ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຈີນ ກັງວົນກ່ຽວກັບຄວາມຄິດເຫັນຂອງ ທ່ານ Trump ເລື້ອງໄຕ້ຫວັນ ​​


ວາລະສານ ຈັດພິມໜ້າປົກ ຮູບ ປະທານ​ນາ​ທິບໍດີ​ສະຫະລັດ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກໃໝ່ ທ່ານ Donald Trump ທີ່ວາງຂາຍ
ໃນຮ້ານໜັງສື ທີ່ນະຄອນຫຼວງ ປັກກິ່ງ ໃນວັນທີ 12 ທັນວາ, 2016.
ວາລະສານ ຈັດພິມໜ້າປົກ ຮູບ ປະທານ​ນາ​ທິບໍດີ​ສະຫະລັດ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກໃໝ່ ທ່ານ Donald Trump ທີ່ວາງຂາຍ ໃນຮ້ານໜັງສື ທີ່ນະຄອນຫຼວງ ປັກກິ່ງ ໃນວັນທີ 12 ທັນວາ, 2016.

ຈີນ ​ໄດ້​ກ່າວໃນວັນ​ຈັນ​ມື້​ນີ້ ວ່າ “ມີຄວາມ​ເປັນ​ຫ່ວງຢ່າງ​ໃຫຽ່” ກ່ຽວ​ກັບ​ຄວາມ​ເຫັນ​ຂອງ ປະທານ​ນາ​ທິບໍດີ​ສະຫະລັດ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກ ທ່ານ Donald Trump ​ທີ່​ວ່າ ສະຫະລັດ​ຈະ​ສືບ​ຕໍ່ ​ນະ​ໂຍບາຍ​ “ຈີນດຽວ​” ຫຼືບໍ່ ນອກ​ຈາກວ່າ ລັດຖະບານ​ຈີນ ຈະ​ສົມຍອມໃນເລື້ອງ ການ​ແລກປ່ຽນສິນຄ້າ.

​ໃນ​ປີ 1979 ຄຳ​ປະກາດເອກະສານ​ຮ່ວມ​ສະຫະລັດ ​ແລະ​ຈີນນັ້ນ ສະຫະລັດຮັບຮູ້​ວ່າ ​ປັກ​ກິ່ງ ​ແມ່ນ​ເປັນ​ລັດຖະບານ​ດຽວ ຂອງ​ຈີນ​ ​ໂດຍ​ທີ່​ຈຸດຢືນຂອງ​ຈີນກໍຄື ມີຈີນປະເທດດຽວ​ ແລະໄຕ້​ຫວັນ​ກໍ​ເປັນພາກ​ສ່ວນ​ນຶ່ງ​ຂອງ​ປະເທດຈີນ.

​ໂຄສົກ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ກ່າວ​ວ່າ​ ນະ​ໂຍບາຍນັ້ນ ​ແມ່ນພື້ນຖານຂອງ​ສາຍ ​ພົວພັນ​ລະຫວ່າງ​ສະຫະລັດ​ກັບ​ຈີນ ຊຶ່ງຊຸກຍູ້​ໃຫ້​ລັດຖະບນຂອງ​ທ່ານ Trump “ເຂົ້າໃຈ​ເຖິງບັນຫາ​ທີ່​ຮ້າຍ​ແຮງ” ທີ່​ວ່າ​ນີ້.

ໜັງສືພິມ Global Times ທີ່​ຄວບ​ຄຸມ​ໂດຍ​ລັດຖະບານ ​ໄດ້​ຖະ​ແຫຼງ​ເພີ່ມ​ຕື່ມ​ວ່າ ທ່ານ Trump ​ແມ່ນ “ແມ່ນບໍ່ຮູ້ຫຽັງແທ້ໆ” ທີ່​ຄິດ​ວ່າ ທ່ານ​ຈະ​ສາມາດ​ໃຊ້​ນະ​ໂຍບາຍ​ຂອງໄຕ້​ຫວັນ ​ເປັນ​ສິ່ງ​ຕໍ່​ລອງທາງ​ເສດຖະກິດ ​ຊ່ຶງ​ທ່ານ “ຈຳ​ເປັນ​ຕ້ອງໄດ້​ຮຽນ​ຮູ້​ ​ໃນ​ການ​ຮັບ​ມື​ກັບ​ນະ​ໂຍບາຍ​ການ​ຕ່າງປະ​ເທດດ້ວຍຄວາມອ່ອນນ້ອມ.”

ນອກນັ້ນມັນ​ຍັງ​ໄດ້ສະເໜີ​ແນະວ່າໃຫ້​ ຖ້າ ທ່ານ Trump ສະໜັບສະໜຸນ​ຄວາມ​ເປັນ​ເອກ​ກະລາດ​ຂອງ​ໄຕ້​ຫວັນ ຫຼື​ ການ​ຊື້​ຂາຍ​ອາວຸດ ​ຈີນກໍບໍ່ມີເຫດຜົນອັນໃດທີ່​ຈະ​ເປັນ​ພາຄີ​ກັບ​ວໍ​ຊີງ​ຕັນ ​ໃນ​ນະ​ໂຍບາຍ​ການ​ຕ່າ​ງປະ​ເທດ ທີ່​ຈະ​ສາມາດ​ຊ່ອຍເຫຼືອທາງ​ທະຫານ ​ເພື່ອຕໍ່ສູ້ກັບ​ຄູ່ປໍ​ລະ​ປັກ​ຂອງ​ສະຫະລັດ.

​ໃນ​ຂະນະ​ທີ່​ໃຫ້​ສຳພາດທາງ​ໂທລະພາບ ກັບຊ່ອງ Fox ​ໃນ​ວັນ​ອາທິດ​ວານ​ນີ້ ທ່ານ​
Trump​ ​ໄດ້​ປົກປ້ອງ​ໃນ​ການ​ໂອ້​ລົມ​ທາງ​ໂທລະ​ສັບຫວ່າງ​ໝໍ່ໆ​ມາ​ນີ້ ກັບ​ປະທານາທິບໍດີ ທ່ານນາງ Tsai Ing-wen ຊຶ່ງ​ເປັນ​ການ​ຕິດ​ຕໍ່​ພົວພັນ​ທຳ​ອິດ​ຂອງ​ຜູ້ນຳ​ໄຕ້​ຫວັນ ​ກັບປະທານ​ນາ​ທິບໍດີ​ສະຫະລັດ ທີ່​ຫາ​ກໍ​ໄດ້​ຮັບ​ເລືອກໃໝ່ ນັບ​ຕັ້ງ​ແຕ່ ປີ 1979 ຕອນ​ທີ່​ສະຫະລັດ
ຮັບ​ຮູ້​ວ່າ​ໄຕ້​ຫວັນ ​ແມ່ນ​ສ່ວນ​ນຶ່ີງຂອງ​ຈີນນັ້ນ.

ນອກນັ້ນທ່ານ​ຍັງ​ໄດ້​ກ່າວ​ວ່າ ທ່າ​ນບໍ່​ຕ້ອງການ​ໃຫ້​ຈີນ ມາບອກ​ເພິ່ນ​ວ່າ ຄວນ​ຈະ​ເຮັດ​ແນວນັ້ນແນວນີ້.​

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG