ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ພິຈາລະນາ ຈະຊື້ ບໍລິສັດ MoneyGram


ສັນຍາລັກ ບໍລິສັດ MoneyGram ທີ່ເຫັນຢູ່ນອກທະນາຄານ Vienna ປະເທດ Austria.
ສັນຍາລັກ ບໍລິສັດ MoneyGram ທີ່ເຫັນຢູ່ນອກທະນາຄານ Vienna ປະເທດ Austria.

ອຸດສາ​ຫະກຳ​ການ​ເງິນ​ກຳລັງ​ສີ້ງຊອມ​ເບິ່ງ​ຢ່າງ​ໃກ້ຊິດ ​ເລື່ອງ​ທີ່ກຳລັງ​ເກີດ​ຂຶ້ນ​ກັບ ບໍລິ
ສັດ Alibaba ​ຊຶ່ງ​ເປັນ​ເຄືອ​ຂ່າຍ​ຂອງ​ອົງການ ການ​ເງິນ Ant ​ໃນ​ຄວາມ​ພະຍາຍ​າມທີ່​
ຈະ​ຊື້ເອົາບໍລິສັດ MoneyGram ສາກົນ​ ທີ່ມີ​ຫ້ອງການຕັ້ງ​ຢູ່ນະຄອນ Dallas ທີ່​ເປັນ​
ບໍລິສັດສົ່ງ​ເງິນ​ໃຫຍ່ສຸດທີສອງ​ຂອງ​ໂລກຮອງ​ຈາກບໍ​ລິ​ສັດ Western Union. ບໍລິສັດ
Ant ​ກຳ​ລັງສະ​ເໜີ​ເງິນ 1 ພັນ 2 ຮ້ອຍ​ລ້ານ​ໂດ​ລາ​ຫລາຍ​ກວ່າ​ຄູ່​ແຂ່ງ ຄື​ບໍລິ​ສັດ
Euronet Worldwide ທີ່​ມີ​ສຳນັກງານ​ຢູ່​ໃນສະຫະລັດ.

ຖ້າ​ຫາກ​ສຳ​ເລັດຂໍ້​ຕົກ​ລົງ​ຈະ​ເຮັດ​ໃຫ້ບໍລິສັດການ​ເງິນ Ant ​ເປັນ​ບໍລິສັດ​ໃຫຍ່ທີ່​ເຂົ້າ​ຫາ
ລະບົບ​ອັນ​ໃຫຍ່​ຫລວງ​ຂອງ MoneyGram ທີ່​ມີ​ສາຂາປີກ​ຫຍ່ອຍ​ຢູ່ 350,000 ​ແຫ່ງ
ບັນດາໄປສະນີ ​ແລະ​ທະນາຄາ​ນ ຢູ່​ທົ່ວ 200 ປະ​ເທດ. ປັດຈຸ​ບັນ​ນີ້ ທຸລະ​ກິດ​ຂອງ​ບໍລິ
ສັດ Ant ສ່ວນໃຫຍ່​ອີງ​ໃສ່​ເງິນ​ຢວນຂອງ​ຈີນ.

ໂຕກາຕູນຂອງບໍລິສັດການເງິນ Ant ທີ່ເຫັນຢູ່່ຫ້ອງການໃນເມືອງ Hangzhou ແຂວງ Zhejiang ປະເທດຈີນ.
ໂຕກາຕູນຂອງບໍລິສັດການເງິນ Ant ທີ່ເຫັນຢູ່່ຫ້ອງການໃນເມືອງ Hangzhou ແຂວງ Zhejiang ປະເທດຈີນ.

ການ​ຊື້​ຂາຍ​ຈະ​ເຮັດ​ໃຫ້​ກອງ​ທຶນ​ເງິນ​ໂດ​ລາ ​ແລະ​ບັນຊີເງິນ​ພິ​ເສດ ທີ່​ບໍລິຫານ​ກອງທືນ.

ທ່ານ Jacob Cooke ຫົວໜ້າ​ບໍລິຫານ ຂອງ Web Presence ຢູ່​ໃນ​ປະ​ເທດ​ຈີນ
ກ່າວ​ຕໍ່ວີ​ໂອ​ເອ ວ່າ "ຖ້າ​ຫາກ​ທ່ານ​ເບິ່ງ MoneyGram ອັນ​ທີ່​ເຂົາ​ເຈົ້າ​ອາດ​ຈະ​ເຮັດ​ຢູ່​
ທີ່​ນີ້ ​ແກ່ການ​ເງິນ​ຂອງ Ant ກໍ​ຄື​ນຳ​ເອົາ​ຈຸດ​ພິ​ເສດ​ທີ່ສຳຄັນ​ກັບ​ບັນ​ຊີ​ເງິນ​ພິ​ເສດ ​ແລະ​
ຈະ​ສາມາດ​ເກັບ​ກຳ​ເອົາ​ເງິນ​ໂດ​ລາ​ຢ່າງ​ຫລວງຫລາຍ. ​ນັ້ນ ​ແນ່ນອນ​ວ່າ ຈະ​ເຮັດ​ໃຫ້
​ເຂົາ​ເຈົ້າ​ເຂົ້າ​ຫາ​ໂອກາດ​ຫລາຍໆ​ຢ່າງຂອງ​ການບໍລິການໆງິນ Ant.”​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG