ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວຈີນ ຫຼັ່ງໄຫຼໄປທ່ຽວ ຕ່າງປະເທດ ທັງໆທີ່ ເສດຖະກິດ ຫຼຸດຖອຍ


ພວກນັກທ່ອງທ່ຽວຈີນ ຖ່າຍຮູບທີ່ພະຣາຊະວັງຫຼວງ ໃນບາງກອກ.
ພວກນັກທ່ອງທ່ຽວຈີນ ຖ່າຍຮູບທີ່ພະຣາຊະວັງຫຼວງ ໃນບາງກອກ.

ການ​ຫັນປ່ຽນ​ຂອງ​ຈີນ ​ໄປ​ສູ່​ການ​ເປັນ​ເສດຖະກິດນຳພາ​ໂດຍ
​ການ​ບໍລິ​ໂພ​ກນັ້ນກຳລັງ​ເສີມ​ຂະຍາຍ​ອຸດສາຫະກຳ​ການທ່ອງ
ທ່ຽວ​ຂອງ​ໂລກ.

ຈຳນວນ​ພວກ​ນັກ​ທ່ອງ​ທ່ຽວ​ລະຫວ່າງ​ປະ​ເທດ​ຈາກ​ຈີນ​ໄດ້​ເພີ້ມ
ຂຶ້ນ 53 ​ເປີ​ເຊັນ​ໃນ​ປີ 2015 ຈາກ​ປີ​ກ່ອນ ອີງ​ຕາມ​ສະພາ​ການ​
ເດີນທາງ​ ແລະ​ທ່ອງ​ທ່ຽວ​ຂອງໂລກ ຊຶ່ງ​ເປັນ​ອົງການ​ບໍ່​ຫວັງ​ຜົນ
​ກຳ​ໄລ ​ຕັ້ງຢູ່​ທີ່​ນະຄອນຫລວງລອນດອນ ທີ່​ທຳການ​ສຶກສາຄົ້ນ
ຄວ້າ​ກ່ຽວ​ກັບ​ການທ່ອງທ່ຽວ​ຂອງ​ໂລກ​ນັ້ນ.

​ໃນ​ຮອບ​ຫ້າ​ປີຜ່ານມາ​ນີ້ ຈຳນວນ​ພວກນັກ​ທ່ອງ​ທ່ຽວ​ຊາວ​ຈີນ​
ໄດ້​ເພີ້ມຂຶ້ນ​ເປັນ 120 ລ້ານຄົນ ຄື​ນຶ່ງ​ໃນສິບ​ຄົນ​ໃດ​ຂອງ​ພວກນັກທ່ອງ​ທ່ຽວ​ລະຫວ່າງ​ປະ​
ເທດ ​ແມ່ນ​ມາ​ຈາກ​ຈີນ.

ທ່ານ James Roy ນັກວິ​ເຄາະ​ທຸລະ​ກິດ​ທີ່​ກຸ່ມ​ຄົ້ນຄວ້າ​ກ່ຽວ​ກັບ​ຕະຫຼາດ​ຈີນກ່າວ​ວ່າ ພວກ
​ນັກ​ທ່ອງ​ທ່ຽວ​ຈີນ​ ແມ່ນ​ພາກັນ​ເດີ​ນທາງ​ອອກ​ໄປ​ໄກ​ ຈາກ​ປະ​ເທດຫລາຍຂຶ້ນ ແລະ​ໄປ​ຢ້ຽມ
ຢາມ ສະຖານ​ທີ່​ຕ່າງໆ​ເພີ້ິ້ມຂຶ້ນ. ທ່ານ Roy ກ່າວ​ວ່າ ທ່ານ​ຄົງ​ຮູ້​ດີໃນ​ອະດີດ​ຜ່ານ​ມາ ສ່ວນ​
ໃຫຍ່​ແລ້ວແມ່ນ​ກ່ຽວ​ກັບ​ການ​ຊື້​ໂມງ​ຫຼືກະ​ເປົາ​ລາຄາແພງໆແລະ​ສະ​ແດງ​ໃຫ້​ຜູ້​ຄົນຮູ້ຈັກແຕ່
​ດຽວ​ນີ້ສ່ວນ​ໃຫຍ່​ແລ້ວ ​ແມ່ນ​ກ່ຽວກັບ​ການ​ລົງ​ຂ່າວ ​ຫຼື​ແຈ້ງ​ໃຫ້​ຮູ້​ທາງ​ສື່​ສັງ​ຄົມ​ ໃນ​ການ​ເດີນ
ທາງ​ໄປ​ຢ້ຽມຢາມສະຖານ​ທີ່​ພິ​ເສດ​ທີ່​ເຂົາ​ເຈົ້າ​ໄດ້​ໄປ​ຢ້ຽມຢາມ​ມາ.

ຈຳນວນ​ພວກ​ນັກ​ທ່ອງ​ທ່ຽວ ​ທີ່​ເດີນທາງ​ໄປ​ຢ້ຽມຢາມ​ຈີນ ​ກໍ​ເພີ້ມຂຶ້ນ ​ເຊັ່ນ​ດຽວ​ກັນ ​ແຕ່​ກໍ​ບໍ່
​ຫຼາຍ ຄື​ມີ​ພຽງແຕ່ 2.2 ​ເປີ​ເຊັນ​ໃນ​ປີ 2015. ການທ່ອງທ່ຽວ​ແມ່ນ​ໃຫ້ການ ສະໜັບສະໜຸນ
​ແກ່​ວຽກ​ເຮັດ​ງານ​ທຳ​ 65 ລ້ານ​ວຽກ​ຢູ່​ໃນ​ຈີນ ​ແລະ​ປະກອບ​ເປັນ 9​ ​ເປີ​ເຊັນ ​ຂອງ​ຍອດ​ຜະ
ລິດ​ຮວມພາຍ​ໃນ.​ ມີ​ຊາວ​ຕ່າງປະ​ເທດ ​ເກືອບ 57​ ລ້ານຄົນ ​ໄດ້​ເດີນທາງ​ໄປ​ຢ້ຽມຢາມ​ຈີນ​
ໃນ​ປີ 2015 ​ແລະ​ໃຊ້​ຈ່າຍ​ເງິນ​ຫລາຍ​ກວ່າ 57​ ພັນ​ລ້ານ​ໂດ​ລາ. ​ແຕ່​ໂຕ​ເລກ​ນີ້​ແມ່ນ​ໜ້ອຍ​
ກວ່າ​ຈຳນວນ​ທີ່​ພວກ​ນັກ​ທ່ອງ​ທ່ຽວ​ຈີນ​ໄດ້​ໃຊ້​ຈ່າຍ​ຢູ່​ໃນ​ຕ່າງປະ​ເທດ. ​ໃນ​ປີ​ກາຍ​ ພວກ​ນັກ​
ທ່ອງ​ທ່ຽວ​ຈີນ​ໄດ້​ໃຊ້​ຈ່າຍ​ເງິນ 215 ພັນລ້ານ​ໂດ​ລາ ​ຢູ່​ໃນ​ຕ່າງປະ​ເທດ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG