ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

​ຕະຫຼາດຮຸ້ນ​ຈີນ​ ຖີບຕົວສູງຂຶ້ນນ້ອຍນຶ່ງ ແລະ​ຕະຫຼາດຮຸ້ນ​ເອເຊຍ ອື່ນໆ ຕົກຕ່ຳລົງ


ຊາຍຜູ້ນຶ່ງຍ່າງຜ່ານ ປ້າຍໄຟ ທີ່ສະແດງ ເຖິງລາຄາຕະຫຼາດຮຸ້ນ ໃນປັກກິ່ງ, ວັນຈັນ 11 ມັງກອນ, 2016.
ຊາຍຜູ້ນຶ່ງຍ່າງຜ່ານ ປ້າຍໄຟ ທີ່ສະແດງ ເຖິງລາຄາຕະຫຼາດຮຸ້ນ ໃນປັກກິ່ງ, ວັນຈັນ 11 ມັງກອນ, 2016.

ຕະຫຼາດ​ຮຸ້ນ​ຂອງ​ເອ​ເຊຍ ​ໄດ້​ຢູ່​ໃນ​ສະພາບ​ຂຶ້ນໆ​ລົງ ​ໃນ​ວັນ​ອັງຄານ​ມື້​ນີ້ ​ໂດຍ​ທີ່​ຕະຫຼາດຮຸ້ນ​ຈີນ​ມີ​ລາຍາ​ສູງ​ຂຶ້ນ​ເລັກ​ນ້ອຍ ​ໃນ​ຕອນອັດ​ຕະຫລາດ​ ຫຼັງຈາກ​ທີ່​ໄດ້​ຕົກ​ຕ່ຳລົງ​ຢ່າງ​ຫຼວງຫຼາຍ ໃນ​ວັນ​ຈັນ​ວານ​ນີ້.

ພວກ​ນັກ​ລົງທຶນ​ຍັງ​ມີ​ຄວາມ​ລະມັດ​ລະວັງ ​ແລະ​ຍັງ​ມີ​ຄວາມບໍ່​ໝັ້ນ​ໃຈ​ ກ່ຽວ​ກັບນະ​ໂຍບາຍ​ ​ເສດຖະກິດຂອງ​ປັກ​ກິ່ງ ​ແລະ​ສະພາບ​ເສດຖະກິດ​ທີ່​ບໍ່​ເຂັ້ມ​ແຂງ​ນັ້ນ.

ຫຼັງ​ຈາກ​ທີ່​ໄດ້​ສູນ​ເສຍ 5 ​ເປີ​ເຊັນໃນ​ວັນ​ຈັນ​ວານ​ນີ້ ຊຶ່ງຮວມທັງ​ໝົດ​ເປັນ 15 ​ເປີ​ເຊ​ນໃນ​ປີ​ນີ້ ຕະຫຼາດ​ຮຸ້ນນະຄອນຊຽງ​ໄຮ້ ທີ່​ຕົກ​ຕ່ຳລົງ ກ່ອນ​ການ​ປິດ​ຕະຫຼາດ ​ໄດ້​ຖີບ​ໂຕ​ຂຶ້ນ​ໄປ ​ໃນເຂດບວກ ເປັນ .2 ເປີ​ເຊ​ນ.

​ໃກ້​ຕອນ​ຈະ​ປິດ​ຕະຫລາດ​ແລ້ວນັ້ນ ຕະຫຼາດ​ຮຸ້ນຮົງ​ກົງ ຊຶ່ງ​ໄດ້​ຕົກລາຄາ​ໃນ​ວັນ​ຈັນ​ວານ​ນີ້ ກໍ​ຫລຸດ​ລົງ​ຕື່ມ​ອີກເກືອບ 0.7 ເປີ​ເຊ​ນ.

ຫຼັງ​ຈາກ​ທີ່ໄດ້​ປິດຕະຫຼາດ​ຮຸ້ນ​ ໃນ​ວັນພັກ ​ວັນ​ຈັນ​ຜ່ານ​ມາ​ນີ້ ​ຕະຫຼາດໂຕ​ກຽວ ​ໄດ້​ປິດ​ລົງ ​ໂດຍ​ຮຸ້ນ​ຕົກລົງ 2.7 ເປີ​ເຊ​ນ ຊຶ່ງ​ເປັນ​ການ​ຕົກ​ຕ່ຳ​ສຸດ ​ໃນ​ຮອບ​ເກືອບ​ນຶ່ງ​ປີ. ຕະຫຼາດ​ຮຸ້ນ​ໃນ​ຊິດ​ນີ ກໍ​ຕົກ​ຕ່ຳລົງ 0.14 ເປີ​ເຊ​ນ ​ແລະ ຕະຫຼາດ​ຮຸ້ນ​ໂຊ​ລ໌ ຕົກ​ຕ່ຳລົງ 0.2 ເປີ​ເຊ​ນ ຊຶ່ງ​ເປັນ​ລະດັບ​ທີ່​ຕ່ຳ​ສຸດ ນັບ​ຕັ້ງ​ແຕ່​ເດືອນ​ສິງຫາ ປີ 2015 ​ເປັນ​ຕົ້ນມາ.

XS
SM
MD
LG