​ຊົມສະຖານ​ທີ່​ທ່ອງ​ທ່ຽວ ​ເຫລົ່າ​ນັ້ນ​ຫລາຍໆ​ແຫ່ງ. ນາ​ງ Ni Xi
ກ່າວ​ວ່າ ​ນາງ​ກັບ​ໝູ່ ​ຫາ​ກໍ​ເລີ້ມ​ການ​ຢ້ຽມຢາມ​ຂອງ​ເຂົາ​ເຈົ້າ ທີ່ແຊນ ແຟຣນຊິສໂກ.

Ni Xi ​ເວົ້າ​ວ່າ “ພວກ​ເຮົາ​ມາ​ ​ແຊນ ​ແຟຣນຊິ​ສ​ໂກ ພຽງ​ແຕ່​ມື້​ດຽວເທົ່າ​ນັ້ນ.
ບາດ​ແລ້ວ ພວກ​ເຮົາ​ກໍ​ຈະ​ໄປ ລອສ ​ແອນ​ຈີ​ແລ​ສ ຕໍ່ ປະມ​ານ 3 ຫາ 4 ມື້.
ພວກ​ຂ້ອຍ​ຢາກ​ໄປ​ຊອບ​ປິ້ງຢູ່​ລອສ ​ແອນ​ຈີ​ແລ​ສ. ບາດແລ້ວ ພວກ​ເຮົາ​ກໍ
​ຈະ​ໄປ​ເບິ່ງ​ເຫວ
Grand Canyon ​ກັບ ລັສ ​ເວ​ກັສ. ສຳ​ຫລັບ​ຂ້ອຍ​ເອງ​
ແລ້ວ
ແມ່ນ​ຢາກ​ໄປ​ເຫັນ​ທິວ​ວະ​ທັດ​ອັນສວຍ​ງາມ ​ແລ້ວ​ຂ້ອຍ​ກໍ​ຢາກ​ໄປ​
ຫລິ້ນ​ກາ​ຊີ​ໂນ ຢູ່​ລັສ ​ເວ​ກັສ ຄື​ກັນ ​ແລະ​ໄປ​ຍ່າງເລາະ​ ເບິ່ງ​ເມືອງ.”

ພວກ​ນັກ​ທ່ອງ​ທ່ຽວ​ທີ່​ໄປ​ຢ້ຽມຢາມ San Francisco ​ແມ່ນ​ຈະ​ພາກັນ ໄປ​ຊົມ​ຄຸ້ມ​ສວຍ​
ງາມຕ່າງໆ ທີ່​ເປັນ​ເອກະ​ລັກ​ຂອງ​ເມືອ​ງ ​ເຊັ່ນຄຸ້ມ Haight-Ashbury ທີ່​ເປັນສະຫວັນ
​ຂອງ​ຊາວ​ໜຸ່ມ​ໃນ​ສະ​ໄໝ​ຊຸມ​ປີ1960 ​ແລະ​ຄຸ້ມ Castro ຂອງ​ພວກ​ກະ​ເທີຍຊາຍແລະຍິງ. LanKun Weidner ຄົນ​ນຳ​ທ່ຽວ​ຫລືທົວ​ໄກ ກ່າວ​ວ່າ ພວກ​ນັກ​ທ່ອງ​ທ່ຽວ​ຈີນມັກ​ຄວາມ
ຫລາກ​ຫລາຍ​ຂອງ​ເມືອງ ​ເຫັນ​ວ່າ​ມັນ​ໜ້າ​ຕື່ນ​ເຕ້ນ​ດີ.

LanKun ​ເວົ້າ​ວ່າ “​ເຂົາ​ເຈົ້າ​ໄດ້​ເຫັນ​ຜູ້​ຄົນຈາກ​ຫລາຍໆ​ຊາດ​ ຫລາຍໆປະ​ເທດ
ທັງ​ອາຫານ​ການ​ກິນ ​ແລະ​ສະຖາປັດ​ຕະຍະ​ກຳ ​ແລະ​ແມ່ນ​ແຕ່ ວິຖີ​ຊີວິດ.”

ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ເມືອງ ບໍລິສັດນຳທ່ຽວ "All About Chinatown" ຂອງ Linda Lee ​
ແມ່ນ​ໃຫ້ການ​ບໍລິ​ການ​ນຳ​ທ່ຽວ​ແບບ​ພາຍ່າງ​ຊົມ​ບໍລິເວນຄຸ້ມຄົນຈີນ ຫລື China Town
ຊຶ່ງອຳນວຍ​ໃຫ້​ພວກ​ນັກ​ທ່ອງ​ທ່ຽວ​ ທັງ​ຊາວ​ຕາ​ເວັນ​ຕົກແລະ​ຊາວ​ຈີນ​ໄດ້​ຮຽນ​ຮູ້ກ່ຽວ​ກັບ
ປະຫວັດສາດ​ຂອງ​ຊາວ​ຈີນ ຢູ່ໃນເຂດຝັ່ງ​ຕາ​ເວັນ​ຕົກ​ຂອງ​ສະຫະລັດ.

ສຳ​ຫລັບ​ພວກ​ນັກ​ທ່ອງ​ທ່ຽວ​ຈາກ​ເອ​ເຊຍ​ນັ້ນ ສະຖານ​ທີ່​ບາງ​ແຫ່ງ​ກໍ​ແມ່ນລື້​ງຫູ​ລື້​ງຕາ ​ເຊັ່ນ
ຮ້ານ​ຂາຍ​ຢາ​ພື້ນ​ເມືອງ​ຈີນ ​ເປັນ​ຕົ້ນ. ​ແຕ່​ກໍ​ມີ​ສິ່ງ​ອື່ນໆ​ທີ່​ແປກ​ໃໝ່ ​ເຊັ່ນ​ເຂົ້າໜົມນຳໂຊກ
ຫລື fortune cookie ທີ່​ເອົາ​ມາ​ເສີບເປັນຂອງຫວານ ຢູ່​ຮ້ານ​ອາຫານ​ຈີນ ຊື່ນ​ເປັນ​ສິ່ງ​ທີ່
ຊາວ​ອາເມຣິກັນ​ເຊື້ອສາຍ​ຈີນ​ປະດິດຂຶ້ນ​ມາ ຢູ່​ລັດ​ແຄ​ລິ​ຟໍ​ເນຍ ແລະ​ມັນ​ກໍ​ເປັນ​ສ່ວນ​ໜຶ່ງ
ຂອງ​ປະຫວັດສາດຂອງນະຄອນ ​ແຊນ ​ແຟຣນຊິ​ສ​ໂກ ​ແລະ​ປະຫວັດສາດ​ຂອງ​ອາ​ເມຣິກາ
ທີ່​ນັກ​ທ່ອງ​ທ່ຽວ​ຈາກ​ປະ​ເທດ​ຈີນ ​ໃນ​ຈຳນວນ​ຫລາຍ​ຂຶ້ນ​ເລື້ອຍໆ ກຳລັງປະສົບ​ພົບ​ພໍ້.

ວີດີໂອ: ສະຫະລັດຈັດທຳຮູບເງົາໂຄສະນາ ເພື່ອດຶງດູດນັກທ່ອງທ່ຽວ ຈາກຈີນ:

US Seeks More Tourists from China
please wait

No media source currently available

0:00 0:02:15 0:00

XS
SM
MD
LG