ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ບໍລິຫານ ລະດັບສູູງ ບໍລິສັດ ເທັກໂນໂລຈີ ຈີນ ປະເຊີນກັບ ຂໍ້ກ່າວຫາສໍ້ໂກງ ໃນ ສະຫະລັດ


ແມ່ຍິງຄົນນຶ່ງ ຍ່າງຜ່ານປ້າຍໂຄສະນາ ສຳລັບ ບໍລິສັດ ຮວາເວ ຢູ່ສະຖານີລົດໄຟໃຕ້ດິນ ໃນ ຮ່ອງກົງ, ວັນທີ 5 ທັນວາ 2018.
ແມ່ຍິງຄົນນຶ່ງ ຍ່າງຜ່ານປ້າຍໂຄສະນາ ສຳລັບ ບໍລິສັດ ຮວາເວ ຢູ່ສະຖານີລົດໄຟໃຕ້ດິນ ໃນ ຮ່ອງກົງ, ວັນທີ 5 ທັນວາ 2018.

ຜູ້ບໍລິຫານລະດັບສູູງ ຂອງບໍລິສັດເທັກໂນໂລຈີ ຈີນ ປະເຊີນກັບຂໍ້ຫາກ່າວຫາໂດຍ
ສະຫະລັດ ທີ່ກ່ຽວຂ້ອງກັບ ການຕົກລົງດ້ານທຸລະກິດກັບ ອີຣ່ານ ອີງຕາມ ໄອຍະການ
ຂອງການາດາ ທີ່ໄດ້ກ່າວໃນວັນສຸກວານນີ້ ຫຼັງຈາກມີການຈັບກຸມ ຜູ້ບໍລິຫານດັ່ງກ່າວ
ທີ່ໄດ້ເຮັດໃຫ້ຕະຫຼາດການເງິນຢູ່ທົ່ວໂລກ ສັ່ນສະເທືອນ.

ຕໍ່ໜ້າສານທີ່ມີຜູ້ຄົນເຂົ້າຊົມເຕັມສານ ໃນນະຄອນແວນຄູເວີ ໄອຍະການຂອງການາດາ
ໄດ້ຖົກຖຽງວ່າ ທ່ານນາງ ເໝິງ ວານຊູ ຜູ້ທີ່ເປັນຫົວໜ້າເຈົ້າໜ້າທີ່ຝ່າຍການເງິນ ຂອງ
ບໍລິສັດຍັກໃຫຍ່ດ້ານເທັກໂນໂລຈີ ຮວາເວ (Huawei) ຄວນຖືກປະຕິເສດ ບໍ່ໃຫ້ປະກັນ
ໂຕ ໂດຍລໍຖ້າ ຄວາມເປັນໄປໄດ້ ໃນການພິຈາລະນາການສົ່ງຜູ້ຮ້າຍຂ້າມແດນ ໄປໃຫ້
ສະຫະລັດ ຍ້ອນວ່າ ຜູ້ກ່ຽວອາດສ່ຽງທີ່ຈະບິນໜີ.

ໄອຍະການທ່ານນີ້ ໄດ້ເປີດເຜີຍວ່າ ນາງ ເໝິງ ເປັນຜູ້ທີ່ທາງການສະຫະລັດ ຕ້ອງການ
ໂຕ ສຳລັບການຫລອກລວງ ຕໍ່ສະຖາບັນການເງິນຫຼາຍແຫ່ງ ກ່ຽວກັບສາຍສຳພັນລະ
ຫວ່າງ ບໍລິສັດ ຮວາເວ ແລະ ບໍລິສັດ ເທັກໂນໂລຈີ ອີກແຫ່ງນຶ່ງ ຄື SkyCom ທີ່ມີຫ້ອງ
ການ ຕັ້ງຢູ່ໃນຮ່ອງກົງ ທີ່ປາກົດວ່າ ໄດ້ຂາຍເທັກໂນໂລຈີ ທີ່ຜະລິດໂດຍສະຫະລັດ ໃຫ້
ແກ່ ອີຣ່ານ ຊຶ່ງເປັນການລະເມີດ ຕໍ່ມາດຕະການລົງໂທດດ້ານການຄ້າຂອງສະຫະລັດ.

ໃນຂັ້ນຕົ້ນຂອງຄະດີຄວາມຕໍ່ນາງ ເໝິງ ບັນດາໄອຍະການ ໄດ້ກ່າວຫາ ໃນລະຫວ່າງ
ການພິຈາລະນາຮັບຟັງຄະດີ ເປັນເວລາ 5 ຊົ່ວໂມງ ວ່າ ນາງ ບໍ່ໄດ້ຈິງໃຈ ຕໍ່ທະນາຄານ
ສະຫະລັດຫຼາຍແຫ່ງ ທີ່ໄດ້ຖາມນາງກ່ຽວກັບ ການເຊື່ອມໂຍງ ບະຫວ່າງ ສອງບໍລິສັດ
ດັ່ງກ່າວນັ້ນ.

ທະນາຍຄວາມຜູ້ຕາງໜ້າໃຫ້ນາງເໝິງ ຄືທ່ານເດວິດ ມາຣຕິນ ໄດ້ກ່າວບອກສານວ່າ
“ບໍ່ມີຫຼັກຖານ” ທີ່ວ່າ ບໍລິສັດ SkyCom ເປັນບໍລິສັດຍ່ອຍ ຂອງບໍລິສັດ ຮວາເວ ໃນ
ລະຫວ່າງ ໄລຍະທີ່ເປັນຄຳຖາມ ໃນປີ 2013 ແລະ ໃນປີ 2014.

ການພິຈາລະນາ ການປະກັນໂຕ ແມ່ນມີກຳນົດຈະເລີ້ມຄືນອີກ ໃນວັນຈັນຈະມາເຖິງນີ້.

ຖ້າຫາກຖືກສົ່ງໂຕ ໄປໃຫ້ສະຫະລັດ ນາງເໝິງ ຈະປະເຊີນກັບຂໍ້ກ່າວຫາຫຼາຍກະທົງ ຖານສົມຮູ້ຮ່ວມຄິດ ເພື່ອຫລອກລວງ ສະຖາບັນການເງິນຫຼາຍແຫ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG